ມະຫາເສດຖີຈີນ ທີ່ວິຈານລັດຖະບານ ຮັບໂທດຕິດຄຸກ 18 ປີ ຂໍ້ຫາສໍ້ລາດບັງຫຼວງ…

ທ່ານ Ren Zhiqiang ມະຫາເສດຖີດ້ານອະຫາສັງຫາລິມະຊັບຊາວຈີນ ເຊິ່ງຂຽນບົດຄວາມວິຈານບົດບາດຂອງປະທານປະເທດ ສີຈິ້ນຜິງ ເຖິງການຮັບມືການລະບາດຂອງພະຍາດໂຄວິດ-19 ໃນເດືອນມີນາ ຖືກສານໃນນະຄອນຫຼວງປັກກິ່ງຕັດສິນຕິດຄຸກ 18 ປີ ແລະ ຖືກປັບໄໝ 4,2 ລ້ານຢວນ.

Ren Zhiqiang: China jails Xi critic for 18 years for corruption | China  News | Al Jazeera

ເວັບໄຊ ໜັງສືພິມ Global Time ຂອງທາງການຈີນລະບຸວ່າ: ທ່ານ Ren Zhiqiang ມີພຶດຕິກຳທຸຈະລິດ, ສໍ້ໂກງເງິນກອງທຶນ ສາທາລະນະ ແລະ ລຸແກ່ອຳນາດ. ນອກຈາກນີ້ ຍັງເວົ້າເຖິງການລະເມີດຂໍ້ບັງຄັບໃນຖານະສະມາຊິກພັກກອມມູນິດຈີນ ທີ່ຂຽນບົດຄວາມໃສ່ຮ້າຍພັກ ແລະປະເທດຈີນຢ່າງຮຸນແຮງ ໂດຍທ່ານ Ren Zhiqiang ຍອມຮັບສາລະພາບ ແລະ ບໍ່ຂໍຍື່ນອຸທອນ

China moves to punish party member for criticising President Xi's inept  handling of Covid-19 outbreak | Tibetan Review

ເຖິງວ່າໃນຂ່າວຂອງ Global Time ຈະບໍໄດ້ລະບຸລາຍລະອຽດ, ແຕ່ເວັບໄຊ BBC ສື່ອັງກິດເປີດເຜີຍວ່າ: ທ່ານ Ren Zhiqiang ປຽບທຽບປະທານປະເທດ ສີຈິ້ນຜິງ ວ່າເປັນຕົວຕະລົກແກ້ເຄື່ອງທີ່ຢາກເປັນຈັກກະພັດຕໍ່ໄປ

BBC ໃຫ້ຂໍ້ມູນວ່າ: ທ່ານ Ren Zhiqiang ຫາຍຕົວໄປຢ່າງປິດສະໜາ ຫຼັງເຜີຍແຜ່ບົດຄວາມດັ່ງກ່າວ ກ່ອນຈະມີຂ່າວວ່າ: ລາວຖືກຂັບໄລ່ອອກຈາກພັກກອມມູນິດຈີນ ແລະ ຖືກດຳເນີນຄະດີໃນຄວາມຜິດທີ່ກ່ຽວຂ້ອງກັບການທຸຈະລິດ.

ແຫຼ່ງຂໍ້ມູນ: ລາວພັດທະນາ

Comments