​ຝົນຕົກໜັກ ເຮັດໃຫ້ 7 ບ້ານຂອງເມືອງພຽງ ຖືກນໍ້າຖ້ວມ

ວັນທີ 20 ສິງຫາ ຝົນຕົກໜັກຕະຫຼອດຄືນຈົນເຖິງຕອນເຊົ້າ ວັນທີ 21 ສິງຫາ ໄດ້ສົ່ງຜົນໃຫ້ປະລິມານນ້ຳຝົນ ແລະ ແມ່ນ້ຳຫຼາຍສາຍມີລະດັບນ້ຳສູງຂື້ນໂດຍສະເພາະແມ່ນ ນ້ຳຕອມ, ນ້ຳຕານ ແລະ ນ້ຳລວກ ໄດ້ໄຫຼເຂົ້າຖ້ວມບ້ານເຮືອນ ໄຮ່ນາຮົ້ວສວນເສັ້ນທາງການສັນຈອນ ແລະ ຂົ້ວຂ້າມທາງເຂົ້າບ້ານຂອງປະຊາຊົນ 7 ບ້ານຄື: ບ້ານນາແຄມ, ນາຊີງ, ນາກອກ ບ້ານກາງ, ຫຼວຍຊາກ, ປາກຊອງ, ນາມໍ້,​ ເມືອງພຽງ,​ແຂວງໄຊຍະບູລີ ໂດຍສະເພາະ ແມ່ນເຂດບ່ອນຮາບພຽງ, ຈຸດຮັບນ້ຳຂອບເຂດທີ່ຕໍ່າສົ່ງຜົນເຮັດໃຫ້ສັດລ້ຽງ, ເຄຶ່ອງໃຊ້ສອຍ, ເຮືອນຊານບ້ານຊ່ອງ, ໄຮ່ນາຮົ້ວສວນ ແລະ ຖະໜົນຫົນທາງໄດ້ຮັບຄວາມເສຍຫາຍຈຳນວນໜຶ່ງ.

ຕໍ່ກັບສະພາບການດັ່ງກ່າວທາງຄະນະພັກອຳນາດການປົກຄອງເມືອງເຊິ່ງນຳໂດຍ ທ່ານ ເສິດ ແສງສຸລິນ ເຈົ້າເມືອງໆພຽງ ພ້ອມທັງທີມງານຂອງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ່ 7 ແຂວງໄຊຍະບູລີ ຄະນະສະເພາະກິດຕ້ານໄພພິບັດຂັ້ນເມືອງ ເຈົ້າໜ້າທີ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ລົງຕິດຕາມເຝົ້າລະວັງ ໃຫ້ການຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ຖືກຜົນກະທົບດ້ວຍການຂົນຍ້າຍເຄື່ອງຂອງ ແລະ ສັດລ້ຽງອອກໄປໄວ້ເຂດທີ່ປອດໄພພ້ອມທັງເກັບກຳຂໍ້ມູນຄວາມເສຍຫາຍ ເພຶ່ອໃຫ້ການຊ່ວຍເຫຼືອໃນເບື້ອງຕົ້ນ.​

ແຫຼ່ງຂໍ້ມູນ:​ FM 90 ແລະ Cr: ຂ່າວເມືອງພຽງ

Comments