ປະເທດໄທ ລິເລີ່ມໂຄງການຖະໜົນກິນໄດ້ ປາສະຈາກສານຜິດ

ປະເທດໄທ ລິເລີ່ມໂຄງການ “ຖະໜົນກິນໄດ້ ປາສະຈາກສານຜິດ” ໂດຍເລີ່ມຈັດຕັ້ງປະຕິບັດ ຢູ່ແຂວງ ສຸຣາດທານີ.

ໂຄງການນີ້ ອະທິບາຍໃຫ້ເຂົ້າໃຈງ່າຍໆ ກໍ່ແມ່ນການຊັກຊວນໃຫ້ແຕ່ລະບ້ານ ຫັນມາປູກຜັກໄວ້ກິນແຄມທາງ ເຂດທີ່ມີພື້ນທີ່ເປົ່າຫວ່າງ ໂດຍທາງໂຄງການຈະໃຫ້ທຶນສົມທົບ ແຕ່ລະບ້ານ ມູນຄ່າ 6,000 ບາດ ສະກຸນເງິນໄທ.

ເງື່ອນໄຂຂອງໂຄງການແມ່ນ ບ້ານທີ່ຈະເຂົ້າຮ່ວມໂຄງການ ຕ້ອງເລືອກເອົາເສັ້ນທາງຜ່ານບ້ານ ຄວາມຍາວ 1 ກິໂລແມັດ 1 ເສັ້ນທາງ ເພື່ອປູກຜັກຊະນິດໃດກໍ່ໄດ້ ໃນເງື່ອນໄຂທຸກຄົນເປັນເຈົ້າຂອງຮ່ວມກັນ, ຫ້າມນໍາເອົາຜັກໄປຂາຍ, ຫ້າມໃສ່ສານເຄມີ ແລະ ຕ້ອງສ້າງຄວາມສວຍງາມໃຫ້ໝູ່ບ້ານ. ປະຈຸບັນ, ມີທັງໝົດ12 ບ້ານ ເຂົ້າຮ່ວມໂຄງການ ແລະ ສາມາດປູກຜັກແຄມທາງ ໃນຄວາມຍາວ 21 ກິໂລແມັດໄດ້ສໍາເລັດ.

ແຫຼ່ງຂໍ້ມູນ: https://www.facebook.com/112344190116834/posts

Comments