ສປປ ລາວ ຈະເປັນເຈົ້າພາບ ຈັດກອງປະຊຸມຜູ້ນໍາ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3

ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມຜູ້ນໍາ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ໃນຮູບແບບກອງປະຊຸມທາງໄກ, ໃນວັນທີ 24 ສິງຫາ 2020 ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຫລີ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ແລະ ບັນດາຜູ້ນໍາຈາກ 4 ປະເທດສະມາຊິກ ຄື: ກໍາປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ພາຍໃຕ້ຄໍາຂວັນ: “ເພີ່ມທະວີການຮ່ວມມື ເພື່ອຄວາມສົມບູນພູນສຸກຮ່ວມກັນ” (Enhancing Partnership for Shared Prosperity).


ກອງປະຊຸມຄັ້ງນີ້, ຈະໄດ້ທົບທວນຄືນໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ແລະ ວາງທິດທາງໃນຕໍ່ໜ້າ ຂອງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ພ້ອມດຽວກັນນັ້ນ, ກໍຈະໄດ້ປຶກສາຫາລື ແລະ ຮັບຮອງເອົາເອກະສານສໍາຄັນຈໍານວນໜຶ່ງ ເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງຜັນຂະຫຍາຍຂອບການຮ່ວມມືດັ່ງກ່າວ. ນອກຈາກນັ້ນ, ຍັງຈະໄດ້ມີພິທີມອບ-ຮັບໜ້າທີ່ ການເປັນປະທານຮ່ວມໃນນາມປະ ເທດແມ່ນໍ້າຂອງ ຈາກ ສປປ ລາວ ໃຫ້ ມຽນມາ ສືບຕໍ່ໜ້າທີ່ເປັນປະທານຮ່ວມ ກັບ ສປ ຈີນ ໃນໄລຍະ 2 ປີຂ້າງໜ້າ.


ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2015 ໂດຍປະກອບມີ 6 ປະເທດສະມາຊິກ ຄື: ສປປ ລາວ, ກໍາປູເຈຍ, ມຽນມາ, ໄທ, ຫວຽດນາມ ແລະ ສປ. ຈີນ, ເຊິ່ງມີເປົ້າ ໝາຍການຮ່ວມມື ເພື່ອພັດທະນາເສດຖະກິດ-ສັງຄົມໃນພາກພື້ນແມ່ນໍ້າຂອງບົນພື້ນຖານ 3 ເສົ້າຄໍ້າ (ການເມືຶອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ການພັດທະນາແບບຍືນຍົງ, ສັງຄົມ-ວັດທະນະທຳ ແລະ ການໄປມາຫາສູ່ຂອງປະຊາຊົນ) ແລະ 5 ຂົງເຂດບູລິມະສິດ (ການຄຸ້ມຄອງຊັບພະຍາກອນນໍ້າ, ການເຊື່ອມຈອດ, ກະສິກຳ ແລະ ລືບລ້າງຄວາມທຸກຍາກ, ສ້າງຄວາມອາດສາມາດໃນການຜະລິດ, ເສດຖະກິດຂ້າມຊາຍແດນ). ສປປ ລາວ ໄດ້ຮັບໜ້າທີ່ການເປັນປະທານຮ່ວມ ໃນນາມປະເທດແມ່ນໍ້າຂອງ ຕໍ່ຈາກ ກໍາປູເຈຍ ໃນ ປີ 2018-2020.

ແຫຼ່ງຂໍ້ມູນ:​ https://www.facebook.com/plugins/post.php?

Comments