ສປປ ລາວ ແລະ EU ສຳເລັດ ກອງປະຊຸມ ດ້ານວິຊາການຮ່ວມ …

ເມື່ອບໍ່ດົນມານີ້, ສະຫະພາບເອີຣົບ (EU) ແລະ ສປປ ລາວ ໄດ້ຈັດກອງປະຊຸມທາງໄກ ດ້ານວິຊາການຮ່ວມ (JEM) ຄັ້ງທີ 4 ກ່ຽວກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມການຄ້າໄມ້ ແບບສະໝັກໃຈ (VPA) ໃນແຜນງານ ການຈັດຕັ້ງປະຕິບັດ ກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ໂດຍມີບັນດາກະຊວງທີ່ກ່ຽວຂ້ອງ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນເຂົ້າຮ່ວມ.

ຂໍ້ຕົກລົງດັ່ງກ່າວ ມີຈຸດປະສົງ ເພື່ອສ້າງ ລະບົບກວດກາຢັ້ງຢືນຄວາມຖືກຕ້ອງ ຂອງໄມ້ ແລະ ຜະລິດຕະພັນໄມ້ ທີ່ຖືກຕ້ອງຕາມກົດໝາຍ ທີ່ຂຸດຄົ້ນ ແລະ ສົ່ງອອກ ໂດຍ ສປປ ລາວ. ສິ່ງເຫລົ່ານີ້ ຈະຊ່ວຍສົ່ງເສີມ ການຄ້າ ຜະລິດຕະພັນໄມ້ທີ່ຖືກຕ້ອງຕາມກົດໝາຍ, ປັບປຸງການຄຸ້ມຄອງປ່າໄມ້ ແລະ ປະກອບສ່ວນ ເຂົ້າໃນການສະກັດກັ້ນ ການຂຸດຄົ້ນໄມ້ທີ່ຜິດກົດໝາຍ.

ປ່າ ໄມ້ ໃນ ລາວ ສ່ວນ ໃຫຍ່ ປູກ ໂດຍ ເອ ກະ ຊົນ ຫລາຍກວ່າ ພາກ ລັດ ຍ້ອນ ຂາດ ງົບ ປະ  ມານ

ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າ ກົມກົມປ່າໄມ້, ກະຊວງ ກະສິກຳ ແລະ ປ່າໄມ້, ໃນນາມ ປະທານຮ່ວມກອງປະຊຸມ ໄດ້ກ່າວວ່າ: ສປປ ລາວ ໄດ້ສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນ ທີ່ກຳລັງດຳເນີນຢູ່ ຂອງສະຫະພາບເອີຣົບ ແລະ ລັດຖະບານເຢຍລະມັນ ຜ່ານອົງການ GIZ “ໂຄງການ ປົກປັກຮັກສາ ແລະ ນຳໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນແບບຍືນຍົງ (ProFEB) ເຊິ່ງການສ້າງ ແລະ ປັບປຸງນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ແລະ ບັນດາອົງປະກອບ ຂອງລະບົບການຄ້ຳປະ ກັນໄມ້ທີ່ຖືກຕ້ອງຕາມກົດໝາຍ ທີ່ຍັງຄົງຄ້າງ, ເປັນສ່ວນໜຶ່ງທີ່ສຳຄັນທີ່ສຸດຂອງ ຂໍ້ຕົກລົງ VPA; ການມີສ່ວນຮ່ວມຂອງຫລາຍພາກສ່ວນກ່ຽວຂ້ອງຈາກ ລັດຖະບານ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເປັນສິ່ງທີ່ສຳຄັນ ຂອງຂໍ້ຕົກລົງ VPA ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ, ໃນວຽກງານການເຈລະຈາ ທີ່ພວມດໍາເນີນການຢ່າງຕໍ່ເນື່ອງ.

ການ ສົ່ງ ອອກ ໄມ້ ແລະ ຜະ ລິດ ຕະ ພັນ ຈາກ ໄມ້ ບັນ ລຸການ ເຕີບ ໂຕ ໂດຍບໍ່ ຫົວ ຊາ  ຕໍ່ ຄວາມ ຫ ຍຸ້ງ ຍາກ ຍ້ອນ ໂລກ ລະ ບາດ ໂຄວິດ 19

ນັບແຕ່ກອງປະຊຸມດ້ານວິຊາການຮ່ວມ ຄັ້ງທີ 3 ໃນ ເດືອນມິຖຸນາ 2019, ສປປ ລາວ ໄດ້ປະກາດໃຊ້ກົດໝາຍ ວ່າດ້ວຍທີ່ດິນ ສະບັບປັບປຸງ, ກົດໝາຍວ່າດ້ວຍ ປ່າໄມ້ ສະບັບປັບປຸງ, ດຳລັດວ່າດ້ວຍ ການສົ່ງເສີມການປູກໄມ້ເປັນສິນຄ້າ, ດຳລັດວ່າດ້ວຍ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງ ບັນດາລະບຽບການທີ່ສຳຄັນອື່ນໆ. ທ່ານ ນາງ ກໍດານາ ໂທປີກ (Gordana Topic) ພະນັກງານດ້ານນະໂຍບາຍ ຈາກກົມສິ່ງແວດລ້ອມ ຂອງສະຫະພາບເອີຣົບ ແລະ ເປັນປະທານຮ່ວມກອງປະຊຸມ ໄດ້ກ່າວວ່າ: ພວກເຮົາມີຄວາມຍິນດີ ຕໍ່ຄວາມຄືບໜ້າ ໃນການສ້າງ 5 ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ຂອງ ສປປ ລາວ ແລະ ຕໍ່ການກະກຽມ ທີ່ກຳລັງດຳເນີນການທົດລອງ ລະບົບການຄຸ້ມຄອງຕ່ອງໂສ້ການສະໜອງໄມ້ ໃນພາກສະໜາມ ແລະ ລະບົບການກວດກາຢັ້ງຢືນຄວາມຖືກຕ້ອງ.

ງານ ວາງສະ ແດງ ຜະລິດ ຕະພັນ ເຟີ ນີ ເຈີ ໄມ້ ລາວຈະ ຈັດ ຂຶ້ນ ໃນ ວັນ ທີ 12-20  ມັງກອນ ນີ້ – Lao Phattana News

ພວກເຮົາຫວັງວ່າ ຜົນໄດ້ຮັບ ຈາກການເຮັດວຽກໃນຕໍ່ໜ້າກ່ຽວກັບ ການສ້າງລະບົບຄໍ້າປະກັນໄມ້ທີ່ຖືກຕ້ອງຕາມກົດໝາຍ ເຊິ່ງຈະເປັນອົງປະກອບທີ່ສຳຄັນຂອງ ຂໍ້ຕົກລົງໃນການເຂົ້າເປັນຄູ່ຮ່ວມການຄ້າແບບສະໝັກໃຈ ແລະ ຈະເປັນບາດກ້າວທີ່ສຳຄັນ ເພື່ອກ້າວໄປສູ່ການຄຸ້ມຄອງປ່າໄມ້ທີ່ດີ ແລະ ການຄ້າໄມ້ທີ່ຖືກຕ້ອງຕາມກົດໝາຍ ທີ່ຈະກໍ່ໃຫ້ເກີດຜົນກະທົບທາງດ້ານບວກ ຕໍ່ຂະແໜງການປ່າໄມ້ ຂອງ ສປປ ລາວ.ພ້ອມນີ້, ສປປ ລາວ ຍັງໄດ້ ນໍາສະເໜີ ກ່ຽວກັບ ບັນດາກິດຈະກຳ ທີ່ກຳລັງດຳເນີນຢູ່ ທີ່ກ່ຽວ ຂ້ອງກັບການທົດລອງລະບົບການຄຸ້ມຄອງຕ່ອງໂສ້ການສະໜອງໄມ້ໃນພາກສະໜາມ ແລະ ລະບົບ ການກວດກາຢັ້ງຢືນຄວາມຖືກຕ້ອງ ສຳລັບໄມ້ ທີ່ມາຈາກ ເຂດຫັນປ່ຽນທີ່ດິນປ່າໄມ້.

ແຫຼ່ງຂໍ້ມູນ: ຂປລ

Comments