ຫາລືກຽມຂໍ້ມູນໃຫ້ກອງປະຊຸມກະກຽມເຈລະຈາ ຄັ້ງທີ 4 ການຄ້າໄມ້ແບສະໝັກໃຈ ລະຫວ່າງລັດຖະບານລາວກັບສະຫະພາບເອີຣົບ..

ທີ່ທ່າລາດນະຄອນຫຼວງວຽງຈັນ, ອົງການຈັດຕັ້ງທາງສັງຄົມລາວ (CSOs) ໃນການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ຫຼື Lao CSO FLEGT ໄດ້ຈັດກອງປະຊຸມດ້ານວິຊາການເພື່ອທົບທວນຜົນໄດ້ຮັບຂອງການມີສ່ວນຮ່ວມຂອງເຄືອຂ່າຍ ຂອງອົງການຈັດຕັ້ງທາງສັງຄົມລາວ ( Lao CSO FLEGT Network ) ໃນຂະບວນການຈັດຕັ້ງປະຕິບັດກົດໝາຍປ່າໄມ້,​ ການຄຸ້ມຄອງ ແລະ ການຄ້າໄມ້ແບບສະໝັກໃຈ ( FLEGT VPA ) ໂດຍການເປັນປະທານຂອງທ່ານ ບຸນເກື້ອ ວົງສາລາດ ຄະນະກຳມະການເຄືອຂ່າຍ ( Lao CSO FLEGT Network ).

ກອງປະຊຸມມີຂຶ້ນພື່ອສະໜັບສະໜູນກອງປະຊຸມເຈລະຈາ ຄັ້ງທີ 4 ຂອງແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ແບບສະໝັກໃຈ ລະຫວ່າງລັດຖະບານລາວ ແລະ ສະຫະພາບເອີຣົບ ທີ່ຈະຈັດຂຶ້ນໃນທ້າຍເດືອນສິງຫາ 2020 ນີ້, ພາຍໃຕ້ການດຳເນີນງານຂອງໂຄງການ V4MF ໂດຍຮ່ວມມືກັບ FREN ແລະ ສະໜັບສະໜູນທຶນ ໂດຍສະຫະພາບເອີຣົບ. ຕາງໜ້າອົງການຈັດຕັ້ງທາງສັງຄົມ ຈຳນວນ 23 ທ່ານ ໄດ້ຮັບຮູ້ ແລະ ເຂົ້າໃຈ ຜົນໄດ້ຮັບຂອງການເຂົ້າຮ່ວມຂະບວນການ FLEGT VPA ໃນໄລຍະຜ່ານມາ ໂດຍສະເພາະແມ່ນການເຮັດວຽກຂອງຄະນະວິຊາການ ( Technical Working ) ເພື່ອສະໜັບສະໜູນໃນກອງປະຊຸມກຽມເຈລະຈາ ແຕ່ລະຄັ້ງຂອງລັດຖະບານຮ່ວມກັບສະຫະພາບເອີຣົບ. ລວມທັງບັນດາສິ່ງທ້າທາຍໃນການປະກອບຄຳເຫັນຕໍ່ຮ່າງນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ (TLD).

ກອງປະຊຸມໄດ້ມີການນຳສະເໜີຜົນໄດ້ຮັບ ຈາກການຈັດກອງປະຊຸມຂອງລັດຖະບານ ໃນໄລຍະຜ່ານມາ, ການທົບທວນຄວາມເຂົ້າໃຈຂອງຜູ້ເຂົ້າຮ່ວມ ໃນຫົວຂໍ້ຄວາມເຂົ້າໃຈກ່ຽວກັບ TLD1-TLD8 (ປ່າຜະລິດ, ປ່າຫັນປ່ຽນ, ປ່າປູກ, ປ່າຊົມໄຊ້ຂອງບ້ານ, ໄມ້ຮີບ, ໄມ້ນໍເຂົ້າ, ແຮງງານໃນໂຮງງານປຸງແຕ່ງໄມ້,​ ຕ່ອງໂສ້ການສະໜອງໄມ້, ການຢັ້ງຢືນຄວາມຖືກຕ້ອງຂອງ 1 ແລະ 2 ໄດ້ຮັບອະນຸຍາດການກວດສອບອິດສະຫຼະ)

ຜູ້ເຂົ້າຮ່ວມໄດ້ມີກນສົນທະນາຢ່າງຂຸ້ນຂ້ຽວ ເພື່ອກັ່ນຕອງເອົາຄວາມຄິດເຫັນປະກອບຄຳສະເໜີເຂົ້າໃນຮ້ານ TLD1-TLD5 ໂດຍອີງໃສ່ອົງປະກອບຕ່າງໆຄື:​ ມາດຕະການ, ລັກຖານ,​ ຕົວຊີ້ບອກ, ຕົວຢັ້ງຢືນ ແລະ ອີງໃສ່ບັນດາຄຳຖາມຈາກສະຫະພາບເອີຣົບ ໂດຍສ່ວນໃຫຍ່ແມ່ນເຫັນດີຕາມຄຳເຫັນຄັ້ງກ່ອນແຕ່ມີບາງຄຳເຫັນ ທີ່ແຕ່ລະກຸ່ມປະກອບເຂົ້າມາເພີ່ມຕື່ມຄື: TLD1 (ປ່າປູກ): ເອກະສານຂັ້ນຕອນ ແລະ ລາຍລະອຽດການຂຶ້ນທະບຽນປ່າປູກທີ່ມີຂະໜາດໃຫຍ່ ກຳນົດໄວ້ໃນລະບຽບການຕ່າງຫາກນັ້ນ ຍັງບໍ່ທັນເຫັນະເອກະສານດັ່ງກ່າວ. TLD1 (ປ່າໄມ້ຊົມໃຊ້ຂອງບ້ານ): ໃຫ້ມີການອອກໃບຢັ້ງຢືນຂອບທອງໃຫ້ປ່າໄມ້ລວມຂອງບ້ານ, ການຂາຍໄມ້ຈາກປ່າຊົມໃຊ້ຂອງບ້ານ ສະເໜີໃຫ້ມອບລາຍໄດ້ໃຫ້ບ້ານ 100%.

ຫຼັງຈາກກອງປະຊຸມສິ້ນສຸດລົງ, ກອງເລຂາ ຈະມີການສັງລວມຂໍ້ມູນໃຫ້ແກ່ທີມງານເຈລະຈາ ແລະ ວິຊາການບາງທ່ານ ເພື່ອເຂົ້າຮ່ວມກອງປະຊຸມຮ່ວມ ກັບລັດຖະບານທີ່ຈະມາເຖິງໃນທ້າຍເດືອນນີ້.

ແຫຼ່ງຂໍ້ມູນ: https://l.facebook.com/l.php

Comments