ປະກາດຍົກຍ້າຍ-ແຕ່ງຕັ້ງພະນັກງານຂັ້ນພະແນກສະຖາບັນພັດທະນາຂໍ້ມູນຂ່າວສານການເງິນ…

ໃນວັນທີ 17 ກັນຍາ 2020 ທີ່ກະຊວງການເງິນ, ໄດ້ຈັດພິທີປະກາດແຕ່ງຕັ້ງ-ຍົກຍ້າຍພະນັກງານຂັ້ນພະແນກຂອງສະຖາບັນພັດທະນາຂໍ້ມູນຂ່າວສານການເງິນໄປຮັບໜ້າທີ່ໃໝ່, ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານ ກົງຄຳ ສິດທິວໍລະດາ ຮັກສາການຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າສະຖາບັນພັດທະນາຂໍ້ມູນຂ່າວສານການເງິນ, ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ໃນພິທີດັ່ງກ່າວ ທ່ານ ກົງຄຳ ສິດທິວໍລະດາ ຮັກສາການກົມຈັດຕັ້ງ ແລະ ພະນັກງານ ຍັງໄດ້ຜ່ານຂໍ້ຕົກລົງສະບັບເລກທີ 2402/ກງ, ລົງວັນທີ 16 ກັນຍາ 2020 ເຫັນດີຍົກຍ້າຍ-ແຕ່ງຕັ້ງ: ທ່ານ ຈັນມີນາ ປາມະນີວົງ ຫົວໜ້າພະແນກຄຸ້ມຄອງຖານຂໍ້ມູນ ແລະ ຊຸດຄຳສັ່ງ ເປັນຫົວໜ້າພະແນກພັດທະນາ ແລະ ຝຶກອົບຮົມ,

ທ່ານ ພຸດທະວົງ ໄຊຍະສິດ ເປັນຮອງຫົວໜ້າພັດທະນາ ແລະ ຝຶກອົບຮົມ, ທ່ານ ບຸນເກີດ ອິນທະວົງສອນ ຮອງຫົວໜ້າພະແນກຄຸ້ມຄອງເຄືອຂ່າຍ ແລະ ຄວາມປອດໄພ ເປັນຮອງຫົວໜ້າພະແນກພັດທະນາ ແລະ ຝຶກອົບຮົມ, ທ່ານ ນາງ ທອງວິນ ສີຫາຈັກ ພະນັກງານວິຊາການ ເປັນຮອງຫົວໜ້າພະແນກພັດທະນາ ແລະ ຝຶກອົບຮົມ ຂອງສະຖາບັນພັດທະນາຂໍ້ມູນຂ່າວສານການເງິນ.ຍົກຍ້າຍ-ແຕ່ງຕັ້ງທ່ານ ນາງ ອານຸທິບ ວັນນະບຸບຜາ ຮອງຫົວໜ້າພະແນກຈັດຕັ້ງ ແລະ ບໍລິຫານ ເປັນຫົວໜ້າພະແນກຄຸ້ມຄອງຖານຂໍ້ມູນ ແລະ ຊຸດຄຳສັ່ງ, ແຕ່ງຕັ້ງ ທ່ານ ມະນີວົງ ອຳພອນພົງ ພະນັກງານວິຊາການ ເປັນຮອງຫົວໜ້າພະແນກຄຸ້ມຄອງຖານຂໍ້ມູນ ແລະ ຊຸດຄຳສັ່ງຂອງສະຖາບັນພັດທະນາຂໍ້ມູນຂ່າວສານການເງິນ.

ຍົກຍ້າຍ-ແຕ່ງຕັ້ງທ່ານ ພອນໄຊ ພິມມະສານ ຮອງຫົວໜ້າພະແນກຄຸ້ມຄອງຖານຂໍ້ມູນ ແລະ ຊຸດຄຳສັ່ງ ເປັນຮອງຫົວໜ້າພະແນກຄຸ້ມຄອງເຄືອຂ່າຍ ແລະ ຄວາມປອດໄພ, ແຕ່ງຕັ້ງ ທ່ານ ວັນນະຫົງ ອຸມາວົງ ພະນັກງານວິຊາການ ເປັນຮອງຫົວໜ້າພະແນກຄຸ້ມຄອງເຄືອຂ່າຍ ແລະ ຄວາມປອດໄພ.ຂໍ້ຕົກລົງສະບັບເລກທີ 2403/ກງ, ລົງວັນທີ 16 ກັນຍາ 2020 ລັດຖະມົນຕີກະຊວງການເງິນ ຕົກລົງແຕ່ງຕັ້ງທ່ານ ວົງແກ້ວ ນະຫົງສາ ຫົວໜ້າພະແນກຂອງສະຖາບັນພັດທະນາຂໍ້ມູນຂ່າວສານການເງິນ ກະຊວງການເງິນຮັບໜ້າທີ່ໃໝ່ຢູ່ລັດວິສາຫະກິດນ້ຳມັນເຊື້ອໄຟວຽງຈັນ.ໂອກາດນີ້,

ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ໄດ້ໃຫ້ກຽດໂອ້ລົມ ແລະ ມີບາງຄຳຄິດຄຳເຫັນໂດຍໄດ້ເນັ້ນໃຫ້ສືບຕໍ່ການຈັດປະຕິບັດວຽກງານ, ສູ້ຊົນສືບຕໍ່ປັບປຸງວຽກງານໃຫ້ດີຂຶ້ນຕື່ມ, ສືບຕໍ່ແກ້ໄຂບັນດາວຽກງານທີ່ຍັງຄົງຄ້າງ, ເພື່ອໃຫ້ການດຳເນີນວຽກງານຂອງສະຖາບັນພັດທະນາຂໍ້ມູນຂ່າວສານການເງິນ ໃຫ້ໄດ້ຮັບຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍ, ຕັ້ງໃຈ, ບຸກບືນ ແລະ ຝຶກຝົນຫຼໍ່ຫຼອມຕົນເອງສຶບຕໍ່ຮຽນຮູ້ ແລະ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານງານວິຊາສະເພາະ, ປັບປຸງໃຫ້ວຽກງານມີລັກສະນະຫັນປ່ຽນ ແລະ ໃຫ້ດີຂຶ້ນເລື້ອຍໆ.

ແຫຼ່ງຂໍ້ມູນ: ກະຊວງການເງິນ

Comments