ທາບທາມບຸກຄະລາກອນ ກະຊວງການຕ່າງປະເທດ ຮອບ III…

ໃນວັນທີ 23 ກັນຍາ 2020, ທີ່ ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ (ICTC) ຫລັກ 5 ນະຄອນຫລວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ເພື່ອສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານພັກກະຊວງການຕ່າງປະເທດ ສະໄໝທີ IV ຮອບທີ III,

ກອງປະຊຸມເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ  ຄັ້ງທີ 7 ສະໄໝທີ X - Tonamcha

ໂດຍການເປັນປະທານຂອງສະຫາຍ ສະເຫລີມໄຊ ກົມມະສິດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງການຕ່າງປະເທດ, ມີບັນດາຄະນະບໍລິຫານງານພັກ, ຄະນະນຳກະຊວງ ແລະ ຜູ້ແທນສົມບູນ ເຂົ້າຮ່ວມ.ໃນພາກເຊົ້າ, ກອງປະຊຸມ ໄດ້ຮັບຟັງ ແລະ ປະກອບຄຳຄິດຄຳເຫັນ ໃສ່ຮ່າງບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ ແລະ ຜ່ານຮ່າງແຜນພັດທະນາເສດຖະກິດ 05 ປີ ຂອງຂະແໜງການຕ່າງປະເທດ. ພ້ອມນັ້ນ, ໃນພາກບ່າຍ ກອງປະຊຸມຍັງໄດ້ຈັດການທາບທາມບຸກຄະລາກອນ ເພື່ອຮັບສະໝັກຄັດເລືອກເຂົ້າໃນ ຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ສະໄໝທີ IV ຮອບທີ III ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ. ອັນສຳຄັນ,

ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ສະຫາຍ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຜູ້ຊີ້ນຳ ແລະ ຕິດຕາມກອງປະຊຸມ ຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ສະໄໝທີ IV.

ແຫຼ່ງຂໍ້ມູນ: ຂປລ

Comments