ຕາມຂ່າວສານສະຫະລັດລາຍງານໃຫ້ຮູ້ວ່າ: Melania Trump ໄດ້ໂພສໃນທະວິດເຕີສ່ວນຕົວວ່າ: “ໃນປີນີ້ຊາວອາເມລິການຈຳນວນຫຼວງຫຼາຍ ແລະ ຂ້ອຍ ໄດ້ຖືກກັກບໍລິເວນຢູ່ບ້ານຫຼັງຈາກກວດພົບ COVID-19 ເປັນບວກ ພວກເຮົາຮູ້ສຶກດີ ແລະ ໄດ້ເລື່ອນການນັດໝາຍທີ່ຈະເກີດຂຶ້ນທັງໝົດ. ກ່ອນໜ້ານີ້ທ່ານ ທຣຳ ໄດ້ກ່າວວ່າ ເພີ່ນເອງ ແລະພັນລະຍາ ແຍກຕົວອອກຈາກກັນຫຼັງທີ່ Hope Hicks ໜຶ່ງໃນຜູ້ຊ່ວຍຂັ້ນສູງຂອງເຂົາຜົນກວດເປັນບວກ”

ແລະ ຈົດໝາຍຈາກ ນາຍແພດ ຊອນຄອນລີ ເຖິງ ທ່ານ ທຣຳ ຢືນຢັນຜົນການກວຫາເຊື້ອໄວຣັດໂຄໂຣນາ ເປັນບວກ ເມື່ອວັນພະຫັດທີ່ຜ່ານມາວ່າ “ໃຫ້ພວກເຈົ້າເຊື່ອໝັ້ນວ່າຈະປອດໄພ ແລະ ເຮົາທຸກຄົນຈະຜ່ານພົ້ນເລື່ອງນີ້ໄດ້ດ້ວຍກັນ” ສ່ວນ ປະທານາທິບໍດີ ແລະ ພັນລະຍາ ຍັງຄົງຢູ່ທຽບຂາວ ໃນລະຫວ່າງການແຍກຕົວ. ແລະ ນາຍແພດຍັງໄດ້ກ່າວອີກວ່າ: ທີມແພດຂອງທຳນຽບຂາວ ແລະ ຂ້ອຍຈະເຝົ້າຢ່າງລະມັດລະວັງ ແລະ ຂໍຂອບໃຈການສະໜັບສະໜຸນຈາກຜູ້ຊ່ຽວຊານ ແລະ ສະຖາບັນທາງການແພດທີ່ຍິ່ງໃຫຍ່ທີ່ສຸດໃນປະເທດຂອງເຮົາ. ໃຫ້ໝັ້ນໃຈວ່າ ປະທານາທິບໍດີ ຈະປະຕິບັດໜ້າທີ່ຕໍ່ໄປ ໂດຍບໍ່ໄດ້ຢຸດສະງັກ ໃນຂະນະທີ່ກຳລັງຮັກສາຕົວ ແລະ ເຮົາຈະແຈ້ງໃຫ້ພວກເຈົ້າຮູ້ກ່ຽວກັບຄວາມຄືບໜ້າເປັນແຕ່ລະໄລຍະ.

ທ່ານ ຮິກ ໄວ 31 ປີ ຊຶ່ງເຮັດໜ້າທີ່ເປັນທີ່ປຶກສາໃຫ້ກັບປະທານາທິບໍດີ ລາຍງານວ່າ: ຕົນເອງ ໄດ້ຮັບຜົນກວດເລືອດເປັນບວກ ໃນວັນພະຫັດທີ່ຜ່ານມາ ຊຶ່ງເປັນວັນຫຼັງຈາກທີ່ຂ້ອຍໄດ້ເດີນທາງໄປຮ່ວມຊຸມນຸມກັບປະທານາທິບໍດີ ເພາະຂ້ອຍເປັນຜູ້ຊ່ວຍທີ່ໃກ້ຊິດທີ່ສຸດກັບ ທ່ານ ທຣຳ. ຊຶ່ງ ຮິກ ໄດ້ເດີນທາງຮ່ວມກັບປະທານາທິບໍດີ ຫຼາຍຄັ້ງໃນຊ່ວງອາທິດທີ່ຜ່ານມາ ລວມເຖິງການນັ່ງແຮຣີ່ຄ໊ອບເຕີຂອງປະທານາທິບໍດີ Marine One ແລະ Air Force One ໄປໃນງາານອະທິປາຍ ປະທານາທິບໍດີຄັ້ງທຳອິດ ໃນຄືນວັນອັງຄານ.ຈາກນັ້ນ, ເຈົ້າໜ້າທີ່ທຳນຽບຂາວ ຫຼາຍຄົນໄດ້ຮັບຜົນກວດເລືອດເປັນບວກ ລວມເຖິງ ເຄທີມິວເລີ ເລຂາທິການສື່ມວນຊົນຂອງຮອງປະທານາທິບໍດີ ໄມເພນ ແລະ ໜຶ່ງໃນພະນັກງານຮັບສົ່ງສ່ວນຕົວຂອງປະທານາທິບໍດີຕື່ມອີກ.

ຜົນກວດເປັນບວກເກີດຂຶ້ນເນື່ອງຈາກເຊື້ອໄວຣັດຍັງຄົງແຜ່ລະບາດໃນອັດຕາທີ່ໜ້າຕົກໃຈ ໃນສະຫະລັດ ເຖິງວ່າທ່ານ ທຣຳ ຈະພະຍາຍາມເບິ່ງຂ້າມການຄຸກຄາມຂອງໂລກນີ້ກໍຕາມ ທ່ານຍັງຄົງຈັດການຊຸມນຸມຫາສຽງ ຊຶ່ງມີຜູ້ສະໜັບສະໜຸນຫຼາຍພັນຄົນເຂົ້າຮ່ວມໃນຊ່ວງທີ່ ໂຄວິດ-19 ລະບາດ.
ນາຍແພດປະຈຳຕົວຂອງທ່ານ ທຣຳ ຍັງໃຫ້ຮູ້ອີກວ່າ: ອາຍຸ ແລະ ນ້ຳໜັກຂອງ ທ່ານ ທຣຳ ເຮັດໃຫ້ເຂົາມີຄວາມສ່ຽງສູງທີ່ຈະເກີດພາລະແຊກຊ້ອນ ຮ້າຍແຮງຈາກ ໂຄວິດ-19 ເມື່ອປີທີ່ແລ້ວນາຍແພດເຄີຍກ່າວໄວ້ວ່າ: ທ່ານ ທຣຳ ມີຄຸນສົມບັດຕາມເກນ ທາງເຕັກນິກສຳລັບໂລກອ້ວນ.

ທ່ານ ທຣຳ ຍັງຄົງຈັບມືກັບຜູ້ເຂົ້າຢ້ຽມຢາມ ເຖິງວ່າເຈົ້າໜ້າທີ່ສາທາລະນະສຸກຈະເຕືອນ ແລະຕໍ່ຕ້ານການທົດສອບກໍຕາມ ແຕ່ ທ່ານ ທຣຳ ຍັງຄົງປະຕິເສດທີ່ຈະໃສ່ຜ້າປິດປາກ ໃນສະຖານທີ່ສາທາລະນະ ພາຍໃຕ້ສະຖານະການເກືອບທັງໝົດ. ໃນຂະນະທີ່ຖະແຫຼງການຂອງ Judd Deere ໂຄສົກທຳນຽບຂາວກ່າວວ່າ: ປະທານາທິບໍດີໃຫ້ຄວາມສຳຄັນກັບສຸຂະພາບ ແລະ ຄວາມປອດໄພ ຂອງຕົວລາວເອງ ແລະ ທຸກຄົນທີ່ເຮັດວຽກ ເພື່ອສະໜັບສະໜູນລາວ ແລະ ຄົນອາເມລິກາຢ່າງຈິງຈັງ.

ໜ່ວຍປະຕິບັດການຂອງທຳນຽບຂາວຮ່ວມມືກັບແພດ ປະຈຳປະທານາທິບໍດີ ແລະ ສຳນັກງານທະຫານຂອງທຳນຽບຂາວ ໃຫ້ໝັ້ນໃຈວ່ າເມື່ອປະທານາທິບໍດີຕ້ອງເດີນທາງ ຈະມີກາານວາງແຜນ ແລະ ຂັ້ນຕອນທັງໝົດ ຈະລວມເອົາຄຳແນະນຳ ແລະ ແນວທາງປະຕິບັດທີ່ດີທີ່ສຸດຂອງ CDC ໃນການຈຳກັດ, ການສຳພັດ COVID-19 ໃຫ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້ ທັງໃນພື້ນທີ່ຊັບຊ້ອນຕ່າງໆ.
ຊຶ່ງໃນສະຫະລັດໃນປັດຈຸບັນ ມີຜູ້ເສຍຊີວິດຈາກໂຄວິດ-19 ຫຼາຍກວ່າ 200,000 ຄົນ ແລະ ມີຜູ້ຕິເຊື້້ອຫຼາຍກວ່າ 7 ລ້ານຄົນ.