ຈັດແບ່ງສາຍ…!!! ເຮືອ​ 12 ສີພາຍ 12 ລຳ ທ່າວັດຈັນ…

ພິທີຈັບສະຫຼາກແບ່ງສາຍເຮືອ 12 ສີພາຍ ຈັດຂຶ້ນຢ່າງເປັນທາງການໃນວັນທີ 30 ກັນຍາ 2020 ທີ່ຫ້ອງການປົກຄອງເມືອງຈັນທະບູລີ ເຊິ່ງໃນພິທີ ທ່ານ ບຸນເຖິງ ສຸວັນນະສີ ຮອງເລຂາພັກເມືອງຈັນທະບູລີ ເຊິ່ງເປັນຫົວໜ້າອະນຸກໍາມະການເຕັກນິກງານບຸນຊ່ວງເຮືອທ່າວັດຈັນ ປະຈຳປີ 2020 ກ່າວວ່າ: ສໍາລັບປີນີ້ຈະຕ່າງກັບປີທີ່ຜ່ານມາ ເນື່ອງຈາກອີງໃສ່ສະພາບຕົວຈິງທີ່ໄດ້ຮັບຜົນກະທົບການລະບາດຂອງໂຄວິດ- 19 ທາງຄະນະຈັດແຂ່ງຂັນເຮືອຈະບໍ່ຈັດແຂ່ງຂັນເຮືອປະເພນີ ແລະ ເຮືອສູດ ແຕ່ຈະມີພຽງເຮືອ 12 ສີພາຍ ຈຳນວນ 12 ລຳເທົ່ານັ້ນ

ງານບຸນຊ່ວງເຮືອທ່າວັດຈັນ 2018 ມີເຮືອເຂົ້າຮ່ວມ 35 ລຳ

ເພື່ອເຮັດໃຫ້ສືບຕໍ່ປະຕິບັດມູນເຊື້ອອັນດີງາມບໍ່ໃຫ້ໝອງເສົ້າ ແລະ ບູຊາໜ້ານ້ຳ ຕາມການຊີ້ນໍາຂອງກອງປະຊຸມຄະນະນະຄອນຫຼວງວຽງຈັນ. ສ່ວນສະຖານທີ່ຈຸດປອຍເຮືອ ແມ່ນຢູ່ທີ່ທ່າວັດຈັນບ່ອນເກົ່າທີ່ເຄີຍປະຕິບັດກັນມາຢູ່ເບື້ອງໃນ ເຊິ່ງການກະກຽມຄວາມພ້ອມ ແມ່ນໄດ້ສຳເລັດແລ້ວ ນັບແຕ່ໄດ້ປັບປຸງມາແຕ່ວັນທີ 25 ກັນຍາ ເພາະນໍ້າຢູ່ໃນລະດັບທີ່ດີ ແລະ ສະດວກດີ ແຕ່ໄລຍະປີນີ້ແມ່ນສັ້ນເຂົ້າ ຈະມີພຽງ 300 ແມັດ ຕາມມາດຖານແມ່ນບໍ່ໃຫ້ ເກີນ 800 ແມັດ. ຢ່າງໃດກໍ່ຕາມ, ເຊື່ອວ່າປີນີ້ຈະເບີກບານມ່ວນຊື່ນຕາມຮີດຄອງປະເພນີຄືເກົ່າ ແລະ ຫວັງວ່າທຸກພາກສ່ວນຈະຊ່ວຍເຫຼືອກັນ ຮ່ວມກັນປະຕິບັດໃຫ້ເບີກບານມ່ວນຊື່ນ.

On the day of the end of the Buddhist lent, the boat final race.

ທ່ານ ບຸນເຖິງ ສຸວັນນະສີ ກ່າວວ່າ: ສໍາລັບການແຂ່ງຂັນເຮືອກີລາ 12 ສີພາຍປີນີ້ ຈະມີພຽງ 12 ລຳເຂົ້າຮ່ວມແຂ່ງຂັນ ເຊິ່ງຈະແຂ່ງຂັນພາຍໃນມື້ດຽວ ຈົບໃນວັນທີ 3 ຕຸລາ 2020 ໂດຍຕອນເຊົ້າເລີ່ມແຂ່ງເວລາ 9:00 ໂມງເປັນຕົ້ນໄປ ໃນຮອບແບ່ງກຸ່ມ, ສ່ວນຕອນແລງແມ່ນຈະແຂ່ງຂັນຮອບຮອງຊະນະເລີດ ແລະ ຮອບຊີງຊະນະເລີດ ເລີ່ມເວລາ 14:00 ໂມງ​ເປັນ​ຕົ້ນ​ໄປ ໂດຍ​ຜົນ​ການ​ຈັບ​ສະ​ຫຼາກ​ແບ່ງ​ສາຍ​ມີ​ດັ່ງ​ນີ້:

-ສາຍ ກ​ ປະ​ກອບ​ມີ: ເທບ​ພະ​ບຸດ​ເຕົ່າ​ທອງ, ໂນ​ແກ໋ດ ແລະ ພະ​ຍາ​ສີ​ສຸດ​ທຳ (ລຳ​ມໍ​ເຕີ.

-ສາຍ ຂ ປະ​ກອບ​ມີ: ທິ​ດາ​ສາຍ​ແວວ, ເມືອງ​ຈັນ​ທະ​ບູ​ລີ ແລະ ເພັດ​ມີ​ໄຊ.

-ສາຍ ຄ ປະ​ກອບ​ມີ: ເທບ​ນາ​ຄາ, ນາ​ວາ​ສັກ​ສິດ ແລະ ບີ​ເຄ ຮອນ​ດ້າ.

-ສາຍ ງ ປະ​ກອບ​ມີ: ບ້ານ​ຫ້ອມ (ທິ​ດາ​ພາ​ໂລ), ປາ​ໂຍກ​ນຳ​ໂຊກ ແລະ ບ້ານ​ແສນ​ດິນ.

ສຳ​ລັບ​ເງິນ​ລາງວັນ ແມ່ນເພີ່ມຂຶ້ນ​ຈາກ 5 ລ້ານ ມາ ເປັ​ນ 10 ລ້ານ​ກີບ ສຳ​ລັບ​ຊະ​ນະ​ເລີດ ພ້ອມ​ຂັນ 1 ໜ່ວຍ, ຮອງ​ຊະ​ນະ​ເລີດ 8 ລ້ານ​ກີບ ພ້ອມ​ຂັນ 1 ໜ່ວຍ, ອັນ​ດັບ 3 ໄດ້ 6 ລ້ານ​ກີບ​ ພ້ອ​ມ​ຂັນ 1 ໜ່ວຍ ແລະ ອັນ​ດັບ 4 ໄດ້ 4 ລ້ານ​ກີບ.

ແຫຼ່ງຂໍ້ມູນ: lao youth radio

Comments