ລາວ ມີເຂື່ອນໄຟຟ້າ 78 ແຫ່ງ ກຳລັງຜະລິດ 52.211 ລ້ານກິໂລວັດ ເປັນປະເທດທຳອິດ ສົ່ງຂາຍໄຟຟ້າໃນຕະຫຼາດອາຊຽນ…

ໃນລະຫວ່າງວັນທີ 17-18 ກັນຍາ 2020 ນີ້ ກົມຄຸ້ມຄອງພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ຈັດກອງປະຊຸມຖອດຖອນບົດຮຽນ ກ່ຽວກັບວຽກງານຄວາມປອດໄພຂອງເຂື່ອນຢູ່ຫ້ອງປະຊຸມໃຫຍ່ລັດວິສາຫະກິດໄຟຟ້າລາວ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ Nicola PON TARA ຜູ້ອຳນວຍການທະນາຄານໂລກ ປະຈຳ ສປປ ລາວ, ມີທ່ານເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຊ່ຽວຊານເຂົ້າຮ່ວມ.

ລາຍຊື່ເຂື່ອນ ແລະ ແຫຼ່ງຜະລິດໄຟຟ້າທັງໝົດ ໃນ ສປປ ລາວ 2018, ເອກະຊົນກວມເອົາກວ່າ 80%.ທ່ານ ສີນາວາ ສຸພານຸວົງ ກ່າວວ່າ: ບັນຫາຄວາມປອດໄພຂອງເຂື່ອນໄຟຟ້ານໍ້າຕົກ ແມ່ນຍຸດທະສາດທີ່ສຳຄັນ, ມີລັກສະນະຕົ້ນຕໍ, ຍາວນານທີ່ຖືກກຳນົດໄວ້ຢູ່ໃນແຜນຍຸດທະສາດ ກ່ຽວກັບການພັດທະນາອຸດສາຫະກຳພະລັງງານຢູ່ ສປປ ລາວ ຕາມທິດຜະລິດພະລັງງານທີ່ສະອາດ ເປັນມິດກັບສິ່ງແວດລ້ອມ ແລະ ມີລັກສະນະຍືນຍົງ. ມາຮອດປັດຈຸບັນນີ້, ທົ່ວປະເທດມີແຫຼ່ງຜະລິດໄຟຟ້າແລ້ວ 78 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 9.972 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 52.211 ລ້ານກິໂລວັດໂມງຕໍ່ປີ.

ລັດຖະບານລາວ ຈະສົ່ງເສີມການລົງທຶນ ກໍ່ສ້າງ ເຂື່ອນໄຟຟ້າ ໃນແຂວງໄຊຍະບູລີ

ນອກຈາກນີ້, ໃນແຫຼ່ງຜະລິດໄຟຟ້າ 78 ແຫ່ງ ພວກເຮົາຍັງມີໂຄງການໄຟຟ້າຖ່ານຫີນ 1 ແຫ່ງ, ໂຄງການພະລັງງານໄຟຟ້າຊີວະມວນ 4 ແຫ່ງ ແລະ ໂຄງການໄຟຟ້າແສງຕາເວັນລວມ 6 ແຫ່ງ. ຄຽງຄູ່ກັນນີ້, ການພັດທະນາລະບົບສາຍສົ່ງກໍໄດ້ດໍາເນີນໄປຢ່າງແຂງແຮງ, ມາຮອດປັດຈຸບັນນີ້ທົ່ວປະເທດມີລະບົບສາຍສົ່ງແຮງສູງ, ແຮງກາງ ແລະ ແຮງຕໍ່າ ຍາວທັງໝົດ 65.563 ກວ່າກິໂລແມັດ, ມີສະຖານີຈ່າຍໄຟຟ້າ 74 ແຫ່ງ.

ເຂື່ອນໄຟຟ້າ ພາເພ - LAO POEMS AND MORE

ການສົ່ງອອກໄປຈໍາໜ່າຍຕ່າງປະເທດ ສາມາດບັນລຸໄດ້ແລ້ວ 6.620 ເມກາວັດ. ໃນນີ້: ສົ່ງອອກໄປຍັງປະເທດໄທແລ້ວ 5.620 ເມກາວັດ, ຫວຽດນາມ 570 ເມກາວັດ, ກໍາປູເຈຍ 320 ເມກາວັດ, ມຽນມາ 10 ເມກາວັດ. ການເຊື່ອມໂຍງ ແລະ ຈໍາໜ່າຍໄປຍັງຕະຫຼາດອາຊຽນ ເຊິ່ງໃນກຸ່ມປະເທດອາຊຽນ ສປປ ລາວ ຂອງພວກເຮົາແມ່ນປະເທດທຳອິດທີ່ໄດ້ລິເລີ່ມສົ່ງຂາຍໄຟຟ້າແບບເຊື່ອມໂຍງໃນກຸ່ມປະເທດອາຊຽນ. ປັດຈຸບັນໄດ້ສົ່ງອອກແລ້ວ 100 ເມກາວັດ ໂດຍຜ່ານປະເທດລາວ – ໄທ – ມາເລເຊຍ ເຊິ່ງຮອດປີ 2021 ຈະສົ່ງໃຫ້ໄດ້ 300 ເມກາວັດ. ພ້ອມດຽວກັນນີ້, ສືບຕໍ່ເຈລະຈາຊື້-ຂາຍ ແລະ ເຊື່ອມໂຍງໄປຮອດປະເທດສິງກະໂປ. ມາຮອດປັດຈຸບັນນີ້ພວກເຮົາສາມາດສະໜອງໄຟຟ້າໄດ້ 100% ຢູໃນທຸກເທດສະບານແຂວງ, ນະຄອນຫຼວງ, ເທດສະບານເມືອງ ແລະ ນະຄອນ 93% ຂອງຈຳນວນບ້ານ ແລະ 95% ຂອງຈຳນວນຄອບຄົວໃນທົ່ວປະເທດໄດ້ໃຊ້ໄຟຟ້າແບບຖາວອນແລ້ວ.

ແຫຼ່ງຂໍ້ມູນ: ຂ່າວສານພະລັງງານ ແລະບໍ່ແຮ່

Comments