ພິທີເຊັນສັນຍາສະໜອງເງິນທຶນລະຫວ່າງທະນາຄານລາວ-ຝລັ່ງ ແລະ ລັດວິສາຫະກິດຖືຮຸ້ນລາວ

ໃນວັນທີ 23 ກັນຍາ 2020 ທະນາຄານລາວ-ຝຣັ່ງ ໄດ້ເຊັນສັນຍາກັບ ລັດວິສາຫະກິດຖືຮຸ້ນລາວ (LHSE) ໂດຍໄດ້ມີການສະໜອງທຶນ 10 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນການພັດທະນາຍຸດທະສາດໃນຂະແໜງພະລັງງານຂອງ ສປປ ລາວ. ຮ່ວມເຊັນສັນຍາໂດຍທ່ານ Arnuad Caulier ຜູ້ອໍານວຍການຂອງທະນາຄານລາວ-ຝລັ່ງ ແລະ ທ່ານ ມານະສິນ ວົງໄຊ ຜູ້ຈັດການບໍລິສັດລັດວິສາຫະກິດລາວ.

ລັດວິສາຫະກິດຖືຮຸ້ນລາວ ເປັນໜ່ວຍງານທຸລະກິດຂອງລັດຖະບານ (GOL) ສຳລັບການລົງທຶນໃນຂະແໜງພະລັງງານໄຟຟ້າ, ລັດວິສາຫະກິດຖືຫຸ້ນລາວ (LHSE) ແມ່ນຫົວໜ່ວຍທຸລະກິດຂອງລັດຖະບານແຫ່ງ ສປປ ລາວ GOL ໂດຍພາຍໃຕ້ການຄຸ້ມຄອງຂອງກະຊວງການເງິນ ໃນບັນດາບໍລິສັດໂຄງການ IPP ເຊັ່ນ: ບໍລິສັດໄຟຟ້ານ້ຳເທີນ 2 ຈຳກັດ, ເຊິ່ງເປັນທີ່ໃຫຍ່ທີ່ສຸດແຫ່ງດຽວທີ່ເຄີຍພັດທະນາມາໃນ ສປປ ລາວ ແລະ ຍັງໄດ້ຄຸ້ມຄອງສິດຜົນປະໂຫຍດຂອງ GOL ພາຍໃຕ້ຂໍ້ຕົກລົງຜູ້ຖືຮຸ້ນໃນໂຄງການ ແລະອື່ນໆ.

ທະນາຄານລາວ-ຝຣັ່ງ (BFL) ໄດ້ດຳເນີນທຸລະກິດມາໄດ້ 10 ປີ, ເປັນທະນາຄານທຸລະກິດທີ່ຄົບວົງຈອນທີ່ໃຫ້ບັນດາບໍລິສັດຕ່າງໆໄດ້ແກ້ໄຂທາງດ້ານການໂອນເງິນ ແລະ ແກ້ໄຂທາງດ້ານການເງິນທີ່ຄົບວົງຈອນ. ທະນາຄານລາວ-ຝຣັ່ງ (BFL) ໄດ້ໃຫ້ທຶນໃນໂຄງການຕ່າງເຊັ່ນ: ພະລັງງານ ອຸດສາຫະກຳ, ອະສັງຫາລິມະຊັບ ແລະ ການບໍລິການ.

ການສະໜອງທຶນໃຫ້ແກ່ໂຄງການນີ້ ແມ່ນມີຄວາມສຳຄັນຫຼາຍສຳລັບທັງສອງຝ່າຍ ເນື່ອງຈາກມີເປົ້າໝາຍເພື່ອລວມການເປັນຜູ້ນຳຂອງ ສປປ ລາວ ໃນດ້ານການຜະລິດໄຟຟ້າຢູ່ອາຊີຕາເວັນອອກສ່ຽງໃຕ້ ໂດຍຜ່ານການແກ້ໄຂທາງດ້ານການເງິນໃນໄລຍະຍາວແບບຍືນຍົງ.

Comments