ສາທາ ຮຽກຮ້ອງຜູ້ມາທ່ຽວຊົມບຸນອອກພັນສາ ຕ້ອງປ້ອງກັນ …

ພະແນກສາທາລະນະສຸກນະຄອນຫລວງວຽງຈັນ ສົມ ທົບກັບ 3 ຫ້ອງການ ຄື: ຫ້ອງການສາທາ ລະນະສຸກເມືອງຈັນທະບູລີ, ສີໂຄດຕະບອງ ແລະ ຫ້ອງການ ເມືອງສີສັດຕະນາກ ສົ່ງເຈົ້າຫນ້າສາທາລະນະສຸກຈໍານວນຫລາຍໄປປະຈໍາການ ເພື່ອປະຕິບັດຫນ້າທີ່ຂອງຕົນໃນງານບຸນອອກພັນສາ ປະວໍລະນາ ປະຈໍາປີ ຄສ 2020 ທີ່ ທ່າວັດຈັນ, ເມືອງຈັນທະບູລີ ຢ່າງເປັນທາງການ

ໃນລະຫວ່າງວັນທີ 1-3 ຕຸລາ 2020. ດຣ ນາງ ໄຊພອນ ນັນທະພອນ ຫົວຫນ້າພະແນກສາທາ ລະນະສຸກນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ແພດຫມໍທັງສາມເມືອງທີ່ສົ່ງໄປປະຈໍາໃນຄັ້ງນີ້ ໄດ້ແບ່ງຫນ້າທີ່ ແລະ ຂອບເຂດຄວາມຮັບຜິດຊອບກັນຢ່າງລະອຽດ ເພື່ອບໍລິການຜູ້ທີ່ມາທ່ຽວງານ ໂດຍໄດ້ແບ່ງເປັນຫລາຍທີມງານ ເປັນຕົ້ນ: ທີມງານກວດການສຸຂະພາບ, ທີມງານປະຊາສໍາພັນ,ທີມງານກວດການຄຸນນະພາບຂອງອາຫານ ແລະ ທີມງານອື່ນໆ.

ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະສະເພາະກິດ ລົງຢ້ຽມຢາມທີມແພດໝໍ-ພະຍາບານ  ຢູ່ທີ່ການໂຮງໝໍມິດຕະພາບ – Lao Phattana News

ດຣ ນາງ ໄຊພອນ ນັນທະພອນ ໃຫ້ຮູ້ຕື່ມວ່າ: ເນື່ອງຈາກຜູ້ທີ່ມາທ່ຽວງານຄັ້ງນີ້ມີຈໍານວນຫລວງຫລາຍຈິ່ງບໍ່ສາມາດແຈກຢາຍຜ້າອັດປາກອັດດັງ ແລະ ຕັ້ງຈຸດເພື່ອບໍລິການລ້າງມືດ້ວຍເຈວ ຫລື ສະບູໄດ້.

ດັ້ງນັ້ນ ຈິ່ງຮຽກຮ້ອງໃຫ້ຜູ້ທີ່ຈະມາທ່ຽວງານນໍາຜ້າອັດປາກອັດດັງ ແລະ ພົກພາເຈວລ້າງມືມາພ້ອມ, ພ້ອມນີ້ ຕ້ອງຫລີກຫລ່ຽງເຂົ້າໄປເຂດທີ່ມີຄົນແອອັດຫລາຍ, ສ່ວນບັນດາຫ້າງຮ້ານຕ້ອງມີເຈວລ້າງມືປະຈໍາຮ້ານ, ເວລາຊື້-ຂາຍ ຕ້ອງປະຕິບັດມາດຕະການຮັກ ສາໄລຍະຫ່າງຢ່າງເຄັ່ງຄັດທີ່ສຸດ. ທັງຫມົດນີ້ ນອກຈາກສາມາດປ້ອງກັນພະຍາດໂຄວິດ-19 ຍັງຊ່ວຍປ້ອງກັນພະຍາດອື່ນໆ ໄດ້ຕື່ມອີກ.

ແຫຼ່ງຂໍ້ມູນ: ວສລ

Comments