ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ …

ໃນຕອນເຊົ້າຂອງວັນທີ 29 ກັນຍາ 2020 ຜ່ານມາ, ທີ່ທຳນຽບປະທານາທິບໍດີ ນະຄອນຫລວງບຣາຕິດສະລາວາ ສາທາລະນະລັດ ສະໂລວາກີ, ທ່ານ ສີທົງ ຈິດໂຍທິນ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ນາງ Zuzana Caputova ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະໂລວາກີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ສະໂລວາກີ.

ໃນການພົບປະໂອ້ລົມ, ທ່ານເອກອັກຄະລັດຖະທູດ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ພ້ອມດ້ວຍພອນໄຊອັນປະເສີດ ແລະ ຄວາມຮັກແພງຖານເພື່ອນມິດຈາກ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ທ່ານ ນາງ Zuzana Caputova ແລະ ຜ່ານໄປຍັງລັດຖະບານ ແລະ ປະຊາຊົນສະໂລວາກີທຸກທົ່ວໜ້າ. ພ້ອມນັ້ນ, ທ່ານເອກອັກຄະລັດຖະທູດ ຍັງໄດ້ນໍາເອົາຄໍາເຊື້ອເຊີນຈາກ ທ່ານປະທານປະເທດລາວ ເຖິງ ທ່ານປະທານາທິນາທິບໍດີສະໂລວາກີ ເພື່ອໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນໂອກາດທີ່ເໝາະສົມ. ສອງຝ່າຍ ໄດ້ຕີລາຄາຕໍ່ການພົວພັນສອງຝ່າຍລາວ-ສະໂລວາກີ ທີ່ມີການສືບຕໍ່ຂະຫຍາຍຕົວປົກກະຕິດີຕະຫລອດໄລຍະຜ່ານມາ ນັບຕັ້ງແຕ່ສອງປະເທດ ໄດ້ສ້າງສາຍພົວພັນການທູດຮ່ວມກັນ ໃນວັນທີ 5 ກັນຍາ 1962 ເປັນຕົ້ນມາ, ເຊິ່ງທັງສອງຝ່າຍ ກໍໄດ້ມີຄວາມພະຍາຍາມຊອກຊ່ອງທາງເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ມີບາດກ້າວຂະຫຍາຍຕົວ.

ໃນໂອກາດດັ່ງກ່າວ, ທ່ານ ນາງ Zuzana Caputova ກໍໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານ ສີທົງ ຈິດໂຍທິນ ໃນການມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ສປປ ລາວຄົນໃໝ່ ປະຈຳ ສ ສະໂລວາກີ ແລະ ໄດ້ສະແດງຄວາມຂອບໃຈຕໍ່ຄໍາອວຍພອນ ແລະ ການເຊື້ອເຊີນຈາກ ປະທານປະເທດລາວ, ພ້ອມທັງສົ່ງຄໍາຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ, ລັດຖະບານ ແລະ ປະຊາຊົນລາວທຸກທົ່ວໜ້າ ແລະ ອວຍພອນໃຫ້ທ່ານເອກອັກຄະລັດຖະທູດລາວຄົນໃໝ່ ປະຕິບັດໜ້າທີ່ການທູດຂອງຕົນດ້ວຍຜົນສຳເລັດ ໂດຍການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສອງປະເທດໃຫ້ຂະຫຍາຍຕົວໃນຕໍ່ໜ້າ.

ແຫຼ່ງຂໍ້ມູນ: ຂປລ

Comments