ຫ້ອງການມໍລະດົກໂລກໄຫຫີນ ຊຽງຂວາງ ຍັງຂາດ ບຸກຄະລາກອນ ທີ່ມີຄວາມຊຳນານ

ຫ້ອງການມໍລະດົກໂລກໄຫຫີນ ແຂວງຊຽງຂວາງ ໄດ້ຮັບການສ້າງຕັ້ງຂຶ້ນ ໃນທ້າຍປີ 2019 ຜ່ານມານີ້, ພາຍຫລັງ ທົ່ງໄຫຫີນແຂວງຊຽງຂວາງ ໄດ້ຮັບຮອງຈາກອົງການອຸຍແນັສໂກ ເຂົ້າເປັນມໍລະດົກໂລກ ທາງວັດທະນະທຳ ແລະ ປະຫວັດສາດ ແຫ່ງທີ 3 ຂອງ ສປປ ລາວ ເຊິ່ງທຸກພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ສຸມທຸກກຳລັງໃສ່ ເພື່ອຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຮູບຮ່າງຫລາຍຂຶ້ນ. ຮອດປັດຈຸບັນນີ້ ຫ້ອງການດັ່ງກ່າວມີພະນັກງານທັງໝົດ 10 ຄົນ, ຍິງ 3 ຄົນ ເຊິ່ງເຫັນວ່າຍັງມີໜ້ອຍ, ດ້ານປະສົບການກ່ຽວກັບວຽກງານມໍລະດົກກໍຍັງບໍ່ຫລາຍ ເຮັດໃຫ້ບັນຫາການຈັດຕັ້ງຫ້ອງການຄຸ້ມຄອງມໍລະດົກໂລກ, ບັນຫາບຸກຄະລາກອນ, ກົນໄກໃນການປົກປັກຮັກສາ ແລະ ຄຸ້ມຄອງມໍລະດົກໂລກທົ່ງໄຫຫີນແຂວງຊຽງຂວາງ ມີຄວາມຫຍຸ້ງຍາກໃນການປະຕິບັດວຽກງານຕົວຈິງ.


ທ່ານ ເພັດສະໝອນ ສຸລິຍະແສງ ຫົວໜ້າຫ້ອງການ ມໍລະດົກໂລກໄຫຫີນຊຽງຂວາງ ກ່າວໃນກອງປະຊຸມ ຄະນະກຳມະການລະດັບຊາດ ເພື່ອມໍລະດົກໂລກ ຄັ້ງທີ 9 ເຊິ່ງໄດ້ຈັດຂຶ້ນໃນວັນທີ 20 ສິງຫາ 2020 ທີ່ຫໍວັດທະນະທຳແຫ່ງຊາດ, ນະຄອນຫລວງວຽງຈັນຜ່ານມາ ໂດຍລະບຸວ່າ: ແຂວງຊຽງຂວາງ ມີໄຫຫີນ ທັງໝົດ 80 ແຫ່ງ ທີ່ກະຈາຍຢູ່ໃນ 5 ເມືອງ, ເຊິ່ງມີໄຫຫີນທັງໝົດ 2.133 ໜ່ວຍ ໃນນີ້ແຫລ່ງມໍລະດົກໂລດຫໄຫີນທີ່ອົງການອຸຍແນັສໂກຮັບຮອງມີ 11 ແຫ່ງ ມີໄຫຫີນ 1.325 ໜ່ວຍ, ມີຝາປິດໄຫ 215 ຝາ, ມີກ້ອນຫີນ 399 ໜ່ວຍ ທີ່ກະຈາຍເປັນບໍລິເວນກວ້າງ ກວມເອົາ 10 ບ້ານໃນ 4 ເມືອງຄື: ເມືອງແປກ, ເມືອງຄຳ, ເມືອງພູກູດ ແລະ ເມືອງຜາໄຊ ເຊິ່ງບາງຈຸດລົດບໍ່ສາມາດໄປຮອດຕ້ອງໄດ້ຍ່າງ.


ທ່ານ ເພັດສະໝອນ ສຸລິຍະແສງ ກ່າວຕື່ມວ່າ: ໃນໄລຍະ 6 ເດືອນຜ່ານມາ, ຫ້ອງການມໍລະດົກໂລກໄຫຫີນສາມາດຈັດຕັ້ງປະຕິບັດວຽກງານ ຢູ່ໃນຂົງເຂດຮັບຜິດຊອບຂອງຕົນ ເປັນຕົ້ນ ໄດ້ປະສານກັບກົມມໍລະດົກ ສ້າງແຜນສືບຕໍ່ຝຶກອົບຮົມຕ້ານ ຄວາມສ່ຽງ ໄພພິບັດ ຕໍ່ກັບມໍລະດົກໄຫຫີນ ໃຫ້ຂັ້ນແຂວງ, ເມືອງ ແລະ ບ້ານ; ສໍາເລັດການຕິດຕັ້ງປ້າຍອະທິບາຍ ແລະ ແປຄວາມໝາຍຢູ່ແຫລ່ງມໍລະດົກໂລກ ທົ່ງໄຫຫີນ 6 ແຫ່ງເຊັ່ນ: ໄຫຫີນ 1, 2, 3, 21, 25 ແລະ 28 ທັງໝົດ 16 ປ້າຍ. ສຳລັບ ແຜນການ 6 ເດືອນທ້າຍປີ ທາງຫ້ອງການມໍລະດົກໂລກໄຫຫີນຊຽງຂວາງ ໄດ້ສືບຕໍ່ເອົາໃຈໃສ່ກຳຈັດ ຂີ້ເຫຍື້ອ ແລະ ຮັກສາຄວາມ ສະອາດຢູ່ແຫລ່ງມໍລະດົກໂລກໄຫຫີນ, ສືບຕໍ່ປະສານງານກັບອົງການເກັບກູ້ລະເບີດ ເພື່ອເກັບກູ້ລະເບີດທີ່ຍັງຕົກ ຄ້າງໃນເຂດມໍລະດົກທົ່ງໄຫຫີນ. ພ້ອມນີ້ ໄດ້ສືບຕໍ່ລົງກຳນົດຄວາມຖືກຕ້ອງ ຂອງຕຳແໜ່ງໃນແຜ່ນທີ່ ເລື່ອງການຈັດການ ແລະ ເຂດຄຸ້ມຄອງໃບຕາດິນ, ສຶກສາການອອກໃບຕາດິນ ເຂດມໍລະດົກ ໄຫຫີນ 1, 2, 8 ແລະ 28.


ນອກຈາກນີ້, ສືບຕໍ່ສ້າງແຜນ ການຫລຸດຜ່ອນໄພພິບັດ ແລະ ແຜນຄຸ້ມຄອງໄພພິບັດ ແຫລ່ງມໍລະດົກໂລກໄຫຫີນ, ສຶກສາ ແລະ ກຳນົດຄະນະຮັບຜິດຊອບ ການປະເມີນຜົນກະທົບຕໍ່ມໍລະດົກ ໃນການກໍ່ສ້າງ ຫລື ໂຄງການພັດທະນາຕ່າງໆ ແລະ ການຈັດບຸລິມະສິດແຜນດຳເນີນງານສະບັບປີ 2018-2023 ເພື່ອກຳນົດກິດຈະກຳສຳຄັນ ໂດຍສະເພາະແມ່ນການສ້າງຈິດສຳນຶກໃຫ້ແກ່ປະຊາຊົນ ແລະ ຊຸມຊົນເຂົ້າໃຈ ເຖິງຄວາມສຳຄັນ ຂອງແຫລ່ງມໍລະດົກ.

ແຫຼ່ງຂໍ້ມູນ: ຂປລ

Comments