ກຳນົດອອກມາແລ້ວ ບຸນຊ່ວງເຮືອທ່າວັດຈັນ ຈະມີພຽງແຕ່….

ງານບຸນຊ່ວງເຮືອທ່າວັດຈັນປີນີ້ ຈະບໍ່ໄດ້ຈັດໃຫຍ່ຄືປີທີ່ຜ່ານມາ ເນື່ອງຈາກວ່າມີສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ເຮັດໃຫ້ມີພື້ນທີ່ການຈັດງານບຸນ, ການຂາຍຜະລິດຕະພັນຕ່າງໆໃຫ້ກະທັດຮັດທີ່ສຸດ ຊຶ່ງຈະໄດ້ກຳນົດຂາຍພາຍໃນຂອບເຂດສວນເຈົ້າອານຸວົງ ແລະ ຂອບເຂດນອກຈຳນວນໜຶ່ງ. ສຳລັບງານການແຂ່ງຂັນເຮືອຊ່ວງນັ້ນ ຈະມີເຮືອພຽງແຕ່ 10 ລຳ, ແຕ່ລະລຳກຳນົດໃຫ້ມີພຽງແຕ່ 12 ສີພາຍເທົ່ານັ້ນ.

Orange Sith Chant - ບຸນຊ່ວງເຮືອ | Fête de la course des pirogues | Boat  racing festival

ເຈົ້າເມືອງຈັນທະບູລີ ທ່ານ ບຸນໜາ ຜາທຸມມະວົງ ທັງເປັນປະທານຈັດງານບຸນອອກພັນສາ ປະວໍລະນາ ປະຈຳປີ 2020 ທີ່ທ່າວັດຈັນ ໄດ້ຈັດພິທີຖະແຫຼງຂ່າວ ຕໍ່ສື່ມວນຊົນລາວ ໃນວັນທີ 22 ກັນຍາ ນີ້ວ່າ: ກ່ຽວກັບການຈັດງານບຸນສະເຫຼີມສະຫຼອງງານບຸນອອກພັນສາ ປະວໍລະນາ ປະຈຳປີ 2020 ທີ່ທ່າວັດຈັນປີນີ້ ຈະໄດ້ຈັດຂຶ້ນລະຫວ່າງວັນທີ 1-3 ຕຸລາ 2020 ທີ່ຈະມາເຖິງນີ້ ເພື່ອເປັນການຮັກສາ ແລະ ເສີມຂະຫຍາຍງານບຸນປະເພນີ ທີ່ເຄີຍສືບທອດກັນມາແຕ່ບູຮານນະການ ໃຫ້ດຳລົງຄົງຢູ່ນຳຊາວລາວຕະຫຼອດໄປ.

ເມືອງຈັນທະບູລີ ອອກ 14 ຂໍ້ຫ້າມ ໃນງານບຸນອອກພັນສາ ທ່າວັດຈັນ | Laos News Agency

ທ່ານ ບຸນໜາ ຍັງໄດ້ກ່າວຕື່ມອີກວ່າ: ນອກຈາກຈະເປັນການສະເຫຼີມສະຫຼອງບຸນອອກພັນສາປະວໍລະນາແລ້ວ ຍັງເປັນການສົ່ງເສີມໂຄສະນາວາງສະແດງຈຳໜ່າຍສິນຄ້າ ເພື່ອເຮັດໃຫ້ຜະລິດຕະພັນ ສິນຄ້າພາຍໃນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ມີໂອກາດເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງສິນຄ້າດັ່ງກ່າວ ເພື່ອໃຫ້ປະຊາຊົນລາວບັນດາເຜົ່າ ທີ່ມາທ່ຽວງານໄດ້ຊຶື້ – ໄດ້ຂາຍ ທັງແລກປ່ຽນຜະລິດຕະພັນພາຍໃນ ແລະ ເປັນການສົ່ງເສີມການທ່ອງທ່ຽວພາຍໃນ ຫຼື ລາວທ່ຽວລາວ.

ພາດບໍ່ໄດ້! ເຊີນຊິມຮ່ວມຊົມສິນຄ້າລາວ ໃນງານ Top Thai Brand 2019 | Laos News  Agency

ສຳລັບກິດຈະກຳການແຂ່ງຂັນກິລາ ຊ່ວງເຮືອ ແມ່ນຈັດຂຶ້ນຢູ່ທີ່ ທ່າວັດຈັນ ເມືອງຈັນທະບູລີ, ຈຸດປ່ອຍເຮືອແມ່ນບ້ານສີຖານເໜືອ ເມືອງສີໂຄດຕະບອງ ລົງໄປຫາຜາມໄຊໜ້າວັດຈັນ.

ແຫຼ່ງຂໍ້ມູນ: ວຽງຈັນທາຍ

Comments