News

ໂຄງການສະບຽງ ອາຫານໂລກ (WFP) ຈະສະໜັບສະໜູນ ແປ້ງບາເລ ໃຫ້ປະເທດເລບານອນ ຈຳນວນ 50.000 ໂຕນ…

ຫ້ອງການປະສານງານ ຝ່າຍບັນຫາມະນຸດສະທຳ ຂອງສະຫະປະຊາຊາດ (OCHA) ໃຫ້ຮູ້ວ່າ: ໂຄງການສະບຽງ ອາຫານໂລກ (WFP) ຈະສະໜັບສະໜູນ ແປ້ງບາເລ ໃຫ້ປະເທດເລບານອນ ຈຳນວນ 50.000 ໂຕນ ເພື່ອຊ່ວຍໃຫ້ປະເທດນີ້ ໃຫ້ມີຄວາມໝັ້ນຄົງ ດ້ານສະບຽງອາຫານ. ພາຍຫລັງ ເກີດເຫດລະເບີດຄັ້ງໃຫຍ່ ຢູ່ສາງບັ້ງໄຟດອກ ໃນນະຄອນຫລວງ ເບຣຸດ ເຮັດໃຫ້ມີຜູ້ເສຍຊີວິດຈຳນວນ 158 ຄົນ ໃນອາທິດຜ່ານມາ. ກ່ອນເກີດເຫດລະເບີດດັ່ງກ່າວ ລັດຖະບານ ເລບານອນ ບໍ່ມີສາງແປ້ງເຂົ້າບາເລ ຍຸດທະສາດໃດ, ໃນຂະນະທີ່ ສາງສະບຽງອາຫານ ຂອງພາກເອກະຊົນ ໄດ້ຖືກເຜົາທຳລາຍໃນເຫດການລະເບີດ.  ສະນັ້ນ, ຈຳນວນແປ້ງເຂົ້າບາເລທີ່ WFP ສະໜັບສະໜູນ ຈະຊ່ວຍໃຫ້ເລບານອນ ມີຄວາມໝັ້ນຄົງ ໃນການສະໜອງສະບຽງອາຫານ ແລະ ການຮັບປະກັນບໍ່ໃຫ້ຂາດແຄນອາຫານ. ຄາດວ່າ ການຊ່ວຍເຫລືອແປ້ງເຂົ້າບາເລ ເປັນຄັ້ງທຳອິດ ຂອງ WFP ລວມມີ  17.500 ໂຕນ ຈະຂົນສົ່ງໄປເລບານອນ ໃນເວລາ10 ວັນ. ປັດຈຸບັນ, ບັນດາສາງສຳຮອງແປ້ງເຂົ້າບາເລ ຂອງເລບານອນຄາດວ່າ ຈະຕອບສະໜອງຕາມຄວາມຕ້ອງການ ໃນໄລຍະ 6 ອາທິດ ແລະ ອື່ນໆ. ແຫຼ່ງຂໍ້ມູນ:​ https://www.facebook.com/plugins/post.php?

Read More »

ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ

ໃນຕອນເຊົ້າວັນທີ 12 ສິງຫາ 2020 ນີ້ທີ່ຫໍປະຊຸມແຫ່ງຊາດ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບການເຂົ້າອວຍພອນຂອງ ທ່ານ ຫງວຽນ ບ່າ ຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ ( 13 /8/1950 -13/8/2020). ແຫຼ່ງຂໍ້ມູນ:​ https://www.facebook.com/plugins/post.php

Read More »

ດຽວນີ້ Fortune Global 500 ແມ່ນຄົນຈີນຫຼາຍກວ່າອາເມລິກາ…

ບັນຊີລາຍຊື່ຂອງ Fortune Global 500 ແມ່ນອອກມາໃນເຊົ້າມື້ນີ້ Walmart ເປັນອັນດັບທີ 1 ໃນບັນຊີລາຍຊື່, ຖັດມາແມ່ນບໍລິສັດຈີນ 3 ບໍລິສັດຄື Sinopec, State Grid ແລະ China National Petroleum. ເລື່ອງໃຫຍ່ກໍຄື ນີ້ເປັນຄັ້ງທຳອິດ ທີ່ຫຼາຍບໍລິສັດ Fortune Global 500 ຕັ້ງຢູ່ຈີນ ແລະ ຮົງກົງ ຫຼາຍກ່ວາໃນສະຫະລັດອາເມລິກາ ກໍຄື 124 ທຽບກັບ 121.ໃນນັ້ນ ບໍລິສັດຂອງໄຕ້ຫວັນ ແລະ ບໍລິສັດ Greater China ທັງໝົດ ເພີ່ມຂຶ້ນເປັນ 133 ແຫ່ງ. ເສດຖະກິດຂອງສະຫະລັດອາເມລິກາ ແລະ ຈີນມີການພົວພັນກັນດ້ວຍຫຼາຍຮູບແບບ. ທີ່ໜ້າສົນໃຈກໍຄືຈາກທີ່ Fortune Editor-in-Chief Cliff Leaf ສະແດງໃຫ້ເຫັນ ໃນຕອນທີ່ບັນຊີລາຍຊື່ Global 500 ອອກມາຄັ້ງທຳອິດ ໃນປີ 1990 ແມ່ນບໍ່ມີບໍລິສັດຈີນຢູ່ໃນບັນຊີດັ່ງກ່າວ. ໃນການແຊກແຊງໃນ III ...

Read More »

ກະຊວງສາທາລະນະສຸກຂອງຣັດເຊຍໄດ້ອະນຸມັດການສັກຢາວັກຊີນຄັ້ງທຳ ອິດຂອງ Covid-19 ໃນໂລກ…

ທ່ານ Vladimir Putin ປະກາດໃນວັນທີ 11 ສິງຫາ ຜ່ານມາວ່າ ລັດເຊຍໄດ້ລົງທະບຽນຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ເປັນແຫ່ງທຳອິດຂອງໂລກ. ທ່ານກ່າວວ່າ ຢາດັ່ງກ່າວ ແມ່ນມີປະສິດ ຕິຜົນໃນການສ້າງພູມຕ້ານທານຕໍ່່ເຊື້ອພະຍາດທີ່ໄດ້ແຜ່ລາມໃນທົ່ວໂລກ. ທ່ານ Putin ຢືນຢັນວ່າການສັກຢາວັກຊີນຢູ່ລັດເຊຍຄວນດຳເນີນດ້ວຍຄວາມສະໝັກໃຈ ໂດຍບໍ່ມີຜູ້ໃດບັງຄັບໃຫ້ຮັບການສັກຢາປ້ອງກັນ. ທ່ານຍັງໄດ້ເປີດເຜີຍວ່າລູກສາວຄົນໜຶ່ງ ຂອງທ່ານໄດ້ຮັບການສັກຢາປ້ອງກັນແລ້ວ ໂດຍລູກສາວຂອງທ່ານ ມີອຸນຫະພູມສູງເລັກນ້ອຍ ຫຼັງຈາກເຂົ້າຮ່ວມການທົດລອງ, ແຕ່ວ່າມັນຫຼຸດລົງຢ່າງໄວວາ. ຈາກການເສຍຊີວິດຫຼາຍກ່ວາ 700,000 ຕໍ່ເຫດການລະບາດຂອງ ແລະ ພະຍາດທີມີຕົວເລກຜູ້ຕິດເຊື້ອຫຼາຍກວ່າ 20 ລ້ານຄົນໃນໂລກ, ທຸກໆປະເທດໃນໂລກກຳລັງຊອກຫາວິທີທີ່ຈະແກ້ໄຂວິກິດການ ໂຄວິດ-19, ທ່ານ Putin ໄດ້ຂໍໃຫ້ລັດຖະມົນຕີກະຊວງສາທາລະນະສຸກທ່ານ Mikhail Murashko ໃຫ້ຂໍ້ມູນລາຍລະອຽດເພີ່ມຕື່ມກ່ຽວກັບແຜນການປ້ອງກັນພະຍາດ. ທ່ານກ່າວອີກວ່າຫວັງວ່າວັກຊີນລັດເຊຍ ຈະເຂົ້າສູ່ວົງຈອນທົ່ວໄປ ພາຍໃນຕົ້ນປີ 2021, ແຕ່ໃນເວລານີ້ພະນັກງານແພດ ແລະ ຄູອາຈານຈະໄດ້ຮັບບຸລິມະສິດແລ້ວ. ລັດຖະມົນຕີສາທາລະນະສຸກກ່າວວ່າການທົດລອງປິ່ນປົວເບື້ອງຕົ້ນຂອງຢາວັກຊີນທີ່ພັດທະນາໂດຍສູນຄົ້ນຄວ້າ Gamelei ໃນມອສໂກໄດ້ສຳເລັດແລ້ວ. ຄວາມຕັ້ງໃຈຂອງລັດເຊຍໃນການພັດທະນາວັກຊີນ ແມ່ນໄດ້ຮັບການກະຕຸ້ນຈາກຜົນກະທົບທີ່ຮ້າຍແຮງ ຈາການລະບາດຂອງ ໂຄວິດ-19 ໃນປະເທດ ເຊິ່ງມີຈຳນວນຜູ້ັຕິດເຊື້ອອັນດັບທີ 4 ຂອງໂລກ ຖັດຈາກສະຫະລັດອາເມລິກາ, ບຣາຊິນ ແລະ ...

Read More »

ແມ່ຍິງຜິວດຳເຊື້ອຊາດອາຟຣິກາ ອິນເດຍ​ ຄົນທຳອິດທີ່ຈະລົງຊິງເປັນຮອງປະທານາທິບໍດີສາຫະລັດອາເມລິກາ…

ແມ່ຍິງຄົນນັ້ນກໍຄື ທ່ານ Kamala Harris ເປັນຄົນເຊື້ອຊາດອາຟຣິກາ ອິນເດຍ ພ້ອມທັງເປັນແມ່ຍິງອາເມລິກາຜິວດຳ ແລະ ອາຊີໃຕ້ ຄົນທຳອິດທີ່ໄດ້ລົງຊິງຕຳແໜ່ງ ຮອງປະທານາທິບໍດີຂອງພັກການເມືອງທີ່ສຳຄັນ. ທ່ານ Joe Biden ໄດ້ຂຽນໃນອີເມວວັນອັງຄານວ່າ “ຂ້ອຍໄດ້ຕັດສິນໃຈວ່າ Kamala Harris ເປັນຄົນທີ່ດີທີ່ສຸດທີ່ຈະຊ່ວຍຂ້ອຍໃນການຕໍ່ສູ້ນີ້ ກັບ Trump ແລະ Mike Pence,ຫຼັງຈາກນັ້ນຈະນໍາພາປະເທດຊາດ ໂດຍເລີ່ມຕົ້ນໃນເດືອນມັງກອນປີ 2021”.ທັງສອງຄົນແມ່ນໄດ້ໄປປະຊຸມກັນເປັນຄັ້ງທຳອິດ ສຳລັບການກ່າວຄຳປາໄສ ທີ່ Wilmington, Delaware. ໃນການເລືອກເອົາ Harris, Biden ເຂົ້າເລືອກຕັ້ງຄັ້ງນີ້ ແມ່ນ Joe Biden ຄາດວ່າຈະຮັບມືກັບ Donald Trump ໄດ້ ແລະ ສະແດງໃຫ້ປະຊາຊົນອາເມລິກາເຫັນວ່າ ນາງຈະຕໍ່ສູ້ເພື່ອພວກເຂົາ. ທ່ານ ນາງ Kamala Harris ໄດ້ມີຊື່ສຽງໃນລະດັບຊາດພາຍໃນພັກປະຊາທິປະໄຕ. ການຄັດເລືອກຂອງ Harris ມີມາຫຼາຍເດືອນຫລັງຈາກ Biden ໄດ້ສັນຍາວ່າຈະເລືອກເອົາຜູ້ຍິງຄົນໜຶ່ງ ເຂົ້າຮ່ວມກັບລາວໃນການລົງຫາສຽງປະຊາທິປະໄຕ. ທ່ານນາງ Harris ອາຍຸ 55 ປີ, ປັດຈຸບັນເປັນແມ່ຍິງຜູ້ທີ 3 ...

Read More »

ນະຄອນຫຼວງພົບ 14 ບ້ານ ທີ່ມີໜອນນໍ້າຍຸງລາຍຫຼາຍທີ່ສຸດ…

ຈາກການລາຍງານ ຂອງສູນໄຂ້ຍຸງແມ່ກາຝາກ ແລະ ແມງໄມ້ ແລະ ສາທານະຄອນຫຼວງເຫັນວ່າ ຜົນຂອງການລົງສຳຫຼວດໜອນນຳ້ຍຸງລາຍ ຢູ່ນະຄອນຫຼວງວຽງຈັນ ໄດ້ມີຈຳນວນ 14 ບ້ານທີ່ມີໜອນນຳ້ສູງສຸດ ເຊິ່ງມີຄວາມສ່ຽງຈະເກີດໄຂ້ຍຸງລາຍເປັນວົງກວ້າງ. 14 ບ້ານ ດັ່ງກ່າວ ປະກອບມີ: 1 ບ້ານ ອ່າງນ້ອຍ2 ບ້ານ ເພຍລາດ3 ບ້ານ ຫົວນາ4 ບ້ານ ໂນນແຕ້5 ບ້ານ ຊ້າງຄູ້6 ບ້ານ ໂພນສະຫວັນ7 ບ້ານ ໂພນເຄັງ8 ບ້ານ ທາດຫຼວງກາງ9 ບ້ານ ສະພັງໝໍ້10 ບ້ານ ຂາມງອຍ11 ບ້ານ ຫ້ວຍຫົງ12 ບ້ານ ວຽງຄໍາ13 ບ້ານ ໜອງຈັນ14 ບ້ານ ດອນກອຍ ສະເໜີໃຫ້ ນາຍບ້ານ ແລະ ລູກບ້ານ ຂ້າງເທິງ ຍົກລະດັບຄວາມເປັນເຈົ້າການ ທຳລາຍແຫຼ່ງເພາະພັນຍຸງລາຍ ໃນເຮືອນຂອງຕົນເອງ ຢ່າງຮີບດ່ວນ. ແຫຼ່ງຂໍ້ມູນ: FM 90

Read More »

ກົມໃຫຍ່ຕຳຫລວດ ເຜີຍແຜ່ວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ…

ສຳນັກງານຂໍ້ມູນຕ້ານການຟອກເງິນ ຮ່ວມກັບກົມໃຫຍ່ຕຳຫລວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ເຜີຍແຜ່, ເຊື່ອມຊຶມວຽກງານຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃນວັນທີ 11 ສິງຫາ 2020 ທີ່ຫ້ອງປະຊຸມຂອງກົມໃຫຍ່ດັ່ງກ່າວ ພາຍໃຕ້ການເປັນປະທານຂອງ ທ່ານ ພົນຈັດຕະວາ ຄຳກິ່ງ ຜຸຍຫລ້າມະນີວົງ ຫົວໜ້າກົມໃຫຍ່ຕຳຫລວດ ກະຊວງປ້ອງກັນຄວາມສະຫງົບ, ມີທ່ານ ຈິນດາໄມ ວິໄລຫົງສ໌ ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ, ມີບັນດານາຍຕຳຫລວດ ຈາກບັນດາກົມກອງທີ່ຂຶ້ນກັບກົມໃຫຍ່ຕຳຫລວດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທັງນີ້ ກໍເພື່ອໃຫ້ນາຍຕຳຫລວດທີ່ເຮັດໜ້າທີ່ດຳເນີນຄະດີ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບພາບລວມການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ລວມທັງກົດໝາຍ, ລະບຽບການທີ່ກ່ຽວຂ້ອງ, ຄໍາສັ່ງແນະນໍາວ່າດ້ວຍການດໍາເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ທ່ານ ພົນຈັດຕະວາ ຄໍາກິ່ງ ຜຸຍຫລ້າມະນີວົງ ໄດ້ກ່າວວ່າ: ການຟອກເງິນ ແມ່ນການນໍາເອົາເງິນ ຫລື ຊັບສິນທີ່ໄດ້ມາຈາກການກະທໍາຜິດ ຫລື ໄດ້ມາໂດຍບໍ່ຖືກຕ້ອງຕາມກົດໝາຍ ແລ້ວມາປ່ຽນສະພາບເປັນເງິນ ຫລື ຊັບສິນທີ່ໄດ້ມາຢ່າງຖືກຕ້ອງ ເອີ້ນວ່າ: ຂັ້ນຕອນການດໍາເນີນການປ່ຽນ ເງິນເປື້ອນ ໃຫ້ເປັນ ເງິນສະອາດ. ສ່ວນການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແມ່ນການນໍາເອົາເງິນ ຫລື ...

Read More »

ກົມອຸຕຸຄາດອາທິດນີ້ ຍັງຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ…

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 10 ຫາ 16 ສິງຫາ 2020 ວ່າ: ໃນໄລຍະວັນທີ 10 ຫາ 12 ສິງຫາ ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານພາກເໜືອດ້ານຕາເວັນອອກຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ. ຈາກນັ້ນວັນທີ 13 ຫາ 16 ສິງຫາ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຈະເພີ່ມກຳລັງແຮງຂຶ້ນພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງໃນແຕ່ລະພາກ ແລະ ຕົກປານກາງ ຢູ່ບາງທ້ອງຖິ່ນແຂວງ ພາກເໜືອ ລົງຫາ ພາກກາງ ແລະ ພາກໃຕ້ ພ້ອມຈະມີລົມພັດແຮງເປັນບາງໂອກາດ. ແຫຼ່ງຂໍ້ມູນ: ​https://www.facebook.com/plugins/post.php

Read More »

ອາຊຽນ ທົບທວນຄວາມການປະຕິບັດແຜນງານຄຸ້ມຄອງໄພພິບັດ ແລະ ຕອບໂຕ້ສຸກເສີນ…

ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ (Video conferencing) ຂອງຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 36 ແລະ ກອງປະຊຸມປິ່ນອ້ອມ ໃນລະຫວ່າງວັນທີ 11-12 ສິງຫາ 2020 ນີ້, ທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານ ຂອງ ທ່ານ Rica rdo B.JALAD ຫົວໜ້າກົມ, ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ປະ ເທດຟີລິບປິນ ແລະ ມີບັນດາຈຸດປະສານງານ ຄະນະກຳມະການຄຸ້ມຄອງໄພພິບັດ ປະເທດອາຊຽນ ເຂົ້າຮວ່ມ. ກອງປະຊຸມຄະນະບໍລິຫານງານສູນປະສານງານຊ່ວຍເຫລືອ ດ້ານມະນຸດສະທຳໄພພິບັດອາ ຊຽນ ຄັ້ງທີ 12, ກອງປະຊຸມຄະນະກຳມະການຮ່ວມເພື່ອເສີມຂະຫຍາຍຂອບການຮ່ວມມືໃນການຊ່ວຍເຫລືອດ້ານມະນຸດສະທຳ ຄັ້ງທີ 13, ກອງປະຊຸມ ໂດຍການເປັນປະທານຂອງ ຫົວໜ້າຫ້ອງການຄຸ້ມຄອງພົນລະເຮືອນຟີລິບປິິນ. ພ້ອມກັນນີ້, ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ ຍັງຈະໄດ້ເປີດກວ້າງກັບ ສປ ຈີນ, ຍີ່ປຸ່ນ ເຂົ້າຮ່ວມເພື່ອປຶກສາຫາລືຕໍ່ກັບຂອບແນວຄວາມຄິດ ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ ແລະ ກອງປະຊຸມລັດຖະມົນຕີ ຄຸ້ມຄອງໄພພິບັດອາ ຊຽນ ...

Read More »

ຊົມເຊີຍ ວັນສ້າງຕັ້ງສາຍພົວພັນການທູດ ລາວ ແລະ ສ.ເກົາຫລີ ຄົບຮອບ 25 ປີ

ສະຖານທູດ ສ.ເກົາຫລີ ປະຈຳ ສປປ ລາວ ໄດ້ຈັດພິທີມອບ-ຮັບລາງວັນ ການແຂ່ງຂັນອອກແບບ ແລະ ເປີດນຳໃຊ້ ສັນຍາລັກ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ ແລະ ສ.ເກົາຫລີ ຄົບຮອບ 25 ປີ (25/10/1995-25/10/2020) ທີ່ໂຮງແຮມຄຣາວພາຊາ ນະຄອນຫລວງວຽງຈັນ ວັນທີ 11 ສິງຫາ 2020. ທ່ານ ຊິນ ຊອງ ຊຸນ ເອກອັກຄະລັດຖະທູດ ສ. ເກົາຫລີ ປະຈຳ ສປປ ລາວ ໄດ້ກ່າວວ່າ: ການຈັດການແຂ່ງຂັນອອກແບບໃນຄັ້ງນີ້ ເປັນຄັ້ງທຳອິດ, ໂດຍມີຜູ້ສະໝັກຈາກລາວ ແລະ ສ.ເກົາຫລີ ຈຳນວນ 109 ຄົນ, ລວມມີ 200 ກວ່າແບບທີ່ສົ່ງເຂົ້າປະກວດ, ເຊິ່ງຜູ້ຊະນະເລີດແມ່ນ ທ້າວ ຄຳເກີດ ຟານຄຳ, ຮອງຊະນະເລີດ ທ້າວ ໄຊຍະພອນ ບົວຈັນທະລາ ແລະ ທີສາມແມ່ນທ້າວ ຢູ ກວາງ ສັນຊາດ ...

Read More »