ສ້າງຄວາມເຂົ້າໃຈ ດ້ານຂໍ້ມູນ ໄຟຟ້າລາວ ແກ່ສື່ມວນຊົນ…

ໃນວັນທີ 22 ກັນຍາ 2020 ທີ່ສຳນັກງານໃຫຍ່ ບໍລິສັດໄຟຟ້າລາວ ໄດ້ພົບປະກັບບັນ ດາສື່ມວນຊົນ ເພື່ອສ້າງຄວາມເຂົ້າໃຈ ກ່ຽວກັບບັນດາຂໍ້ມູນຂອງໄຟຟ້າລາວ ໃນການກະກຽມເປີດກອງປະຊຸມສໍາມະນາ 28 ກັນຍາ 2020 ທີ່ຈະຈັດຂຶ້ນ ທີ່ມະຫາວິທະຍາໄລແຫ່ງຊາດ

ເພື່ອນຳເອົາຂໍ້ມູນໄປເຜີຍແຜ່ ໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງ ກ່ຽວກັບແຜນພັດທະນາຂອງລັດວິສາຫະກິດໄຟຟ້າລາວ. ໂດຍການເຂົ້າຮ່ວມຂອງ ທ່ານ ສະຫວັນຄອນ ລາຊະມົນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການ ລັດວິສາຫະກິດໄຟຟ້າລາວ ແລະ ທ່ານ ສິດທິສອນ ເທບພາສີ ປະທານສະພາບໍລິ ຫານລັດວິສາຫະກິດໄຟຟ້າລາວ.

ທ່ານ ຈັນທະບູນ ສຸກອາລຸນ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ ລາວເຮົາມີແຫລ່ງຜະລິດໄຟຟ້າທັງໝົດ 78 ແຫ່ງ ມີກຳລັງຕິດຕັ້ງທັງໝົດ 9.972 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ 52.211 ລ້ານກິໂລວັດໂມງຕໍ່ປີ, ມີໂຄງການໄຟຟ້າຖ່ານຫີນ 1 ແຫ່ງ, ໂຄງການພະລັງງານໄຟຟ້າຊີວະມວນ 4 ແຫ່ງ ແລະ ໂຄງການໄຟຟ້າແສງຕາເວັນ 6 ແຫ່ງ, ມີລະບົບສາຍສົ່ງແຮງສູງ, ແຮງກາງ ແລະ ແຮງຕ່ຳ ຍາວ 65.563 ກວ່າກິໂລແມັດ, ມີສະຖານີຈ່າຍໄຟຟ້າ 74 ແຫ່ງ ໄດ້ສະໜອງກະແສໄຟຟ້າ ເພື່ອໃຫ້ການບໍລິການຢູ່ໃນທົ່ວສັງຄົມ ຢູ່ໃນພາກອຸດສາຫະກຳ, ກະສິກຳ, ຊົນລະປະທານ ການລ້ຽງ­ສັດ, ຫັດຖະກຳ, ການທ່ອງທ່ຽວ, ຄົມມະນາຄົມຂົນສົ່ງ ແລະ ຂະແໜງການອື່ນໆ. ພ້ອມນັ້ນ, ສາມາດສະໜອງໄຟຟ້າຮັບໃຊ້ໄດ້ 100% ຢູ່ທຸກເທດສະບານແຂວງ ນະຄອນຫລວງ, ເທດສະບານເມືອງ ແລະ ນະຄອນ, ມີບ້ານໄດ້ຊົມໃຊ້ໄຟຟ້າທົ່ວປະເທດກວມ 93% ແລະ ມີຄອບຄົວໄດ້ຊົມໃຊ້ໄຟຟ້າ ແບບຖາວອນແລ້ວ 95%.ທ່ານ ຈັນທະບູນ ສຸກອາລຸນ ໃຫ້ຮູ້ຕື່ມວ່າ: ລະດູຝົນການຜະລິດກະແສໄຟຟ້າ ແມ່ນໄດ້ຫລາຍ, ສ່ວນລະດູແລ້ງ ການຜະລິດກະແສໄຟຟ້າ ແມ່ນບໍ່ຕອບສະ ໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ ກໍຄື ຜູ້ຊົມໃຊ້ກະແສໄຟຟ້າ.

ແຫຼ່ງຂໍ້ມູນ: ຂປລ

Comments