ຈີນ ສ້າງເຮືອນໃຫ້ປະຊາຊົນຜູ້ທີ່ມີລາຍຮັບຕໍ່າ ເພື່ອແກ້ໄຂຄວາມທຸກຍາກ…

ວິທະຍຸສາກົນແຫ່ງປະເທດຈີນ CRI ລາຍງານວ່າ: ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ ໄດ້ຖະແຫຼງວ່າ ໂຄງການສ້າງເຮືອນຫຼັງໃໝ່ ເພື່ອແກ້ໄຂບັນຫາຜູ້ທີ່ມີລາຍຮັບຕໍ່າ ຕາມແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 13 ໄດ້ສຳເລັດເປັນທີ່ຮຽບຮ້ອຍແລ້ວ ໂຍມີປະຊາຊົນຜູ້ມີລາຍຮັບຕໍ່າມາຈົດທະບຽນຂໍຍົກຍ້າຍທີ່ຢູ່ອາໄສ ເຊິ່ງສ່ວນໃຫຍ່ຊ່ວຍພັກໃນອາຄານ ແລະ ເຮືອນຫຼັງໃໝ່ແລ້ວ.

ປັດຈະບັນ, ສປ ຈີນ ໄດ້ສ້າງທີ່ຢູ່ອາໄສໃໝ່ ຈຳນວນ 35,000 ແຫ່ງ, ສ້າງອາຄານ ແລະ ເຮືອນໃໝ່ກວ່າ 2,6 ລ້ານຫຼັງ ແລະ ຍັງອອກນະໂຍບາຍຕ່າງໆ ກ່ຽວກັບການພັດທະນາທຸລະກິດ, ການຊ່ວຍໃຫ້ມີວຽກເຮັດງານທໍາ, ການບໍລິຫາຊຸມຊົນ ແລະ ການຈົດທະບຽນອະສັງຫາລິມະຊັບ ໂດຍຈະມີການຂະຫຍາຍໂຄງການດັ່ງກ່າວນີ້ ເພື່ອຊ່ວຍເຫຼືອປະຊາຊົນຜູ້ທຸກຍາກຢ່າງຕໍ່ເນື່ອງ.

ແຫຼ່ງຂໍ້ມູນ:​ https://l.facebook.com/l.php?

Comments