6 ປະເທດ ໄດ້ຮັບຜົນປະໂຫຍດຈາກແມ່ນ້ຳລ້ານຊ້າງ-ນ້ຳຂອງ ຮ່ວມກັນ…

ຕາມຂໍ້ມູນສະຖານທູດຈີນ ໃຫ້ຮູ້ວ່າ: ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ໄຫລຜ່ານ ຈີນ, ລາວ, ໄທ, ມຽນມາ, ກຳປູເຈຍ ແລະ ຫວຽດນາມ ຖືວ່າ ປະຊາຊົນ 6 ປະເທດນີ້ໄດ້ຮັບຜົນປະໂຫຍດ ແລະ ຮ່ວມຊະຕາກຳອັນດຽວກັນ, ຮ່ວມສ້າງວັດທະນະທຳ, ສ້າງບ້ານແປງເມືອງອັນດີງາມ, ສຸມກຳລັງເຂົ້າໃນການຕ້ານໄພແລ້ງ-ນ້ຳຖ້ວມໃນພາກພື້ນ, ຮ່ວມຄວບຄຸມໄພພິບັດຈາກນ້ຳ, ຮ່ວມພັດທະນາພື້ນຖານໂຄງລ່າງຊັບພະຍາກອນນ້ຳ, ແກ້ໄຂອຸທົກກະໄພ ແລະອື່ນໆ ຊຶ່ງໄດ້ກາຍເປັນຫົວຂໍ້ສຳຄັນຂອງການຮ່ວມມື ຂອງບັນດາປະເທດໃນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ... - ປະເທດລາວ Pathedlao | Facebook

ໃນຊຸມປີຜ່ານມາ, ເນື່ອງຈາກໄດ້ຮັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກ ໄດ້ເກີດມີໄພນ້ໍາຖ້ວມ ແລະ ໄພແຫ້ງແລ້ງ ທີ່ຢູ່ພາຍໃນພາກພື້ນແມ່ນ້ຳດັ່ງກ່າວນີ້ ຊຶ່ງບັນດາປະເທດທີ່ຢູ່ຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ແບ່ງປັນຂໍ້ມູນຂ່າວສານ ແລະ ປະສານສົບທົບວາງແຜນນຳກັນ ເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍ. ໃນຕະຫຼອດໄລຍະ 18 ປີຜ່ານມາ ຈີນ ໄດ້ສະໜອງຂໍ້ມູນອຸທົກກະສາດຂອງແມ່ນ້ຳລ້ານຊ້າງໃຫ້ແກ່ປະເທດຕ່າງໆຢູ່ລຸ່ມແມ່ນນ້ຳຂອງ. ພາຍຫຼັງກົນໄກແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງສ້າງຕັ້ງຂຶ້ນແລ້ວ, ການຮ່ວມມືດ້ານການພັດທະນາ, ນຳໃຊ້ ແລະ ການຄຸ້ມຄອງຊັບພະຍາກອນນ້ຳ ຍິ່ງມີວິທີການທີ່ດີ ແລະ ມີປະສິດທິຜົນຫຼາຍຢ່າງ ຊຶ່ງໄດ້ຮັບການຊົມເຊີຍໂດຍທົ່ວໄປຈາກບັນດາ ປະເທດສະມາຊິກໃນກົນໄກດັ່ງກ່າວ.

Xayaburi Dam | Dam, Laos, Outdoor

ໃນກອງປະຊຸມຜູ້ນຳຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 3 ຫາກໍອັດລົງເມື່ອບໍ່ດົນມານີ້ ຈີນ ໄດ້ປະກາດວ່າເລີ່ມແຕ່ປີນີ້ເປັນຕົ້ນໄປ ຈະແບ່ງປັນຂໍ້ມູນອຸທົກກະສາດຂອງແມ່ນ້ຳລ້ານຊ້າງຕະຫຼອດປີ ໃຫ້ກັບບັນດາປະເທດລຸ່ມແມ່ນ້ຳຂອງ ແລະ ຮ່ວມກັບບັນດາຝ່າຍສ້າງເວທີແບ່ງປັນຂໍ້ມູນຂ່າວສານການຮ່ວມມືດ້ານຊັບພະຍາກອນນ້ຳຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ເລັ່ງລັດຊຸກຍູ້ການປະຕິບັດໂຄງການຕ່າງໆເຊັ່ນ: ຄວາມປອດໄພຂອງເຂື່ອນ, ຄວາມປອດໄພຂອງນ້ຳດື່ມເປັນຕົ້ນ, ຍົກສູງຄວາມສາມາດບໍລິຫານແມ່ນ້ຳໂດຍ ສັງລວມ ແລະ ຄຸ້ມຄອງຊັບພະນາກອນນ້ຳ.

ກອງປະຊຸມສຸດຍອດ ສື່ສານມວນຊົນ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຈະປືກສາຫາລືກັນ 2  ບັນຫາໃຫຍ່

ແຕ່ຍັງມີບາງປະເທດນອກພາກພື້ນ ບໍ່ສົນຕໍ່ຄວາມພະຍາຍາມຮ່ວມກັນຂອງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ກໍຄືໝາກຜົນທີ່ຍາດມາໄດ້, ຊ້ຳພັດປ່າວຂ່າວດ້ວຍເຈດຕະນາຮ້າຍ ກ່ຽວກັບຊັບພະຍາກອນນ້ຳໃນແມ່ນ້ຳຂອງ, ນຳເອົາບົດວິທະຍານິພົນທີ່ມີຂໍ້ບົກຜ່ອງຢ່າງຫຼວງຫຼາຍໃນດ້ານຂໍ້ມູນ ແລະ ວິທີການມາໃຊ້ເປັນຫຼັກຖານອ້າງອີງ ແລ້ວເຜີຍແຜ່ຂ່າວປອມເຊັ່ນ: ຈີນຄວບຄຸມເຂື່ອນກັ້ນນ້ຳ ຢູ່ຍ່ານເໜືອແມ່ນ້ຳຂອງແຕ່ພຽງຝ່າຍດຽວ ອັນໄດ້ເຮັດໃຫ້ໄພພິບັດຢູ່ປະເທດລຸ່ມແມ່ນ້ຳຂອງຮຸນແຮງຂຶ້ນ ແລະອື່ນໆ ເພື່ອເຈຕະນາບິດເບືອນຄວາມຈິງ, ຍຸແຍ່ການພົວພັນລະຫວ່າງບັນດາປະເທດ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ກໍ່ກວນຂະບວນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ແຫຼ່ງຂໍ້ມູນ: ວຽງຈັນທາຍ

Comments