ລັດແຈ້ງປັບຂຶ້ນລາຄານໍ້າມັນແອັດຊັງ ສ່ວນກາຊວນແມ່ນປັບລາຄາລົງ ແຕ່ເພີ່ມຄັງແຮຂຶ້ນ ໂດຍມີຜົນນັບແຕ່ເວລາ 6:00 ໂມງ ຂອງວັນທີ 2 ຕຸລາ 2020 ເປັນຕົ້ນໄປ.
ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການສະບັບເລກທີ 0883/ອຄ.ກຄພນ; ລົງວັນທີ 1ຕຸລາ 2020 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງແຈ້ງປັບລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ. ເຊິ່ງການປັບລາຄາໃນຄັ້ງນີ້ ແອັດຊັງພິເສດ ປັບຂຶ້ນ 150 ກີບຕໍ່ລີດ, ແອັດຊັງທໍາມະດາ ປັບຂຶ້ນ 110 ກີບຕໍ່ລີດ, ສ່ວນກາຊວນ ເພີ່ມຄັງແຮ 20 ກີບຕໍ່ລິດ ແລະ ປັບລົງລາຄາ 100 ກີບຕໍ່ລີດ.

ດ້ານການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0798/ກຄພນ.ຄສລ, ລົງວັນທີ 1 ຕຸລາ 2020 ຈົນກວ່າຈະມີການປ່ຽນແປງ.

ທັ້ງນີ້ ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງຢ່າງເຂັ້ມງວດ ແລະ ຄຸ້ມຄອງປໍ້າຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ. ແຈ້ງການສະບັບນີ້ ປ່ຽນແທນແຈ້ງການສະບັບເລກທີ 0850/ອຄ.ກຄພນ,ລົງວັນທີ 17 ກັນຍາ 2020.