ສະຖານະການລະບາດ ຂອງເຊື້ອພະຍາດໂຄວິດ-19 ຍັງໜັກ ເພາະໃນວັນທີ 21 ສິງຫາ ນີ້ ມີຜູ້ຕິດເຊື້ອມື້ດຽວເພີ່ມຂຶ້ນ 251,860 ກໍລະນີ ໂດຍມີຜູ້ຕິດເຊື້ອທັງໝົດ 22,821,458 ກໍລະນີ
ໃນຂະນະທີ່ຍອດຜູ້ເສຍຊີວິດເພີ່ມຂຶ້ນ 5,857 ກໍລະນີ ລວມເປັນ 796,047 ກໍລະນີ ແລະ ປິ່ນປົວດີ 15,492,946 ກໍລະນີ ແລະ ອີກ 10 ປະເທດທີ່ມີຜູ້ຕິດເຊື້ອຫຼາຍທີ່ສຸດຍັງເປັນປະເທດລຸ່ມນີ້:

1 ສະຫະລັດອາເມລິກາ ມີຜູ້ຕິດເຊື້ອທັງໝົດ 5,744,138 ກໍລະນີ ໂດຍເພີ່ມຂຶ້ນ 43,207, ເສຍຊີວິດ 177,328 ກໍລະນີ ເພີ່ມຂຶ້ນ 994 ກໍລະນີ ແລະ ປິ່ນປົວດີ 3,085,206 ກໍລະນີ.
2 ປະເທດບຣາຊິວ ມີຜູ້ຕິດເຊື້ອທັງໝົດ 3,505,097 ກໍລະນີ ໂດຍເພີ່ມຂຶ້ນ 44,684 ເສຍຊີວິດ 112,423 ກໍລະນີ ເພີ່ມຂຶ້ນ 1,234 ກໍລະນີ ແລະ ປິ່ນປົວດີ 2,653,407 ກໍລະນີ.
3 ປະເທດອິນເດຍ ມີຜູ້ຕິດເຊື້ອທັງໝົດ 2,904,329 ກໍລະນີ ໂດຍເພີ່ມຂຶ້ນ 68,507 ເສຍຊີວິດ 54,975 ກໍລະນີ ເພີ່ມຂຶ້ນ 981 ກໍລະນີ ແລະ ປິ່ນປົວດີ 2,157,941 ກໍລະນີ.

4 ປະເທດລັດເຊຍ ມີຜູ້ຕິດເຊື້ອທັງໝົດ 942,106 ກໍລະນີ ໂດຍເພີ່ມຂຶ້ນ 4,785 ເສຍຊີວິດ 16,099 ກໍລະນີ ເພີ່ມຂຶ້ນ 110 ກໍລະນີ ແລະ ປິ່ນປົວດີ 755,513 ກໍລະນີ.
5 ປະເທດອາຟຣີກາໃຕ້ ມີຜູ້ຕິດເຊື້ອທັງໝົດ599,940 ກໍລະນີ ໂດຍເພີ່ມຂຶ້ນ 3,880 ເສຍຊີວິດ 12,618 ກໍລະນີ ເພີ່ມຂຶ້ນ 195 ກໍລະນີ ແລະ ປິ່ນປົວດີ 497,169 ກໍລະນີ.
ແຫຼ່ງຂໍ້ມູນ: Posttoday