ອິນເດຍແຊງໜ້າອາເມລິກາ ຫຼັງຍອດຜູ້ຕິດເຊື້ອ Covid-19 ເພີ່ມຂຶ້ນສູງສຸດໃນມື້ດຽວ

ອິນເດຍສ້າງສະຖິຕິຜູ້ຕິດເຊື້ອ Covid-19 ເພີ່ມຂຶ້ນສູງສຸດໃນໂລກພຽງມື້ດຽວ.​

ວັນທີ 30 ສິງຫາ 2020 ທີ່ຜ່ານມາ ອິນເດຍມີຜູ້ຕິດເຊື້ອ Covid-19 ເພີ່ມຂຶ້ນຫຼາຍທີ່ສຸດເປັນອັນດັບ 3 ຂອງໂລກ ທີ່ມີສະຖິຕິເຖິງ 78.​761 ກໍລະນີ ພາຍໃນ 24 ຊົ່ວໂມງ. ສາເຫດເນື່ອງມາຈາກ ຄະນະລັດຖະບານໄດ້ສືບຕໍ່ຍົກເລີກມາດຕະການຕ່າງໆ ເພື່ອຊຸກຍູ້ເສດຖະກິດທີ່ສູນເສຍວຽກເຮັດງານທຳຂອງຫຼາຍລ້ານຄົນ ໃນຂະນະທີ່ເຊື້ອໄວຣັດເຂົ່າແຜ່ລະບາດໃນເດືອນມີນາ. ການເພີ່ມຂຶ້ນຂອງໄວຣັດໃນເຂດຊົນນະບົດຫຼາຍແຫ່ງຍັງຄົງເປັນບັນຫາທີ່ສຳຄັນ.

Haryana, Chandigarh Criticised Over Stadium Jails For Coronavirus Lockdown  Violators
ພາບປະກອບ

ໃນວັນດຽວກັນນີ້ ການຕິດເຊື້ອທົ່ວໂລກທະລຸ 25 ລ້ານຄົນ ໂດຍມີຜູ້ເສຍຊີວິດ 843.​000 ຄົນ ເຊິ່ງສະຫະລັດອາເມລິກາຍັງຄົງເປັນປະເທດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດໂດຍມີຜູ້ຕິດເຊື້ອ 6 ລ້ານຄົນ ຕາມການວິໄຈຂອງມະຫາວິທະຍາໄລ Johns Hopkins. ການນັບວັນດຽວກັນນີ້ມີຜູ້ຕິດເຊື້ອເພີ່ມຂຶ້ນໃນອິນເດຍທະລຸ 77.​299 ກໍລະນີ ພາຍໃນ 24 ຊົ່ວໂມງ.

ທ່ານໝໍ Manoj Kumar ຊ່ຽວຊານດ້ານໂລກຫົວໃຈໄດ້ກ່າວກັບສຳນັກຂ່າວຣອຍເຕີວ່າ: “ນັບວ່າເປັນການເພີ່ມຂຶ້ນຂອງ 1 ມື້ ທີ່ໃຫຍ່ທີ່ສຸດກໍລະນີໃນທົ່ວໂລກ ແລະ ສາເຫດທີ່ຢູ່ເບື້ອງຫຼັງນັ້ນ ເນື່ອງມາຈາກການແຜ່ລະບາດຂອງໂລກລະບາດໃນເຂດຊົນນະບົດ” ໃນຊ່ວງທຳອິດການປ້ອງກັນພະຍາດ Covid-19 ຢູ່ປະເທດອິນເດຍ ແມ່ນເຮັດໄດ້ດີພໍສົມຄວນໂດຍກຳນົດໃຫ້ມີການປ້ອງກັນຢ່າງເຂັ້ມງວດ ແຕ່ຈາກນັ້ນເຊື້ອໄວຣັດດັ່ງກ່າວ ກໍໄດ້ເລີ່ມແຜ່ລະບາດໃນເມືອງໃຫຍ່ຢ່າງມຸມໄບ ແລະ ເດລີ; ກ່ອນທີ່ຈະແຜ່ລະບາດໄປຫາເມືອງນ້ອຍໆ ແລະ ເຂດຊົນນະບົດ ເຖິງວ່າຈຳນວນຜູ້ຕິດເຊື້ອຈະເພີ່ມຂຶ້ນ ແຕ່ລັດຖະບານກໍພະຍາຍາມຜ່ອນຜັນຂໍ້ຈຳກັດຕ່າງໆ ຊຶ່ງການເຕົ້າໂຮມກັນເຖິງ 100 ຄົນ ແມ່ນໄດ້ຮັບອະນຸຍາດໃນງານວັດທະນະທຳ, ບັນເທິງ ແລະກິລາ… ຕັ້ງແຕ່ເດືອນຕໍ່ໄປ ໂດຍມີການໃສ່ຜ້າປິດປາກ ແລະ ມາດຕະການທີ່ຫ່າງໄກຈາກສັງຄົມ.

Is India Winning The Coronavirus War? The 'R' Factor
ພາບປະກອບ

ທ່ານ ດຣ Rajiv Parek ປະທານບໍລິສັດ Medanta ຂອງພະແນກວິທະຍາສາດເສັ້ນເລືອດ ແລະສາຍຕາ ກ່າວກັບຣອຍເຕີວ່າ: “ຜູ້ຄົນຄິດວ່າເມື່ອຕົວເລກເລີ່ມຫຼຸດລົງເທົ່າກັບວ່າພວກເຂົາຊະນະສົງຄາມແລ້ວ…ທຸກຄົນອອກໄປນອກ ໂດຍບໍ່ໃສ່ຜ້າປິດປາກ ແລະ ບໍ່ຮັກສາໄລຍະຫ່າງທາງສັງຄົມ ນັ້ນແມ່ນສິ່ງທີ່ພວກເຮົາບໍ່ຄວນອະນຸຍາດໃຫ້ເກີດຂຶ້ນ” ທ່ານຍັງໄດ້ກ່າວອີກວ່າ ການບໍ່ມີການລາຍງານ ແລະ ການທົດສອບທີ່ຈຳກັດ ຍັງຄົງເປັນບັນຫາທີ່ສຳຄັນ ຊຶ່ງຕົວເລກຜູ້ເສຍຊີວິດ 63.​000 ຄົນ ໃນອິນເດຍທຽບເທົ່າກັບແມັກຊີໂກ ແຕ່ວ່າການຕິດເຊື້ອໃນປະເທດອາເມລິກາກາງມີພຽງແຕ່ 591.​000 ຄົນ ທຽບໃສ່ອິນເດຍ 3,5 ລ້ານຄົນ ລັດຖະບານອິນເດຍປະເມີນຈຳນວນຜູ້ເສຍຊີວິດຈາກກໍລະນີທີ່ເປັນບວກ ແຕ່ບໍ່ແມ່ນກໍລະນີຕິດເຊື້ອທີ່ສົງໄສ ຈາກການທົດລອງຂອງນັກວິທະຍາສາດ Shahid Jameel ຫົວໜ້າບໍລິສັດພັນທະມິດ Wellcome Trust / DBT India ກ່າວກັບ Agence France ວ່າ: “ການທົດສອບຕໍ່ໜຶ່ງລ້ານຄົນໃນປະເທດອິນເດຍໃນ 30.​000 ຄົນ ຍັງຄົງຕໍ່າທີ່ສຸດເປັນອັນດັບສອງໃນ 10 ອັນດັບທຳອິດ ຂອງປະເທດທີ່ຕິດເຊື້ອໄວຣັດ”.

India IT hub, other towns reimpose lockdown amid COVID-19 surge | India  News | Al Jazeera
ພາບປະກອບ

ນາຍົກລັດຖະມົນຕີ Narendra Modi ໄດ້ກ່າວຄຳປາໄສວິທະຍຸປະຈຳເດືອນຂອງທ່ານ ໂດຍບໍ່ໄດ້ກ່າວເຖິງຈຸດສຳຄັນຄັ້ງສຸດທ້າຍ ແຕ່ທ່ານໄດ້ຮຽກຮ້ອງໃຫ້ພົນລະເມືອງປະຕິບັດກົດລະບຽບດັ່ງກ່າວ ແລະ ໃຫ້ມີຄວາມສາມັກຄີກັນ ເພືີ່ອພະຍາຍາມເອົາຊະນະພະຍາດໂຄໂຣນາໄວຣັດ. ທ່ານ ກ່າວຕື່ມວ່າ: “ມັນເປັນສິ່ງສຳຄັນທີ່ພົນລະເມືອງທຸກຄົນຈະຕ້ອງມີສຸຂະພາບທີ່ແຂງແຮງ ແລະມີຄວາມສຸກ ແລະ ເອົາຊະນະໂຄໂຣນາໄວຣັດໄດ້ຢ່າງສົມບູນ” ໂຄໂຮນາ ເຮົາສາມາດເອົາຊະນະໄດ້ພຽງແຕ່ທ່ານຍັງປອດໄພ, ປະຕິບັດດ້ວຍຄວາມຕັ້ງໃຈໃນການຮັກສາໄລຍະຫ່າງ 2 ແມັດ ແລະ ໃສ່ຜ້າອັດປາກ “.

Comments