ໄຂກອງປະຊຸມໃຫຍ່ ຄັ້ງທີ VII ໜ່ວຍພັກຮາກຖານ ຮສສ ນະຄອນຫລວງວຽງຈັນ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງໜ່ວຍພັກຮາກຖານ ພະແນກແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ນະຄອນຫລວງວຽງຈັນ ໄດ້ໄຂຂຶ້ນໃນວັນທີ 21 ສິງຫາ 2020 ເພື່ອສະຫລຸບຕີລາຄາການ ຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ວາງທິດທາງໃນຕໍ່ໜ້າ ແລະ ຜ່ານມະຕິຕົກລົງບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກຮາກຖານຊຸດໃໝ່. ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ລຳພອຍ ສີອັກຄະຈັນ ກຳມະການພັກ, ຫົວໜ້າພະແນກພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສີຫຸນ ສິດທີລືໄຊ ຮອງເລຂາຄະນະພັກ, ຮອງເຈົ້າຄອງນະຄອນ ຫລວງວຽງຈັນ ພ້ອມດ້ວຍຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ, ສະມາຊິກພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ.


ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ຮ່າງບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນພັດທະນາຂະແໜງການ ແລະ ບົດສໍາຫລວດການນໍາພາລວມຂອງຄະນະພັກຊຸດເກົ່າ, ພ້ອມໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການຊີ້ນໍາ-ນຳພາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃນ 5 ປີຜ່ານມາ, ທັງໄດ້ເປັນເອກະສັນກັນຮັບ ຮອງເອົາທິດທາງແຜນການ 5 ປີ ຕໍ່ໜ້າ(2021-2025).

ໂອກາດນີ້, ສະຫາຍ ສີຫຸນ ສິດທິລືໄຊ ກໍໄດ້ໂອ້ລົມ ເພື່ອເປັນເຂັມທິດເຍືອງທາງເຂົ້າໃນຂະບວນການຈັດຕັ້ງປະຕິບັດວຽກງານຕ່າງໆ ໂດຍໄດ້ເນັ້ນໃຫ້ຄະ ນະພັກຊຸດໃໝ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະ ກອນ ກໍາແໜ້ນແນວທາງປ່ຽນແປງໃໝ່ຂອງພັກ, ເຊື່ອມຊຶມຢ່າງເລິກເຊິ່ງ ແລະ ເຊື່ອໝັ້ນເສັ້ນທາງກ້າວເດີນຂອງປະເທດຊາດ, ຕໍ່ອຸດົມການຂອງພັກ, ມີຄວາມຈົ່ງຮັກພັກດີຕໍ່ພັກ ແລະ ປະຊາຊົນບັນດາເຜົ່າ.

ເພີ່ມທະວີຄວາມສາມັກຄີພາຍໃນພັກໃຫ້ໜັກແໜ້ນ ລະຫວ່າງສະມາຊິກພັກ-ພະນັກງານ, ຍົກສູງສະຕິລະ ວັງຕົວຕໍ່ກົນອຸບາຍການຫັນປ່ຽນຂອງສັດຕູ, ເຊີດຊູນໍ້າໃຈຮັກຊາດ, ຮັກລະບອບໃໝ່, ເພື່ອພ້ອມກັນປະຕິ ບັດໜ້າທີ່ການເມືອງ ຈັດຕັ້ງປະຕິບັດວຽກງານຂົງເຂດແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ພ້ອມທັງສ້າງກົນໄກຄຸ້ມຄອງບໍລິຫານຈັດການຢ່າງມີປະສິດທິຜົນ ໂດຍສະເພາະການຫັນການຄຸ້ມຄອງເຂົ້າສູ່ລະບົບທີ່ທັນສະໄໝ. ໃຫ້ເອົາໃຈໃສ່ປັບປຸງກໍ່ສ້າງຄະນະໜ່ວຍພັກຮາກຖານ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເພີ່ມທະວີບົດບາດການນໍາພາຂອງພັກ ເຂົ້າໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກຂອງຄະນະໜ່ວຍພັກຮາກຖານ ແລະ ບັນດາອົງ ການຈັດຕັ້ງ ທີ່ເປັນເສນາທິການໃຫ້ແກ່ຄະນະພັກເຂົ້າສູ່ລະບຽບຫລັກການ.

ແຫຼ່ງຂໍ້ມູນ: ​ຂປລ

Comments