News

ກະຊວງພະລັງງານ ແລະບໍ່ແຮ່ ແລະ ກຸ່ມທະນາຄານໂລກປະຈຳລາວ ຫາລືຄວາມປອດໄພເຂື່ອນໄຟຟ້າຢູ່ລາວ….

ກົມຄຸ້ມຄອງພະລັງງານ, ກະຊວງພະລັງງານ ແລະບໍ່ແຮ່ ໄດ້ຈັດກອງປະຊຸມຖອດຖອນບົດຮຽນ ວຽກງານຄວາມປອດໄພຂອງເຂື່ນທົ່ວປະເທດຄັ້ງທີ 1 ຂຶ້ນ ໃນວັນທີ 17-18 ກັນຍາ 2020ທີ່ນະຄອນຫຼວງວຽງຈັນ ຊຶ່ງເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ ແລະຜູ້ອຳນວຍການ ກຸ່ມທະນາຄານໂລກ ປະຈຳ ສປປ ລາວ ທ່ານ Nicola PONTARA ໃນມື້ທຳອິດ ແລະມື້້ທີ 2 ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແບໍ່ແຮ່ ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ 200 ກວ່າຄົນ. ກອງປະຊຸມດັ່ງກ່າວ ແມ່ນເພື່ອເຜີຍແຜ່ ແລະ ແລກປ່ຽນນິຕິກຳ, ພາລະບົດບາດຂອງຂະແໜງການຕ່າງໆຂອງລົດ ທີ່ພົວພັນກັບການຄຸ້ມຄອງຄວາມປອດໄພຂອງເຂື່ອນ ເພື່ອໃຫ້ບັນດາຜູ້ປະກອບການໄດ້ຮັບຊາບ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດ, ຖອດຖອນບົດຮຽນ ຜົນການກວດກາດ້ານເຕັກນິກ, ການວິໄຈ ບັນດາບັນຫາຄວາມປອດໄພຂອງເຂື່ອນໃຫຍ່ ຈຳນວນ 54 ໂຄງການ ແລະເຂື່ອນນ້ອຍ ຈໄນວນ 71 ໂຄງການ ທີ່ໄດ້ຮັບການຊ່ວຍເຫຼືອດ້ານວິຊາການ ຈາກທະນາຄານໂລກ ແລະບັນດາປະເທດຄູ່ຮ່ວມພັດທະນາ ...

Read More »

ລັດຖະມົນຕີຕ່າງປະເທດລາວ -ມາເລເຊຍ ຮ່ວມສົນທະນາທາງໂທລະສັບ….

ໃນວັນທີ 17 ກັນຍາ 2020 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບທາງໄກ ກັບ ທ່ານ ດາໂຕະ ສິຣິ ຮີຊະມູດິນ ຕູນ ຮູສຊິນ (Dato’ Seri HishammuddinTun Hussein), ລັດຖະມົນຕີກະຊວງການຕ່າງປະເທດ ມາເລເຊຍ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະ ຫວ່າງ ລາວ ແລະ ມາເລເຊຍ.ໃນໂອກາດດັ່ງກ່າວ ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີທີ່ໄດ້ມີໂອກາດສົນ ທະນາຜ່ານທາງໂທລະສັບທາງໄກ ກັບ ທ່ານ ດາໂຕະ ສິຣິ ຮີຊະມູດິນ ຕູນ ຮູສຊິນ ໃນຄັ້ງນີ້. ພ້ອມນີ້, ສອງຝ່າຍຍັງໄດ້ປຶກສາຫາລື ຄວາມເປັນໄປໄດ້ໃນການອຳນວຍຄວາມສະດວກ ໃຫ້ພົນລະເມືອງຂອງສອງປະເທດສາມາດເດີນທາງກັບຄືນປະເທດ ໂດຍຜ່ານຍົນເຊົ່າເໝົາລຳ, ພ້ອມທັງຊອກຫາຊ່ອງທາງໃນການເປີດທາງອຳນວຍຄວາມສະດວກໃຫ້ພາກທຸລະກິດ, ການທ່ອງທ່ຽວ ແລະ ການຊ່ວຍເຫລືອດ້ານການແພດໃນການປ້ອງກັນ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ...

Read More »

ແຈ້ງ ປະມູນລົດ 15 ຄັນ ເປີດຊອງປະມູນ 1 ຕຸລານີ້ !!!

ກະຊວງການເງິນ ແຈ້ງປະມູນລົດ 15 ຄັນ ເປີດຊອງປະມູນ 1 ຕຸລານີ້ !!! ຫ້ອງການກະຊວງການເງິນ ແຈ້ງມາຍັງບັນດາທ່ານຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມການປະມູນລົດຊາຍ ປັດຈຸບັນກະຊວງການເງິນ ມີຈຸດປະສົງຈະສະສາງພາຫະນະເກົ່າ ງວດ 5 ແລະ ງວດ 6 ຈຳນວນ 15 ຄັນ ທີ່ເຈົ້າໜ້າທີ່ໄດ້ຢືດ (ສານຍັງບໍ່ທັນຕັດສິນ) ດ້ວຍຮູບການປະມູນຂາຍແບບເປີດກວ້າງ ຫາກທ່ານໃດມີຄວາມສົນໃຈຢາກເຂົ້າຮ່ວມປະມູນແຂ່ງຂັນລາຄາ ລາຍລະອຽດແມ່ນໃຫ້ຕິດຕໍ່ ແລະ ຊື້ຊອງປະມູນໄດ້ ທີ່ພະແນກ ຈັດຊື້ – ຈັດຈ້າງດ້ວຍທຶນຂອງລັດ,​ ກົມຄຸ້ມຄອງຊັບສິນຂອງລັດ,​ ກະຊວງການເງິນ. ​ເບິ່ງລົດຕົວຈິງໄດ້ທີ່ເດີ່ນຈອດລົດ ກະຊວງການເງິນ ຕາມວັນ ແລະ ເວລາທີ່ກຳນົດຄື+ ວັນຈັນ-ວັນສຸກ ພາກເຊົ້າ: 8:30 ໂມງ – 11:30 ໂມງ.+ ວັນຈັນ- ວັນສຸກ ພາກບ່າຍ: 13:30 ໂມງ- 16:00 ໂມງ. ການຂາຍຊອງປະມູນແມ່ນເລີ່ມແຕ່ວັນທີ 14/09/2020 ຫາ 30/09/2020​ ຕາມວັນ ແລະ ເວລາລັດຖະການ.​ພ້ອມດຽວກັນ ຈະໄດ້ຈັດພິທີເປີດຊອງປະມູນໂດຍຊ່ອງໜ້າຄະນະກຳມະການ ...

Read More »

ມອບໄຟເຍືອງທາງ ໃຫ້ຫ້ອງການ ຄບຕ ບໍລິຫານ…

ບັນຫາໄຟໄຟ້າສາທາລະນະ ໂດຍສະເພາະໄຟເຍືອງທາງຢູ່ນະຄອນຫຼວງວຽງຈັນຜ່ານມາແມ່ນ ເປັນບັນຫາຄຸມເຄືອກ່ຽວເນື່ອງກັບຫຼາຍພາກສ່ວນ ຈົນຮອດວັນທີ 17 ກັນຍາ 2020 ຢູ່ທີ່ສໍານັກງານໃຫຍ່ ຝ່າຍປະຕິບັດການໄຟຟ້ານະຄອນຫຼວງ (ບ້ານໜອງບຶກ) ໄດ້ມີພິທີມອບ-ຮັບການຄຸ້ມຄອງ ສ້ອມແປງ ປົກປັກຮັກສາລະບົບໄຟເຍືອງທາງ ແລະ ໄຟອໍານາດ ໃນນະຄອນຫຼວງວຽງຈັນ ໃຫ້ຫ້ອງການຄຸ້ມຄອງ ແລະບໍລິຫານຕົວເມືອງວຽງຈັນ(ຄບຕ) ເປັນຜູ້ຮັບຜິດຊອບຢ່າງເປັນທາງການ ລະຫວ່າງ ທ່ານ ຈັນສົມ ພິລາລົມ ຮອງຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນຫຼວງ ແລະ ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ມີທ່ານ ຊົງເລົາ ຢົງນູ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງ ເຂົ້າຮ່ວມເປັນສັກຂີພະຍານ. ໄຟເຍືອງທາງ ແລະ ໄຟອໍານາດ ໃນນະຄອນຫຼວງທັງໝົດ ແມ່ນມອບໃຫ້ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ເປັນຜູ້ຄຸ້ມຄອງ ສ້ອມແປງ ຕິດຕັ້ງ ແລະ ປົກປັກຮັກສາໃນນັ້ນມີ: ເສັ້ນທາງທີ່ຕິດຕັ້ງໄຟ 109 ເສັ້ນທາງ, ເສົາໄຟເຍືອງທາງຖາວອນ 6.219 ຕົ້ນ, ດອກໄຟເຍືອງທາງ 10.506 ດອກ, ...

Read More »

ສຸດຍອດ…!!!! ນະວັດຕະກຳ ຕາຍໄປກາຍເປັນປຸ໋ຍສູ່ທຳມະຊາດ…

ສຸດຍອດໄອເດຍ! ເມື່ອຕາຍກາຍເປັນປຸ໋ຍ ໂລງສົບຈາກເຊື້ອເຫັດ ໃຫ້ຄົນໄດ້ກັບຄືນສູ່ທຳມະຊາດ ເລີ່ມໃຊ້ແລ້ວໃນປະເທດເນເທີແລນຄັ້ງທຳອິດໃນປະເທດເນເທີແລນທີ່ມີໂລງສົບ ທີ່ສາມາດຍ່ອຍສະຫຼາຍໄດ້ຕາມທຳມະຊາດ ຜະລິດຈາກເຊື້ອເຫັດ ທີ່ສາມາດເລັ່ງເວລາ ການຍ່ອຍສະຫຼາຍຮ່າງກາຍຂອງມະນຸດໄດ້ໄວຂື້ນພາຍໃນ 2-3 ປີ, ເຊິ່ງຖືວ່າເປັນການສົ່ງຄົນກັບຄືນສູ່ທຳມະຊາດ ແລະ ທັງເປັນປະໂຫຍດຕໍ່ສິ່ງແວດລ້ອມອີກດ້ວຍ ໂລງສົບນີ້ຖືກເອີ້ນວ່າ ” Living Coffin “. ມັນຖືກເຮັດຈາກ mycelium, ຫຼື ເສັ້ນໃຍຂອງເຫັດ. ເປັນໄອເດຍຂອງບໍລິສັດສະຕາດອັບເນເທີແລນ “Loop”ຂໍ້ມູນເພີ່ມຕື່ມ: https://www.tudelft.nl/en/2020/tu-delft/tu-delft-start-up-develops-living-coffin/ ແຫຼ່ງຂໍ້ມູນ: lao yout radio

Read More »

ວັງວຽງແຈ້ງ…! ສິ່ງປຸກສ້າງກວມເອົາເຂດສະຫງວນທາງ ແມ່ນໃຫ້ຮື້ຖອນອອກພາຍໃນ 15 ວັນ…

ຄະນະສະເພາະກິດແກ້ໄຂປະກົດການຫຍໍ້ທໍ້ ເມືອງວັງວຽງ ແຂວງວຽງຈັນ ໄດ້ອອກໜັງສືແຈ້ງການ ເຖິງ: ຜູ້ປະກອບການທຸລະກິດ, ພໍ່ຄ້າຊາວຂາຍ ພາຍໃນເທດສະບານ ແລະ ທົ່ວເມືອງວັງວຽງ. ເລື່ອງ: ການໃຫ້ຄວາມຮ່ວມມື ແລະ ສະໜອງຂໍ້ມູນໃຫ້ແກ່ຄະນະສະເພາະກິດຂັ້ນສູນກາງ, ແຂວງ ແລະ ເມືອງ ທີ່ຈະລົງມາເຮັດວຽກແກ້ໄຂປະກົດການຫຍໍ້ທໍ້ພາຍໃນເມືອງວັງວຽງໂດຍມີເນື້ອໃນແຈ້ງການດັ່ງນີ້: 1. ໃຫ້ພໍ່ແມ່ປະຊາຊົນ,ຜູ້ປະກອບການທຸລະກິດ ພໍ່ຄ້າຊາວຂາຍໃນເຂດເທດສະບານ ແລະ ທົ່ວເມືອງວັງວຽງ ອໍານວຍຄວາມສະດວກ ແລະ ໃຫ້ຄວາມຮ່ວມມື ໃນການລົງເຮັດວຽກຂອງຄະນະສະເພາຈິດແກ້ໄຂສິ່ງກີດຂວາງຕາມເຂດສະຫງວນທາງຍ່າງ ແລະ ທ້ອງຖະໜົນ. ພາບປະກອບເທົ່ານັ້ນ 2. ໃຫ້ພໍ່ແມ່ປະຊາຊົນ,ຜູ້ປະກອບການທຸລະກິດ ພໍ່ຄ້າຊາວຂາຍໃນເຂດເທດສະບານ ແລະ ທົ່ວເມືອງວັງວຽງຕື່ນຕົວ ແລະ ເປັນເຈົ້າການໃນການກວດກາ ເບິ່ງສິ່ງປຸກສ້າງ,ການເກາະເອີບ, ຕໍ່ເຕີມ, ວັດຖຸອຸປະກອນທີ່ບໍລິການ ໃນທຸລະກິດ ແລະ ປ້າຍໂຄສະນາ ທີ່ກວມເອົາເຂດສະຫງວນທາງຍ່າງ, ແຄມນ້ຳຊອງ , ແລະ ບ່ອນອື່ນໆທີ່ເປັນເຂດສະຫງວນຂອງສາທາລະນະ, ແມ່ນໃຫ້ຮື້ຖອນ,ຍົກຍ້າຍອອກ ກຳນົດເວລາ 15 ວັນ ນັບແຕ່ມື້ອອກແຈ້ງການສະບັບນີ້(16 ກັນຍາ ຫາ ວັນທີ 30 ກັນຍາ 2020) ໃຫ້ສໍາເລັດ, ...

Read More »

ຝຶກອົບຮົມວຽກງານວິຊາສະເພາະໃຫ້ພະນັກງານຄັງເງິນແຫ່ງຊາດ…

ຄັງເງິນແຫ່ງຊາດ ກະຊວງການເງິນ ໄດ້ເປີດຊຸດຝຶກອົບຮົມວຽກງານວິຊາສະເພາະໃຫ້ພະນັກງານ – ລັດຖະກອນວິຊາການຄັງເງິນແຫ່ງຊາດ ໄລຍະສັ້ນ ປະຈຳປີ 2020 ເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານຄັງເງິນແຫ່ງຊາດຢູ່ຂັ້ນແຂວງ ແລະ ເມືອງໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານຄັງເງິນໃນຂອບເຂດທົ່ວປະເທດ. ສໍາລັບຫົວຂໍ້ໃນການຝຶກອົບຮົມໃນຄັ້ງນີ້ ປະກອບມີ: ວຽກງານກວດກາເອກະສານລາຍຈ່າຍງົບປະມານຜ່ານລະບົບຄັງເງິນແຫ່ງຊາດ; ວຽກງານບໍລິການຄັງເງິນທີ່ຕິດພັນກັບບັນດາພະແນກການ ແລະ ບັນດາສາຂາທະນາຄານ; ວຽກງານການບັນຊີ ເປັນຕົ້ນ: ການບັນທຶກບັນຊີ, ການສ້າງ ແລະ ສັງລວມໃບດຸນດ່ຽງ, ວຽກງານສະສາງບັນຊີທ້າຍ ປີ, ວຽກງານຂໍ້ມູນ – ຂ່າວສານ ແລະ ການຫັນວຽກງານຄັງເງິນເປັນທັນສະໄໝ. ພ້ອມດຽວກັນນີ້, ໄດ້ມີການເຜີຍແຜ່ນິຕິກໍາທີ່ຕິດພັນກັບວຽກງານວິຊາສະເພາະຄັງເງິນຢູ່ແຂວງ ແລະ ເມືອງນຳອີກ. ພິທີດັ່ງກ່າວຈັດຂຶ້ນໃນວັນທີ 14 ກັນຍາ 2020 ທີ່ວິທະຍາໄລການເງິນພາກເໜືອ ແຂວງຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ອຸໄທ ອິນທິລາດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງການເງິນ ແລະ ດໍາເນີນເປັນເວລາທັງໝົດ 10 ວັນ ໂດຍມີສໍາມະນາກອນ, ພະນັກງານວິຊາການຂອງຄັງເງິນແຫ່ງຊາດມາຈາກແຂວງ ວຽງຈັນ, ຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ຫົວພັນ, ...

Read More »

ສຳມະນາການນຳໃຊ້ວິທະຍາສາດ ເຂົ້າໃນການຜະລິດກະສິກຳ…

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມສຳມະນາວິຊາການກ່ຽວກັບການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເຂົ້າໃນການສົ່ງເສີມການຜະລິດກະສິກຳ ແລະ ການບໍລິການ. ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກ່າວວ່າ: ກອງປະຊຸມສຳມະນາຄັ້ງນີ້ແມ່ນໜຶ່ງໃນແຜນສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກກະຊວງທັງເປັນການເນັ້ນໜັກເຖິງຄວາມສຳຄັນທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີໃນຍຸກການປະຕິວັດອຸດສາຫະກຳ ຄັ້ງທີ 4 ( ອຸດສາຫະກຳ 4.0 ) ທີ່ມີບົດບາດ ຄວາມສໍາຄັນຢ່າງຍິ່ງມີຫຼາຍປະເທດ ໄດ້ກຳນົດເອົາເປັນວາລະແຫ່ງຊາດໃນການພັດທະນາເສດຖະກິດ ແລະ ສັງຄົມ. ເວົ້າສະເພາະກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນປັດຈຸບັນມີຜົນສຳເລັດການຄົ້ນຄວ້າຈຳນວນໜຶ່ງທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຄວາມຮູ້ບົ່ມຊ້ອນທາງດ້ານວິຊາການ ເພື່ອໄປຜັນຂະຫຍາຍຊຸກຍູ້ສົ່ງເສີມການຜະລິດກະສິກຳ ແລະ ການບໍລິການໃນການຍົກສະມັດຖະພາບ, ຄຸນນະພາບຂອງການຜະລິດ ແລະ ການບໍລິການດ້ວຍການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເພື່ອບຸກທະລຸເປົ້າໝາຍພັດທະນາຂອງລັດຖະບານ ເປັນຕົ້ນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ການຜະລິດ, ການປຸງແຕ່ງ, ການແປຮູບທາງດ້ານກະສິກຳທີ່ປະເທດເຮົາມີທ່າແຮງສູງ. ພິທີດັ່ງກ່າວຈັດຂຶ້ນໃນຕອນເຊົ້າຂອງວັນທີ 16 ກັນຍາ 2020 ທີ່ຫ້ອງປະຊຸມສະຖາບັນການຄຸ້ມຄອງວິທະຍາສາດ ...

Read More »

ເສດຖະກິດລາວ ຈະຕິດລົບເປັນເທື່ອທຳອິດ ໃນຮອບ 30 ປີ…..

ອີງຕາມບົດລາຍງານໃໝ່ ຂອງທະນາຄານພັດທະນາອາຊີ (ADB) ທີ່ເຜີຍແຜ່ໃນວັນທີ 15 ກັນຍາ 2020 ລະບຸວ່າ: ອັດຕາການຂະຫຍາຍຕົວທາງເສດຖະກິດຂອງ ສປປ ລາວ ຈະຕິດລົບໃນປີນີ້ ຊຶ່ງເປັນຄັ້ງທຳອິດໃນ 3 ທົດສະວັດຜ່ານມາ (ນັບຕັ້ງແຕ່ປີ 1986 ແລະ 1987 ເປັນຕົ້ນມາ), ແຕ່ວ່າປະເທດຈະເລີ່ມຟື້ນໂຕຈາກການສູນເສຍທາງດ້ານເສດຖະກິດ ທີ່ເກີດຈາກການແຜ່ລະບາດພະຍາດໂຄວິດ-19. ຂະນະທີ່ ບົດລາຍງານການພັດທະນາຂອງອາຊີ 2020 ສະບັບປັບປຸງ ຄາດຄະເນລວມຍອດຜະລິດຕະພັນພາຍໃນ (GDP) ໃຫ້ຢູ່ໃນລະດັບຕິດລົບ 2,5%. ເຖິງຢ່າງໃດກໍຕາມ, ການຂະຫຍາຍຕົວຄາດວ່າຈະຟື້ນໂຕມາທີ່ອັດຕາ 4,5% ໃນປີ 2021 ເຊິ່ງຖືວ່າເປັນການຟື້ນຕົວຊ້າ ຍ້ອນວ່າການແຜ່ລະບາດຂອງພະຍາດ ທີ່ອາດຈະຫລຸດລົງຢ່າງຊ້າໆ. ທ່ານ ຢະຊູຊິ ເນກິຊິ ຜູ້ຕາງໜ້າ ADB ປະຈຳ ສປປ ລາວ ໃຫ້ຮູ້ວ່າ: ການແຜ່ລະບາດພະຍາດ ໂຄວິດ-19 ບໍ່ພຽງແຕ່ເຮັດໃຫ້ອັດຕາການເຕີບໂຕຂອງເສດຖະກິດໃນປີ 2020 ຫລຸດລົງເທົ່ານັ້ນ ແຕ່ມັນຍັງເປັນການກີດຂວາງຄວາມຄາດຫວັງຂອງລັດຖະບານ ໃນການຈັດເກັບລາຍຮັບ ຊຶ່ງສະຖານະການນີ້ ຈະເຮັດໃຫ້ການຂາດດຸນງົບປະມານເພີ່ມຂຶ້ນ ແລະ ເພີ່ມຄວາມກົດດັນຕໍ່ການຊໍາລະໜີ້ສາທາລະນະ. ແຕ່ບາດກ້າວຕໍ່ໄປ, ລັດຖະບານຈຳເປັນຕ້ອງປັບປຸງຂອບງົບປະມານມະຫາພາກ ...

Read More »

ຈີນພ້ອມສົ່ງວັກຊີນໂຄວິດ-19 ສູ່ສາທາລະນະ ເດືອນພະຈິກນີ້…

ສຳນັກຂ່າວີຣອຍເຕີລາຍງານອ້າງເຈົ້າໜ້າທີ່ສູນຄວບຄຸມ ແລະປ້ອງກັນພະຍາດ (CDL) ຂອງຈິນເປີດເຜີຍວ່າ: ວັກຊີນຕ້ານໂຄວິດ-19 ທີ່ຈີນພັດທະນາຂຶ້ນໃນເດືອນພຶດສະພາ ພ້ອມໃຊ້ໄດ້ໃນເດືອນພະຈິກນີ້. ປັດຈຸບັນຈີນມີວັກຊີນໂຄວິດ-19 ຈຳນວນ 4 ລາຍການຢູ່ໃນການທົດລອທາງຄຣີນິກເປັນຂັ້ນຕອນສຸດທ້າຍໂດຍກ່ອນໜ້ານີ້ ໄດ້ມີການເປີດໂຕວັກຊີນຢ່າງໜ້ອຍ 3 ລາຍການໄປໃນເດືອນກໍລະກົດ ເພື່ອສະເໜີສັກໃຫ້ຜູ້ປະຕິບັດງານທີ່ຈຳເປັນໃນກໍລະນີສຸກເສີນ ທ່ານ ນາງ ກຸ້ຍເສິ່ນ ອູ໋ ຫົວໜ້າດ້ານຄວາມປອດໄພຊີວະພາບຂອງ CDL ໃຫ້ສຳພາດທາງໂທລະພາບທາງການຈີນ ໃນວັນທີ 14 ກັນຍານີ້ວ່າ: ການທົດລອງວັກຊີນຕ້ານໂຄວິດ -19 ທີ່ກຳລັງຢູ່ໃນຂັ້ນຕອນຄຣີນິກມີຄວາມລື່ນໄຫຼ ແລະພ້ອມນຳອອກສູ່ສາທາລະນະໄດ້ໃນເດືອນພະຈິກ ຫຼືທັນວານີ້ ເຖິງຢ່າງໃດກໍ່ຕາມ, ຜູ້ຜະລິດວັກຊີນທົ່ວໂລກໄດ້ເລັ່ງແຂ່ງຂັນກັນພັດທະນາວັກຊີນປ້ອງກັນໄວຣັສທີ່ມີປະສິດທິພາບ ຊຶ່ງໂຄວິດ-19 ຂ້າຊີວິດຄົນໄປແລ້ວ 925,000 ກວ່າຄົນ ໂດຍຜູ້ຜະລິດວັກຊີນຊັ້ນນຳຂອງຕາເວັນຕົກໃຫ້ຄຳໝັ້ນໃນຕົ້ນເດືອນກັນຍາວ່າ: ຈະຮັກສາມາດຕະຖານການສຶກສາຄົ້ນຄວ້າທາງວິທະຍາສາດ ແລະປະຕິເສດແຮງກົດດັນທາງການເມືອງໃດໆທີ່ຕ້ອງພັດທະນາຂັ້ນຕອນອອກສູ່ຕະຫຼາດ. ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

Read More »