ລັດຖະມົນຕີກະຊວງ ຖວທ ຕ້ອນຮັບຜູ້ຕາງໜ້າອົງການອຸຍນີເຊັບ…

ຕອນບ່າຍວັນທີ 2 ກັນຍາ 2020 ຢູ່ຫ້ອງປະຊຸມກະຊວງຖະແຫລວງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີກະຊວງຖະແຫລງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ດຣ ນາງ ເພຍ ຣີໂບໂລ ບຣີດໂຕ ຜູ້ຕາງຫນ້າອົງ ການສະຫະປະຊາຊາດສໍາລັບເດັກນ້ອຍ ຫລື ຢູນີເຊັຟ ຄົນໃຫມ່ປະຈໍາລາວ ໂດຍມີພາກສ່ວນກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.

ໂອກາດນີ້ ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງມາຍັງຜູ້ຕາງຫນ້າອົງການສະຫະປະຊາຊາດສໍາລັບເດັກນ້ອຍ ຫລື ຢູນີເຊັຟຄົນໃຫມ່ປະຈໍາລາວ ພ້ອມທັງສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຊ່ວຍເຫລືອຂອງອົງການຢຸນີເຊັຟ ຕໍ່ລັດຖະບານລາວໃນໄລຍະຜ່ານມາໃນການຈັດຕັ້ງປະຕິບັດໂຄງການຕ່າງໆຢ່າງໃກ້ຊິດ ຮ່ວມກັບກະຊວງຖະແຫລງຂ່າວວັດທະນະທໍາແລະທ່ອງທ່ຽວ ເພື່ອສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນລາວດ້ານການນໍາໃຊ້ເຕັກໂນໂລຊີທີ່ທັນສະໄຫມ ເຊີ່ງມີບົດບາດສໍາຄັນໃນການ ບັນລຸເປົ້າຫມາຍການພັດທະນາແບບຢືນຍົງ ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ໂດຍການເລີ່ມຜະລິດລາຍການຜ່ານໂທລະພາບສໍາລັບເດັກກ່ອນໄວຮຽນ, ໂຄງການວິທະຍຸໄວຫນຸ່ມ ແລະ ອື່ນໆ ແລະ ເມື່ອບໍ່ດົນມານີ້ອົງການຢູນີເຊັຟ ຮ່ວມກັບລັດຖະບານລາວ ກໍຄືກະຊວງ ຖວທ ເພີ່ມທະວີການໂຄສະນາຂໍ້ມູນຂ່າວສານໃຫ້ຄວາມຮູ້ກ່ຽວກັບວິທີປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19 ຜ່ານພາຫະນະສື່ມວນຊົນຕ່າງໆ ເພື່ອໃຫ້ປະຊາຊົນລາວຮັບຮູ້ເຂົ້າໃຈ ເຖີງຜົນຮ້າຍແລະໄພອັນຕະ ລາຍຂອງພະຍາດໂຄວິດ 19 ໄດ້ຢ່າງທົ່ວເຖີງ.

ໂອກາດນີ້ ດຣ ນາງ ເພຍ ຣີໂບໂລບຣີດໂຕ ຜູ້ຕາງຫນ້າອົງການສະຫະປະຊາຊາດສໍາລັບເດັກ ນ້ອຍຫລື ຢູນີເຊັຟຄົນໃຫມ່ປະຈໍາລາວ ສະແດງຄວາມຊົມເຊີຍແລະຕີລາຄາສູງຕໍ່ການຕ້ອນອັນອົບອຸ່ນ ຂອງລັດຖະມົນຕີກະຊວງ ຖວທ ພ້ອມດ້ວຍຄະນະ ແລະ ການຮ່ວມມືກັບກະຊວງ ຖວທ ພັດທະນາວຽກງານສື່ມວນຊົນຢູ່ລາວໃນໄລຍະຜ່ານມາ ພ້ອມທັງອວຍພອນໄຊອັນປະເສີດ ມາຍັງການນໍາພັກ-ລັດ ກໍ່ຄືສື່ມວນຊົນລາວທຸກຄົນທົ່ວຫນ້າຈົ່ງມີພາລານາໄມສົມບູນໃນໂອກາດສະເຫລີມ ສະຫລອງວັນສ້າງຕັ້ງສື່ມວນຊົນ ແລະ ການພີມຈໍາຫນ່າຍລາວຄົບຮອບ 70 ປີ ແລະໃຫ້ຄໍາຫມັ້ນສັນຍາວ່າ ອົງການຢູນີເຊັຟ ຈະສືບຕໍ່ໃຫ້ການສະຫນັບສະຫນູນ ຊ່ວຍເຫລືອລາວໃນດ້ານຕ່າງໆຢ່າງຕໍ່ເນື່ອງ ໂດຍສະເພາະການສົ່ງເສີມຄວາມກ້າວຫນ້າຂອງແມ່ຍີງ ແລະ ເດັກນ້ອຍປັບປຸງລາຍການເດັກກ່ອນໄວຮຽນທີ່ອອກອາກາດຜ່ານໂທລະພາບ, ວິທະຍຸໄວຫນຸ່ມ ແລະ ອືນໆ ໃຫ້ດີຂື້ນກວ່າເກົ່າ.

ແຫຼ່ງຂໍ້ມູນ: ວສລ

Comments