ກະຊວງການຕ່າງປະເທດ ກຽມພ້ອມຈັດກອງປະຊຸມໃຫຍ່ ຄັ້ງທີ IV…

ໃນວັນທີ 30 ກັນຍາ 2020 ທີ່ ກະຊວງການຕ່າງປະເທດ, ສະຫາຍ ສະເຫລີມໄຊ ກົມມະສິດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນລາວ ໃນການກະກຽມຄວາມພ້ອມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ, ຊຶ່ງຈະໄຂຂຶ້ນຢ່າງເປັນທາງການ ໃນເດືອນ ຕຸລາ 2020 ນີ້. ສະຫາຍ ລັດຖະມົນຕີ ກ່າວວ່າ: ມາຮອດປັດຈຸບັນ, ການກະກຽມດ້ານຕ່າງໆ ແມ່ນມີຄວາມຄືບໜ້າ ແລະ ດຳເນີນໄປຕາມແຜນການທີ່ໄດ້ວາງໄວ້ ໂດຍສະເພາະແມ່ນດ້ານບຸກຄະລາກອນ, ດ້ານເນື້ອໃນ, ດ້ານວຽກງານຂະບວນການ, ພິທີການ ແລະ ອື່ນໆ. ດ້ານບຸກຄະລາກອນ ໄດ້ສໍາເລັດການຈັດກອງປະຊຸມທາບທາມ ໃນຮອບທີ I, ຮອບທີ II ແລະ ຮອບທີ III ເພື່ອຄັດເລືອກເອົາບັນດາສະຫາຍ ຜູ້ທີ່ມີເງື່ອນໄຂມາດຖານ ປະກອບເຂົ້າໃນຄະນະບໍລິຫານງານພັກຊຸດໃໝ່ ກະຊວງການຕ່າງປະເທດ ສະໄໝທີ IV.

ພ້ອມທັງສໍາເລັດການຄັດເລືອກເອົາຜູ້ແທນສົມບູນ ຂອງແຕ່ລະໜ່ວຍ ເພື່ອເປັນຕົວແທນຂອງສະມາຊິກພັກທັງໝົດ ຂອງກະຊວງການຕ່າງປະເທດ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້. ດ້ານເນື້ອໃນ ໄດ້ສໍາເລັດການຮ່າງບົດລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ, ຮ່າງບົດສຳຫລວດການນຳພາຂອງຄະນະບໍລິ ຫານງານພັກກະຊວງການຕ່າງປະເທດ ສະໄໝທີ 3, ຮ່າງແຜນພັດທະນາຂະແໜງການຕ່າງປະເທດ ໄລຍະ 5 ປີ (2021-2025) ແລະ ຮ່າງບົດປິ່ນອ້ອມຕ່າງໆ ດ້ານວຽກງານຂະບວນການ ໄດ້ສຳເລັດການຈັດກອງປະຊຸມໃຫຍ່ສາມຂັ້ນ ຂອງບັນດາກົມອ້ອມຂ້າງກະຊວງ ແລະ ບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ທີ່ຕ່າງປະເທດ ທັງໝົດ 57 ໜ່ວຍພັກ, ພ້ອມທັງໄດ້ສຸມໃສ່ການສ້າງກິດຈະ ກຳຕ່າງໆ ໂດຍສະເພາະແມ່ນ ການຈັດບັ້ນເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ x, ການຈັດກອງປະຊຸມສໍາມະນາຂອງ 3 ອົງການຈັດ ຕັ້ງມະຫາຊົນ ກ່ຽວກັບບັນຫາພົ້ນເດັ່ນໃນພາກພື້ນ ແລະ ສາກົນ, ກອງປະຊຸມວິທະຍາສາດໃນຂົງເຂດວຽກງານການຕ່າງປະເທດ, ການຈັດພິທີ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ, ການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບຜົນສຳເລັດການເຄື່ອນໄຫວວຽກງານການຕ່າງ ປະເທດໃນໄລຍະ 5 ປີ ຜ່ານມາ, ພ້ອມທັງໄດ້ນຳເອົາບົດຕ່າງໆ

ລາວ ແລະ ຮົງກາຣີ ສືບຕໍ່ການຮ່ວມມືສອງຝ່າຍ | Vientiane Mai

ເພື່ອໂຄສະນາຜ່ານວິທະຍຸ, ໜັງສືພິມ ແລະ ສື່ສັງຄົມອອນລາຍ ເຊັ່ນ: “ພັກປະຊາຊົນປະຕິວັດລາວ ໄດ້ວາງນະໂຍບາຍການຕ່າງປະ ເທດຢ່າງຖືກຕ້ອງ ແລະ ສອດຄ່ອງ ໃນແຕ່ລະຍຸກແຕ່ລະສະໄໝ”; “ຜົນສຳເລັດຂອງຂະແໜງການຕ່າງປະເທດໃນໄລຍະການປ່ຽນແປງໃໝ່ ພາຍໃຕ້ການຊີ້ນໍາ-ນໍາພາຂອງ ພັກປະຊາຊົນ ປະຕິວັດລາວ”. ສະຫາຍ ລັດຖະມົນຕີ ຍັງໃຫ້ຮູ້ອີກວ່າ: ພວກເຮົາຍັງໄດ້ມີການເຄື່ອນໄຫວຈັດກິດຈະກຳຕ່າງໆເຊັ່ນ: ການແຂ່ງຂັນກິລາບານເຕະ ຊິງຂັນເລຂາຄະນະພັກກະຊວງການຕ່າງປະເທດ, ການແຂ່ງຂັນກິລາຕີດອກປີກໄກ່ ຊີງຂັນເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ, ການໄປຢ້ຽມຊົມຫໍພິພິທະພັນ-ອານຸສອນສະຖານ ຂອງບັນດາອະດີດການນຳ ແລະ ກິດຈະກຳອື່ນໆ ເພື່ອ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຂອງພວກເຮົາໃນຄັ້ງນີ້ ຢ່າງເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍຄວາມສຳຄັນ ແລະ ດ້ານພິທີການ ໄດ້ກະກຽມຄວາມພ້ອມຕ່າງໆຢ່າງຮອບດ້ານ ໂດຍສະເພາະແມ່ນ ການກະກຽມຕ້ອນຮັບບັນດາການນຳຂັ້ນສູງ ແລະ ບັນດາສະຫາຍແຂກທີ່ຖືກເຊີນ ມາເຂົ້າຮ່ວມກອງປະຊຸມ, ການກະກຽມຈັດສັນສະຖານທີ່ຂອງກອງປະຊຸມ ເພື່ອໃຫ້ແທດເໝາະ, ມີຄວາມສະດວກສະ ບາຍ ແລະ ສະຫງົບປອດໄພ.

ແຫຼ່ງຂໍມູນ: ຂປລ

Comments