ຈີນ ເປີດເຜີຍລາຄາວັກແຊັງ ແພງທີ່ສຸດໃນໂລກ ລາຄາຢຽບລ້ານກີບ…

ບໍລິສັດຜະລິດຢາເຈົ້າໃຫຍ່ ເຊິ່ງລັດຖະບານຈີນເປັນເຈົ້າຂອງ ແລະ ກຳລັງພັດທະນາວັກແຊັງໂຄວິດ-19 2 ຢ່າງ ໂດຍຕັ້ງລາຄາວັກແຊັງຂອງຕົນເອງສູງກວ່າວັກແຊັງຂອງພາກອື່ນໆ ແລະ ແພງທີ່ສຸດໃນໂລກ.

This image has an empty alt attribute; its file name is cc6c3c19-e258-412a-9d56-8f801a7eb910-1024x1024-1-1024x1024.jpg

ທ່ານ ຫຼິວຈິ້ງເຈິນ ຜູ້ອຳນວຍການບໍລິສັດຜະລິດຢາ ຊິໂນຟຣາມ (Sinopharm) ເປີດເຜີຍກັບໜັງສືພິມກວງໝິງ ເລື່ອງເປົ້າໝາຍຂອງຈີນວ່າ ລາຄາວັກຊີນ 2 ຢ່າງ ທີ່ບໍລິສັດກຳລັງພັດທະນາຢູ່ປະມານ 145 ໂດລາສະຫະລັດ ເປັນເງິນກີບລາຄາ 1,319,935 ກີບ ຫຼື ປະມານ 1,320,000 ກີບ (ອັດຕາແລກປ່ຽນ 9,103) ເຊິ່ງວັງແຊັງດັ່ງກ່າວຈະອອກສູ່ຕະຫຼາດໃນ ເດືອນ ທັນວາ ນີ້.

ແນວໃດກໍຕາມ ຍັງບໍ່ແນ່ໃຈວ່າ ລາຄາທີ່ຫຼິວຈິ້ງເຈິນເວົ້າເປັນລາຄາຈາຍຍ່ອຍ ຫຼື ລາຄາສົ່ງ ແຕ່ເຖິງຢ່າງໃດ ກໍຍັງເປັນລາຄາທີ່ສູງທີ່ສຸດໃນໂລກ ໃນບັນດາວັກແຊັງທີ່ເປີດເຜີຍໃນໄລຍະນີ້.

ໃນປັດຈຸບັນ,​ ລາຄາວັກແຊັງ ໂຄວິດ-19 ທີ່ຖືກທີ່ສຸດ ແມ່ນວັກແຊັງທີ່ພັດທະນາໂດຍມະຫາວິທະຍາໄລ Oxford ແລະ ບໍລິສັດ AstraZeneca ເຊິ່ງກຳລັງຢູ່ໃນຂັ້ນການທົດສອບຄັ້ງສຸດທ້າຍ ປະເມີນລາຄາຢູ່ທີ່ 4 ໂດລາສະຫະລັດ ຫຼື ປະມານ 37,000 ກີບ

ສ່ວນລາຄາວັກແຊັງຈາກບໍລິສັດອື່ນໆເຊັ່ນ:​ Pfizer ຢູ່ທີ່ 20 ໂດລາສະຫະລັດ ຫຼືປະມານ 182,000 ກີບ, Johnson & Johnson ຢູ່ທີ່ 10 ໂດລາສະຫະລັດ ຫຼືປະມານ 91,000 ກີບແຕ່ຍັງມີບໍລິສັດ Moderna ທີ່ມີລາຄາຄ້ອນຂ້າງສູງຄື 32-37 ໂດລາສະຫະລັດ ຫຼືປະມານ 291,000-337,000 ກີບ ເຊິ່ງບໍລິສັດໃຫ້ຂໍ້ມູນວ່າລາຄາແພງເນື່ອງຈາກມີການຜະລິດຈຳນວນໜ້ອຍ.

ແຫຼ່ງຂໍ້ມູນ: https://www.posttoday.com/world/631122

Comments