ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳ ເດືອນສິງຫາ 2020

ກອງປະຊຸມລັດຖະບານສະໄໝສາມັນປະຈຳ ເດືອນສິງຫາ 2020 ໄດ້ເປີດໃນຕອນເຊົ້າວັນທີ 20 ແລະ ປິດລົງໃນວັນທີ 21 ສິງຫາ 2020 ທີ່ສຳນັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ໄດ້ພ້ອມກັນຄົ້ນຄວ້າພິຈາລະນາ ແລະ ປະກອບຄຳຄິດເຫັນ ຕໍ່ບັນດາເອກະສານສໍາຄັນ ດັ່ງນີ້: ຮັບຟັງການລາຍງານຈາກຂະແໜງການກ່ຽວຂ້ອງ ກ່ຽວກັບສະພາບພົ້ນເດັ່ນພາຍໃນ, ຕ່າງປະເທດ ແລະ ສະພາບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19. ຕໍ່ກັບສະພາບການພາຍໃນ, ກອງປະຊຸມໄດ້ຊີ້ນໍາໃຫ້ທຸກພາກສ່ວນ ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພຂອງຄົນບໍ່ຫວັງດີ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໍໃນສັງຄົມ, ແກ້ໄຂບັນຫາອຸບັດເຫດຕາມທ້ອງຖະໜົນ, ຈັດຕັ້ງປະຕິບັດມາດຕະການປະຢັດຕ້ານການຟູມເຟືອຍ ກ້າວໄປສູ່ການກຸ້ມຕົນເອງ.

ກ່ຽວກັບສະພາບການຂອງສາກົນໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ, ມີການວິເຄາະວິໄຈຢ່າງລະອຽດຜົນກະທົບທີ່ອາດເກີດມີຕໍ່ໍປະເທດເຮົາ, ພ້ອມກັນນີ້ ໃຫ້ກະກຽມຄວາມພ້ອມໃນການເປັນເຈົ້າພາບຈັດກອງປະຊຸມສາກົນທາງໄກ ເປັນຕົ້ນ ກອງປະຊຸມແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ. ສຳລັບການປ້ອງກັນ, ຄວບຄຸມ, ສະກັດກັ້ນແລະແກ້ໄຂການແຜ່ລະບາດຂອງພະໂຄວິດ-19 ໃຫ້ເອົາໃຈໃສ່ຕິດຕາມເຝົ້າລະວັງຢ່າງໃກ້ຊິດ, ຈັດຕັ້ງປະຕິບັດມາດຕະການຢ່າງເຄັ່ງຄັດ ເພື່ອຮັບປະກັນບໍ່ໃຫ້ເຊື້ອພະຍາດດັ່ງ ກ່າວແຜ່ລາມ ສ້າງຄວາມເສຍຫາຍໃຫ້ແກ່ສຸຂະພາບ ແລະ ຊີວິດຂອງພົນລະເມືອງລາວ, ແກ້ໄຂພະຍາດໄຂ້ເລືອດອອກໃຫ້ທັນການ; ຮ່າງນະໂຍບາຍ, ຍຸດທະສາດ ແລະ ແຜນປະຕິບັດງານແຫ່ງຊາດເພື່ອຄົນພິການ ຈຸດປະສົງເພື່ອຜັນຂະຫຍາຍນະໂຍບາຍຂອງພັກ ໂດຍສະເພາະແມ່ນ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກ່ຽວກັບການບໍລິການທາງດ້ານສະຫວັດດີການສັງຄົມ ໄດ້ຮັບການຍົກລະດັບ ແລະ ທຸກຄົນໄດ້ເຂົ້າເຖິງ ລວມທັງຄົນພິການດ້ວຍການໃຫ້ນະໂຍບາຍ, ຍຸດທະສາດ ແລະ ແຜນປະຕິບັດງານເພື່ອຈັດຕັ້ງປະຕິບັດ, ເພື່ອເປັນການຜັນຂະຫຍາຍສົນທິສັນຍາສາກົນວ່າດ້ວຍສິດທິຂອງຄົນພິການທີ່ ສປປ ລາວ ເປັນພາຄີ ໃຫ້ເປັນພາກປະຕິບັດຕົວຈິງ ພ້ອມທັງ ເປັນບ່ອນອີງໃນການຍາດແຍ່ງການຊ່ວຍເຫລືອຈາກຕ່າງປະເທດ ເຂົ້າໃນການພັດທະນາວຽກງານຄົນພິການ.

ກອງປະຊຸມໄດ້ມີທິດຊີ້ນຳໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເອົາໃຈໃສ່ບາງບັນຫາຕື່ມເປັນຕົ້ນ ແມ່ນໃຫ້ປັບປຸງເປັນສະບັບດຽວ ເພື່ອເຮັດໃຫ້ນະໂຍບາຍບາຍດັ່ງກ່າວ ມີຄວາມລະອຽດ, ເລິກເຊິ່ງເຂົ້າໃຈງ່າຍ ແລະ ກະທັດຮັດເມື່ອປະກາດໃຊ້ແລ້ວສາມາດປະຕິບັດໄດ້ຢ່າງມີປະສິດທິຜົນ ແລະ ທົ່ວເຖິງກອງປະຊຸມ ໄດ້ເຫັນດີດ້ານຫລັກການຮັບຮອງເອົາ 3 ຮ່າງກົດໝາຍ ຄື: ຮ່າງກົດໝາຍ ວ່າດ້ວຍຍານພາຫະນະທາງບົກ ເຊິ່ງເປັນຮ່າງກົດໝາຍສ້າງໃໝ່; ຮ່າງກົດໝາຍ ວ່າດ້ວຍການສຶກສາຊັ້ນສູງ ເປັນການຍົກລະດັບດຳລັດວ່າດ້ວຍການສຶກສາຊັ້ນສູງ ຂຶ້ນເປັນກົດໝາຍຕາມແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ; ຮ່າງກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ ເປັນຮ່າງກົດໝາຍສ້າງໃໝ່.


ກອງປະຊຸມ ໄດ້ພິຈາລະນາຮ່າງດໍາລັດ ວ່າດ້ວຍກອງທຶນຄຸ້ມຄອງໄພພິບັດ ເພື່ອກຳນົດຫລັກການ, ລະບຽບການ ກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ກອງທຶນຄຸ້ມຄອງໄພພິບັດ ເພື່ອລະດົມທຶນ ແລະ ສະສົມທຶນຈາກພາຍໃນ ແລະ ຕ່າງປະເທດ ແນໃສ່ສະໜອງທຶນ ໃຫ້ແກ່ການຊ່ວຍເຫລືອສຸກເສີນ, ເຮັດໃຫ້ຊີວິດການເປັນຢູ່ຂອງຜູ້ປະສົບໄພພິບັດ ກັບຄືນສູ່ສະພາບປົກກະຕິ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ກອງປະຊຸມ ໄດ້ຊີ້ນໍາ ໃຫ້ປັບປຸງຊື່ຂອງກອງທຶນ ເປັນດຳລັດວ່າດ້ວຍກອງທຶນໄພພິບັດ ແລະ ເຮັດເປັນກອງທຶນດຽວ ໂດຍມອບໃຫ້ພາກສ່ວນກ່ຽວຂ້ອງນໍາເອົາຮ່າງດຳລັດດັ່ງກ່າວໄປປັບປຸງ ເນື້ອໃນໃຫ້ຊັດເຈນ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ພາລະບົດບາດຂອງກອງທຶນ, ແຫລ່ງລາຍຮັບ, ການລະດົມທຶນ, ການນໍາໃຊ້ກອງທຶນ, ການຄຸ້ມຄອງບໍລິຫານກອງທຶນ ແລ້ວສະເໜີທ່ານນາຍົກລັດຖະມົນຕີ ແລະ ບັນດາຮອງນາຍົກລັດຖະມົນຕີມີຄໍາເຫັນ ແລະ ພິຈາລະນາ.
ໃນຕອນທ້າຍ, ກອງປະຊຸມ ຍັງໄດ້ຊີ້ນຳໃຫ້ບັນດາຂະແໜງການ ເພີ່ມທະວີຄວາມເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານໃນເດືອນກັນຍາ 2020 ເປັນຕົ້ນ ໃຫ້ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມລັດຖະບານປະຈຳເດືອນກໍລະກົດ 2020 ໂດຍສະເພາະການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິຂອງກອງປະຊຸມສະພາແຫ່ງຊາດ; ໃຫ້ເພີ່ມທະວີຈັດຕັ້ງປະຕິບັດມະຕິກົມການເມືອງ ກ່ຽວກັບວຽກງານຮັກສາຄວາມສະຫງົບໃນໄລຍະໃໝ່, ສືບຕໍ່ປົກປັກຮັກສາສະຖຽນລະພາບທາງດ້ານການເມືອງໃຫ້ໝັ້ນຄົງ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ, ສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ຫລຸດລົງ ເທື່ອລະກ້າວ; ເພີ່ມທະວີຄວາມເຂັ້ມງວດຄຸ້ມຄອງການເຂົ້າ-ອອກປະເທດ, ຮັບປະກັນບໍ່ໃຫ້ມີການລັກລອບເຂົ້າເມືອງບໍ່ຜ່ານດ່ານຊາຍແດນ ທັງເປັນການຮັບປະກັນວຽກງານປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19; ສືບຕໍ່ສຸມໃສ່ເກັບລາຍຮັບງົບປະມານ 4 ເດືອນທ້າຍປີ 2020 ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້ ຫລື ຍັບໃກ້ເຂົ້າແຜນຫລາຍທີ່ສຸດ.

ພ້ອມນີ້, ກໍໃຫ້ສືບຕໍ່ປັບປຸງກົນໄກການເກັບລາຍຮັບງົບປະມານໃຫ້ເປັນທັນສະໄໝ ໃຫ້ສໍາເລັດໂດຍພື້ນຖານ ເພື່ອຮັບປະກັນການແກ້ໄຂບັນຫາຮົ່ວໄຫຼຂອງງົບປະມານ; ເອົາໃຈໃສ່ພິເສດຕໍ່ການຈ່າຍເງິນ ເດືອນໃຫ້ພະນັກງານລັດຖະກອນ, ທະຫານ, ຕໍາຫລວດ ໃຫ້ໄດ້ທັນເວລາ; ສືບຕໍ່ຕິດຕາມ ແລະ ຄຸ້ມຄອງການແລກປ່ຽນເງິນຕາ, ອັດຕາເງິນເຟີ້ໃຫ້ຢູ່ໃນເກນທີ່ສາມາດຄວບຄຸມໄດ້, ແກ້ໄຂບັນຫາໜີ້ສິນ ແລະ ຜົນກະທົບຂອງການຈັດອັນດັບຄວາມໜ້າເຊື່ອຖືດ້ານການເງິນຂອງ ສປປ ລາວ ຈາກສະຖາບັນການເງິນສາກົນ, ປັບປຸງບັນດານະໂຍບາຍສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ(SMEs) ແລະ ນິຕິກໍາທີ່ກ່ຽວຂ້ອງ ໃຫ້ສອດຄ່ອງກັບສະພາບຕົວຈິງຂອງຂະແໜງການ ເປັນຕົ້ນ ການປັບປຸງອັດຕາດອກເບ້ຍເງິນກູ້, ເງື່ອນໄຂ ແລະ ຂອດຂັ້ນການເຂົ້າເຖິງກອງທຶນສົ່ງເສີມ SMEs ໃຫ້ມີຄວາມສະດວກ ແລະ ວ່ອງໄວຂຶ້ນ,

ພ້ອມທັງເອົາໃຈໃສ່ຕິດຕາມກວດກາ ແລະ ວາງແຜນການຈັດຕັ້ງປະຕິບັດຊ່ວຍຜູ້ປະກອບການໃຫ້ດໍາເນີນທຸລະກິດຢ່າງມີຜົນກໍາໄລ ແລະ ເພື່ອຫລີກເວັ້ນບໍ່ໃຫ້ຜູ້ປະກອບການລົ້ມລະລາຍ ແລະ ບໍ່ສາມາດຊໍາລະຕົ້ນທຶນ ແລະ ດອກເບ້ຍໄດ້; ສືບຕໍ່ຈັດສັນການຊໍາລະໜີ້ສິນໂຄງການລົງທຶນຂອງລັດ ເພື່ອເປັນການຊ່ວຍໃຫ້ບໍລິສັດ ສາມາດດໍາເນີນກິດຈະການໄດ້ເປັນປົກກະຕິ, ພ້ອມທັງ ຊຸກຍູ້ບັນດາໂຄງການລົງທຶນຂະໜາດໃຫຍ່ ເປັນຕົ້ນ ໂຄງການທາງລົດໄຟ ລາວ-ຈີນ, ທາງດ່ວນ, ໂຄງການພັດທະນາເສດຖະກິດຕາມແລວທາງລົດໄຟ ໃຫ້ສໍາເລັດຕາມແຜນທີ່ວາງໄວ້; ໃຫ້ຄະນະສະເພາະກິດ ສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດຢູ່ພາຍໃນ ແລະ ການຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ສືບຕໍ່ຄົ້ນຄວ້າປຶກສາຫາລື ຄວາມອາດສາມາດ ແລະ ທ່າແຮງບົ່ມຊ້ອນຂອງພວກເຮົາໃນການຜະລິດເປັນສິນຄ້າ-ອຸປະໂພກ-ບໍລິໂພກ ເພື່ອສາມາດຕອບສະໜອງໃຫ້ພຽງພໍກັບຄວາມຕ້ອງການ ຂອງສັງຄົມ ດ້ວຍການຊຸກຍູ້ສົ່ງເສີມຂະບວນການປູກຝັງ, ລ້ຽງສັດ ຕິດພັນກັບການແປຮູບ ທີ່ມີຄຸນນະພາບ

ເພື່ອເປັນສິນຄ້າສົ່ງອອກ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດພາຍໃນປະເທດ ຫລຸດຜ່ອນການນໍາເຂົ້າຈາກຕ່າງປະເທດ; ກະກຽມຄວາມພ້ອມຮອບດ້ານ ເພື່ອຊຸກຍູ້ການຜະລິດລະດູຝົນປີ 2020 ສະໜອງແນວພັນພືດ, ແນວພັນສັດ ແລະ ເຕັກນິກວິຊາການ ເຂົ້າໃສ່ການຜະລິດກະສິກໍາ, ກະສິກໍາສະອາດ ຕາມທ່າແຮງຂອງປະເທດເຮົາ ເພື່ອຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ໃຫ້ພຽງພໍກັບການບໍລິໂພກພາຍໃນ ແລະ ເປັນສິນຄ້າສົ່ງອອກ; ສືບຕໍ່ຕິດຕາມເຝົ້າລະວັງການປ່ຽນແປງດິນຟ້າອາກາດຢ່າງໃກ້ຊິດ ເພື່ອແຈ້ງໃຫ້ປະຊາຊົນໄດ້ຮັບຮູ້ຂໍ້ມູນຂ່າວສານ ທັງກະກຽມຮັບມືໃຫ້ທັນສະພາບການ, ພ້ອມທັງຕິດຕາມເຝົ້າລະວັງ ແລະ ກະກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອຕ້ານແລ້ງ-ຕ້ານຖ້ວມ.

ພ້ອມກັນນີ້ເພື່ອກະກຽມແກ້ໄຂຜົນກະທົບຂອງໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ທີ່ອາດຈະເກີດຂຶ້ນ ໃນຊ່ວງລະດູຝົນນີ້, ກໍລະນີຫາກເກີດມີໄພນໍ້າຖ້ວມ ກໍໃຫ້ຮີບຮ້ອນໃຫ້ການຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບຢ່າງຮີບດ່ວນ ແລະ ທັນການ; ສືບຕໍ່ຕິດຕາມປະລິມານນໍ້າໃນບັນດາເຂື່ອນຕ່າງໆ ເພື່ອວາງແຜນຄຸ້ມຄອງນໍ້າໃຫ້ດີ, ຖ້າຫາກມີການປ່ອຍນໍ້າຕ້ອງໄດ້ແຈ້ງເຕືອນປະຊາຊົນລ່ວງໜ້າ; ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ທີ່ໄດ້ອະນຸມັດໄປແລ້ວ ເຊັ່ນ: ໂຄງການໄຟຟ້າຖ່ານຫີນ, ໂຄງການສາຍສົ່ງ ແລະ ໂຄງການບໍ່ແຮ່; ກວດກາ ແລະ ສ້ອມແປງເສັ້ນທາງຫລວງແຫ່ງຊາດ, ດິນເຊາະເຈື່ອນຖົມທາງ ໃນຊ່ວງລະດູຝົນ ເພື່ອຮັບປະກັນການສັນຈອນໄປມາໃຫ້ມີຄວາມສະດວກ ແລະ ຮັບປະກັນຄວາມປອດໄພ;ກະກຽມ ແລະ ດຳເນີນການເປີດສົກຮຽນໃໝ່ໃຫ້ໄປຕາມແຜນການ, ເອົາໃຈໃສ່ຄຸ້ມຄອງ, ກວດກາການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນໃຫ້ຖືກຕ້ອງ, ໂປ່ງໃສ, ຄົ້ນຄວ້າຍົກລະດັບການຮຽນ-ການສອນ ໃຫ້ມີປະສິດຜົນ, ຮັບປະກັນໄດ້ຄຸນນະພາບການສຶກສາ ໄປຄຽງຄູ່ກັບການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19.

ພ້ອມນັ້ນ, ກໍໃຫ້ກະກຽມການສະໜອງອຸປະກອນການສຶກສາ, ເຄື່ອງນຸ່ງຫົ່ມ ທີ່ຮັບໃຊ້ໃນການສຶກສາໃຫ້ພຽງພໍ ໂດຍເນັ້ນໃສ່ການຜະລິດພາຍໃນປະເທດ ເພື່ອຫລຸດຜ່ອນການນໍາເຂົ້າຈາກຕ່າງປະເທດ ທັງເປັນການຊ່ວຍເຫລືອຜູ້ລົງທຶນ ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19; ສືບຕໍ່ຊຸກຍູ້ສົ່ງເສີມວຽກງານທ່ອງທ່ຽວພາຍໃນ ໃຫ້ມີຄວາມຫລາກຫລາຍ ພ້ອມທັງ ປັບປຸງກົນໄກບໍລິຫານທີ່ຍັງບໍ່ທັນມີຄວາມສະດວກ ເພື່ອເຮັດໃຫ້ວຽກງານທ່ອງທ່ຽວກັບຄືນມາມີບັນຍາກາດ ພາຍຫລັງສິ້ນສຸດການແຜ່ລະບາດ ແລະ ສາມາດເກັບລາຍຮັບເຂົ້າງົບປະມານ; ເອົາໃຈໃສ່ຝຶກສີມືແຮງງານ ແລະ ສ້າງວຽກເຮັດງານທຳໃຫ້ແກ່ແຮງງານລາວ ດ້ວຍການປະສານສົມທົບກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະພາກທຸລະກິດ; ກະກຽມແຜນການເຄື່ອນໄຫວໃຫ້ແກ່ການນໍາພັກ-ລັດຖະບານ ເພື່ອຮັບປະກັນດ້ານເນື້ອໃນໃຫ້ລະອຽດຮັດກຸມ ແລະ ໃຫ້ກະກຽມເນື້ອໃນໃຫ້ແກ່ກອງປະຊຸມ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ທີ່ຈະຈັດຂຶ້ນໃນວັນທີ 24 ສິງຫາ 2020 ໃຫ້ຮັດກຸມ ແລະ ມີຜົນສໍາເລັດຢ່າງຈົບງາມ; ໃຫ້ກະຊວງ-ອົງການຕ່າງໆ ສືບຕໍ່ສ້າງຂະບວນການຕິດພັນກັບວຽກງານຂອງຂະແໜງການຕົນ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ອົງຄະນະພັກຂອງຕົນ ໃຫ້ສໍາເລັດຕາມແຜນການ ເພື່ອສ້າງບັນຍາກາດອັນດີ ແລະ ເອື້ອອໍານວຍໃຫ້ແກ່ການຈັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃນຕົ້ນປີ 2021 ທີ່ຈະມາເຖິງນີ້.


ພ້ອມກັນນີ້, ປະທານກອງປະຊຸມ ຍັງໄດ້ຮຽກຮ້ອງມາຍັງສະມາຊິກລັດຖະບານ ຈົ່ງເພີ່ມທະວີຄວາມຮັບຜິດຊອບນໍາພາ-ຊີ້ນໍາ ແລະ ຂຸ້ນຂ້ຽວຈັດຕັ້ງປະຕິບັດວຽກງານຂອງຂະແໜງການຕົນ ໃຫ້ບັນລຸແຜນການ ເພື່ອຊຸກຍູ້ສົ່ງເສີມເສດຖະກິດພາຍໃນ ໃຫ້ສືບຕໍ່ຂະຫຍາຍຕົວ ແລະ ບັນລຸຕົວເລກຄາດໝາຍ GDP ທີ່ສະພາແຫ່ງຊາດໄດ້ຮັບຮອງແລ້ວ, ພ້ອມທັງຈັດຕັ້ງປະຕິບັດທິດຊີ້ນໍາຂອງກອງປະຊຸມລັດຖະບານ ຄັ້ງນີ້ ແລະ ແຜນວຽກຈຸດສຸມໃຫ້ເກີດຜົນເປັນຈິງຢ່າງມີປະສິດທິຜົນສູງ.

ແຫຼ່ງຂໍ້ມູນ:​ ຂປລ

Comments