ສິ່ງເຫຼົ່ານີ້..!!! ອາດແມ່ນໜຶ່ງສາເຫດຂອງນ້ຳຖ້ວມອັ່ງ…

ວັນທີ 24-28 ກັນຍາ 2020 ຫ້ອງການ ຄຸ້ມຄອງ ແລະ ບໍລິຫານຕົວເມືອງ (ຄບຕ) ນະຄອນຫຼວງວຽງຈັນ

ໄດ້ອະນາໄມລ່ວງຮ່ອງລະບາຍນຳ້ຖະໜົນສຸພານຸວົງແຕ່ຫນ້າໂຮງແຮມ ລາວເທລ (ເມີກ້ຽວ ເກົ່າ) ຫາ ຫນ້າຮ້ານຂາຍລົດຟອດ ເຊີ່ງມີຄວາມຍາວປະມານ 300 ແມັດ

.ວັນທີ 29 ກັນຍາ 2020 ຫ້ອງການ ຄບຕ ໄດ້ອະນາໄມລ່ວງຮ່ອງລະບາຍນຳ້ທາງເຂົ້າຫ້ອງການປົກຄອງເມືອງສີນາກ ແຕ່ໂຮງຮຽນ ວິຣິລາມົງແຕສໂຊຮີ ເຂົ້າໄປຫາຫ້ອງການປົກຄອງເມືອງ ເຊີ່ງມີຄວາມຍາວປະມານ 150 ແມັດ.

ເພື່ອແກ້ໄຂບັນຫານຳ້ຖ້ວມອັ່ງຂັງ ແລະ ຮັບປະກັນໃຫ້ນຳ້ໄຫຼສະດວກດີໃນເວລາຝົນຕົກ ທັງເປັນການຫຼຸດຜ່ອນກິ່ນເໝັນເນົ່າຈາກສິ່ງເສດເຫຼືອທີ່ຕົກລົງໃນຮ່ອງດັ່ງກ່າວ.

ທາງ ຄບຕ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທີ່ອາໃສຢູ່ໃນນະຄອນຫລວງວຽງຈັນ ຈົ່ງເປັນເຈົ້າການຮ່ວມກັນໃນການຮັກສາຄວາມສະອາດ ໂດຍບໍຖິ້ມສິ່ງເສດເຫຼືອຕ່າງໆຊະຊາຍ ແລະ ສີ່ງເສດເຫຼືອລົງຮ່ອງລະບາຍນຳ້.

ແຫຼ່ງຂໍ້ມູນ: lao youth radio

Comments