ຂ່າວ ພາຍໃນປະເທດ

3 ບໍລິສັດ ລົງນາມການຮ່ວມມືພັດທະນາພາຫານະທີ່ແລ່ນດ້ວຍໄຟຟ້າ…

ພິທີເຊັນລົງນາມຮ່ວມມືເບື້ອງຕົ້ນໃນການພັດທະນາລະບົບພາຫານະທີ່ແລ່ນດ້ວຍໄຟຟ້າ ຈັດຂຶ້ນ ໃນວັນທີ 20 ຕຸລາ 2020 ຢູ່ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ. ລະຫວ່າງ ລັດວິສາຫະກິດໄຟຟ້າລາວ, ບໍລິສັດ Geely ຈໍາກັດ ແລະ ບໍລິສັດ ກຣິດຕິພົງ ກຣູບ ຈໍາກັດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ຈຸດປະສົງຂອງພິທີລົງນາມຮ່ວມມືກັນພັດທະນານໍາໃຊ້ພາຫານະທີ່ແລ່ນດ້ວຍກະແສໄຟຟ້າ ແລະ ສົ່ງເສີມການນໍາໃຊ້ໄຟຟ້າເຂົ້າລະບົບຄົມມະນາຄົມ-ຂົນສົ່ງ ໃນຄັ້ງນີ້ ເພື່ອສົ່ງເສີມການນໍາໃຊ້ພະລັງງານທີ່ສະອາດ ຫຼຸດຜ່ອນມົນລະຜິດ, ຕິດພັນກັບຄຸນນະພາບຊີວິດ ເປັນມິດກັບສິ່ງແວດລ້ອມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ສປປລາວ ໄປຕາມທິດສີຂຽວ ແລະ ຍືນຍົງ. ທ່ານ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ມີຄຳເຫັນວ່າ: ໂດຍຕາງໜ້າໃຫ້ ການນຳກະຊວງພະລັງງານ ແລະ ບໍແຮ່ ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ລັດວິສາຫະກິດໄຟຟ້າລາວ, ກຸ່ມບໍລິສັດວິທະຍາສາດ-ເຕັກໂນໂລຊີ GEELY ແລະ ກຸ່ມບໍລິສັດກິດຕິພົງ ທີ່ໄດ້ມີແນວຄວາມຄິດລິເລີ່ມ, ຮ່ວມກັນປຶກສາຫາລື, ເກັບກຳຂໍ້ມູນມາເປັນເວລາດົນພໍສົມຄວນ ແລະ ມາຮອດມື້ນີ້, ...

Read More »

ເມືອງນອງໄດ້ຮັບຜົນກະທົບ ໜັກກວ່າຄັ້ງຜ່ານມາ…

ເມືອງນອງແມ່ນໜຶ່ງໃນ 8 ເມືອງຂອງແຂວງສະຫວັນນະເຂດ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢ່າງໜັກໜ່ວງກວ່າຄັ້ງທີ່ຜ່ານມາ ເຊິ່ງມັນໄດ້ສ້າງຄວາມເສຍຫາຍຕໍ່ຊັບສິນຂອງລັດ ແລະ ຂອງປະຊາຊົນເປັນຈຳນວນບໍ່ໜ້ອຍ ເປັນຕົ້ນແມ່ນ ທາງດ້ານພື້ນຖານໂຄງລ່າງ, ຜົນຜະລິດ ແລະ ອື່ນໆ ທີ່ຍັງບໍ່ສາມາດປະເມີນຄວາມເສຍຫາຍໄດ້ໃນປັດຈຸບັນ. ຕໍ່ສະພາບການດັ່ງກ່າວນີ້ ທາງການນຳເມືອງນອງພ້ອມດ້ວຍຄະນະ ກໍ່ໄດ້ລົງຕິດຕາມສະພາບຜົນກະທົບຈາກໄພນ້ຳຖ້ວມ ເຊິ່ງນຳພາໂດຍ ທ່ານ ລຳແກ້ວ ແສງໜູທອງ ເຈົ້າເມືອງໆນອງ ໃນການລົງຕິດຕາມຄັ້ງນີ້ແມ່ນໄດ້ໃຊ້ເຮືອຂີ່ເລາະເບິ່ງຜົນເສຍຫາຍລຽບຕາມແຄມເຊລະນອງ ແລະ ເຊລູເຂດປູນຍາງ ເພາະທຸກເຂດຂອງເມືອງນອງແມ່ນບໍ່ສາມາດໄປທາງລົດໄດ້. ສະພາບນ້ຳຖ້ວມແມ່ນໄດ້ກວາດເອົາເນື້ອທີ່ເຂົ້ານາປີຂອງປະຊາຊົນທີ່ສຸກ ແລະ ພວມຈະເກັບກ່ຽວດ້ວຍກະແສນ້ຳທີ່ໄຫຼແຮງໄດ້ພັດເອົາກໍເຂົ້າລົ້ມເປັນຮາບພຽງ, ສວນກ້ວຍ, ສວຍຫວາຍ, ມັນຕົ້ນຖືກນ້ຳຖ້ວມຂັງ ຈົມຢູ່ພື້ນນ້ຳ, ຂົວເຊລູທາງໄປຈຸດສຸມຕັງອາໄລ ບໍລິເວນຫົວຂົວຖືກນ້ຳກັດເຊາະ ແລະຍຸບຕົວລົງເລິກ ແລະເປັນວົງກວ້າງ ,ເລິກ 3 ແມັດ,ຍາວ 25 ແມັດ,ກວ້າງ 15 ແມັດ ດ້ວຍຄວາມແຮງຂອງນ້ຳໄຫລຜ່ານເສັ້ນທາງເຮັດໃຫພື້ນໜ້າ້ທາງລອກອອກ, ຂົວຫ້ວຍລະຜຽກແຕ່ເທດສະບານເມືອງໄປຫາ ບ້ານ ອາລັອງ ຖືກຕັດຂາດເປ້ເພ ຍາວ 15 ແມັດ,ກວ້າງ 3 ແມັດປະຈຸບັນທາງຫ້ອງການ ຍທຂ ພ້ອມປະຊາຊົນກຳລັງສ້ອມແປງເພື່ອນຳໃຊ້ໄດ້ໃນເບື້ອງຕົ້ນ ແລະລົດຈັກສາມາດທຽວໄດ້,ເສົາໄຟຢູເຂດບ້ານາລົງເກົ່າຖືກນ້ຳເໍຊາະເຮັດໃຫ້ເສົາໄຟກົ່ນ ໄຟດັບແຕ່ວັນທີ 17-19 ແລະກຳລັງໄດ້ຮັບການສ້ອມແປງຢູ່ໃນປະຈຸບັນ. ແຫຼ່ງຂໍ້ມູນ: ...

Read More »

ອັດຕາຄວາມທຸກຍາກຂອງລາວສືບຕໍ່ຫຼຸດລົງ ໃນໄລຍະ 25 ປີຜ່ານມາ…

ສປປ ລາວ ໄດ້ມີຄວາມຄືບໜ້າທີ່ສະແດງອອກໄດ້ຊັດເຈນໃນການຫຼຸດຜ່ອນຄວາມທຸກຍາກດ້ວຍໄລຍະເວລາ 25 ປີຜ່ານມາ ໂດຍອັດຕາສ່ວນຂອງປະຊາກອນທີ່ມີຄວາມທຸກຍາກໄດ້ຫຼຸດລົງ ຈາກ 46% ໃນປີ 1993 ມາເປັນ 18% ໃນປີ 2019. ຜົນການວິໄຈນີ້ໄດ້ຈາກບົດລາຍງານສອງສະບັບຂອງ ສະຖາບັນສະຖິຕິແຫ່ງຊາດລາວ ແລະ ທະນາຄານໂລກ. ແຕ່ດ້ານດີບາງຢ່າງທີ່ໄດ້ມາໃນການຫຼຸດຜ່ອນຄວາມທຸກຍາກ ອາດມີຜົນກະທົບຕໍ່ເສດຖະກິດລາວ ເນື່ອງຈາກການແຜ່ລະບາດຂອງພະຍາດ ໂຄວິດ-19. ຂໍ້ມູນດັ່ງກ່າວ ໄດ້ຖືກເປີດເຜີຍໃນກອງປະຊຸມເຜີຍແຜ່ບົດລາຍງານຜົນການວິໄຈສະພາບຄວາມທຸກຍາກໃນ ສປປ ລາວ ທີ່ຈັດຂຶ້ນໃນຕອນເຊົ້າທີ 20 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍເປັນປະທານຮ່ວມຂອງ ທ່ານ ນາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ແລະ ທ່ານ ນິໂຄລາ ພອນທາຣາ ຜູ້ອຳນວຍການທະນາຄານໂລກ ປະຈຳລາວ ໃນກອງປະຊຸມໄດ້ເປີດເຜີຍວ່າ: ຂໍ້ມູນລວມກ່ຽວກັບຄວາມທຸກຍາກໃນ ສປປ ລາວ ໂດຍພື້ນຖານແລ້ວ ແມ່ນອີງໃສ່ ການສຳຫຼວດລາຍຈ່າຍ ແລະ ການບໍລິໂພກໃນລາວ (LECS), ທີ່ດຳເນີນໃນຂອບເຂດທົ່ວປະເທດໃນລະຫວ່າງປີ 2018-2019, ບົດລາຍງານດັ່ງກ່າວ ໄດ້ເລີ່ມຕົ້ນເຮັດພ້ອມກັບບົດປະເມີນຄວາມທຸກຍາກປີ 2020 ຊຶ່ງໃນບົດຄວາມ Catching Up ...

Read More »

ຢູນິເຊັບ ມອບອຸປະກອນການສື່ສານ ໃຫ້ແກ່ ສປປ ລາວ ເພື່ອຊ່ວຍແກ້ໄຂ ການລະບາດຂອງໂຄວິດ-19…

ໃນວັນທີ 20 ຕຸລາ 2020 ນີ້ ທີ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວອົງການຢູນິເຊັບປະຈຳ ສປປ ລາວ ໄດ້ມອບອຸປະກອນໄອທີ ໃຫ້ແກ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ອົງການຢູນິເຊັບ ໄດ້ມອບອຸປະກອນການສື່ສານ ໃຫ້ແກ່ ລັດຖະບານແຫ່ງ ສປປ ລາວ ເພື່ອສືບຕໍ່ເພີ່ມທະວີການຮ່ວມມື ສົ່ງເສີມສິດທິຄວາມເປັນຢູ່ທີ່ດີຂອງເດັກ ແລະ ແມ່ຍິງ ໃນໄລຍະການຄວບຄຸມ ການລະບາດຂອງພະຍາດໂຄວິດ-19. ອຸປະກອນ ທີ່ມອບໃຫ້ໃນຄັ້ງນີ້ ປະກອບມີ ອຸປະກອນ ສຳລັບນໍາໃຊ້ ໃນການຈັດກອງປະຊຸມທາງໄກ ດ້ວຍໂທລະສັບ ແລະ ວີດີໂອ (Teleconference equipment) ຈໍານວນ 5 ຊຸດໃຫ້ແກ່ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ເຊິ່ງໄດ້ມອບໃຫ້ກົມສື່ມວນຊົນ, ໂທລະພາບແຫ່ງຊາດລາວ, ໜັງສືພິມພາສາຕ່າງປະເທດ, ໜັງສືພິມປະເທດລາວ ແລະ ໜັງສືພິມປະຊາຊົນ. ພິທີມອບ-ຮັບ ເຄື່ອງອຸປະກອນດັ່ງກ່າວ ໄດ້ຈັດຂື້ນທີ່ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ; ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ...

Read More »

ເປີດໂຕ Application ໃໝ່ ກັບການຮັກສາສຸຂະພາບທີ່ງ່າຍຂຶ້ນ Pulse by Prudential…

19 ຕຸລາ 2020. ບໍ​ລິ​ສັດ ພຣູເດັນໂຊລ໌ ປະກັນໄພຊີວິດລາວ ຈຳ​ກັດ ໄດ້ມີການເປິດໂຕ ເພົ້າສ໌ ແອັບ​ພິເຄເຊິນ ຢ່າງເປັນທາງການ ເຊິ່ງຈະເປັນ ແອັບ​ພິເຄເຊິນໃນລາວທີ່ຊ່ວຍຜູ້ໃຊ້ ໃນການຈັດການດ້ານສຸຂະພາບ​ໂດຍບໍ່​ມີ​ການ​ເສຍ​ຄ່າ​ໃຊ້ຈ່າຍ​ໃດໆ. ເພົ້າສ໌ ເປັນແອັບພິເຄເຊີນທີ່ນຳໃຊ້ລະບົບ ປັນຍາປະດິດ ຫຼື AI ເປັນເຄື່ອງມືໃນການ ໃຫ້ຂໍ້ມູນຢ່າງຖືກ​ຕ້ອງ​ຊັດ​ເຈນໃຫ້ກັບຜູ້ໃຊ້ຕະຫຼອດເວ​ລາ. ຜູ້ໃຊ້ສາມາດເຂົ້າເຖິ່ງຂໍ້ມູນດ້ານສຸຂະພາບ ແລະ ສາມາດຊອກຫາຂໍ້ມູນ ໂຮງໝໍ ແລະ ຄິລນິກ ທີ່ໃກ້ຄຽງໃນຍາມສຸກເສີນ. ງານເປິດໂຕແມ່ນໄດ້ຈັດຂຶ້ນຢູ່ທີ່ໂຮງແຮມ ຄຣາວ ພລາຊາ ພາຍໃຕ້ການນຳພາໂດຍ ທ່ານ ວິເຈ ມັດດາວັນ, ຜູ້ອຳນວຍການໃຫຍ່ຂອງ ພຣູເດັນໂຊລ໌ ລາວ ແລະ ໄດ້ຮັບກຽດ ຈາກ ທ່ານ H.E. Jonh Pearson ເອກອັກຄະລັດຖະທູດ ຣາດສະອານາຈັກອັງກິດປະຈຳປະເທດລາວ, ທ່ານ ດຣ. ເນົາ ບຸດຕາ ຕາງໜ້າ ກະຊວງສາທາລະນະສຸກ, ​ຕາງ​ໜ້າກະຊວງການເງິນ, ຕາງຫນ້າກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ...

Read More »

ກອງປະຊຸມໃຫຍ່ ສະມາຄົມນັກທຸລະກິດຫນຸ່ມ ແຂວງຫຼວງພະບາງ……..

ວັນທີ16 ຕຸລາ 2020 ຢູ່ໂຮງແຮມຫຼວງພະບາງວີວ, ນະຄອນຫລວງພະບາງ ໄດ້ມີກອງປະຊຸມໃຫຍ່ສະມາຄົມນັກທຸລະກິດໜຸ່ມແຂວງຫຼວງພະບາງ ຄັ້ງທີ IV ໂດຍການເປັນປະທານຂອງທ່ານຄັດຕະພອນ ພົມມະປັນຍາ ປະທານສະມາຄົມນັກທຸລະກິດໜຸ່ມແຂວງຫຼວງພະບາງ ເປັນກຽດເຂົ້າຮ່ວມຂອງ ທ່ານ ມອນໄຊ ລາວມົວຊົງ ຫົວໜ້າຄະນະຈັດຕັ້ງແຂວງຫລວງພະບາງ. ກອງປະຊຸມໄດ້ຮັບຟັງ ແລະ ຮັບຮອງເອົາຮ່າງບົດລາຍ ງານການເມືອງທັງສອງພາກ ທີ່ສະເໜີໂດຍ ທ່ານ ຄັດຕະພອນ ພົມມະປັນຍາ ທີ່ໄດ້ຕີລາຄາຄືນຫມາກຜົນຂອງຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ສະມາຄົມທຸລະກິດໜຸ່ມແຂວງຫລວງພະບາງ ຄັ້ງທີ III ຜ່ານມາ. ພ້ອມນີ້, ກອງປະຊຸມເປັນເອກະພາບກັນຮັບຮອງເອົາຄາດໝາຍສູ້ຊົນ ແລະທິດທາງລວມ ຂອງສະມາຄົມນັກທຸລະກິດໜຸ່ມແຂວງ ແຕ່ປີ 2020-2024 ແນໃສ່ສ້າງໃຫ້ການຈັດຕັ້ງສະມາຄົມນັກທຸລະກິດໜຸ່ມແຂວງມີຄວາມເຕີບໃຫ່ຍແຂງແຮງ, ເປັນທີ່ຍອມຮັບຂອງສັງຄົມ ແລະວົງການທຸລະກິດທັງພາຍໃນ ແລະຕ່າງປະເທດ; ສ້າງທຸກເງື່ອນໄຂໃຫ້ສະມາຊິກ ຂອງສະມາຄົມນັກທຸລະກິດໜຸ່ມພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ, ຊຸກຍູ້ ແລະອໍານວຍຄວາມສະດວກໃຫ້ແກ່ສະມາຊິກດໍາເນີນທຸລະກິດຢ່າງຄ່ອງຕົວ. ພາຍໃຕ້ເງື່ອນໄຂເສດຖະກິດຕະຫຼາດ ທີ່ຖືກຕ້ອງຕາມລະບຽບກົດໝາຍ. ຈາກນັ້ນ, ຜູ້ແທນສົມບູນໄດ້ໃຊ້ສິດປະຊາທິປະໄຕປ່ອນ ບັດເລືອກຕັ້ງເອົາຄະນະບໍລິຫານງານສະມາ ຄົມນັກທຸລະກິດໜຸ່ມແຂວງ ຊຸດທີ IV ມີຜູ້ສະໝັກເລືອກຕັ້ງທັງໝົດ 17 ທ່ານ ເລືອກເອົາ 15 ທ່ານ. ກອງປະຊຸມປະຖົມມະລຶກ ເລືອກໄດ້ຄະນະປະຈໍາສະມາຄົມນັກທຸລະກິດໜຸ່ມແຂວງ ຈຳນວນ ...

Read More »

ນາງສາວ Jacinda Ardern ຊະນະການເລືອກຕັ້ງ ສືບຕໍ່ດຳລົງຕຳແໜ່ງສະໄໝທີ 2…

ຈາກການນັບຄະແນນສຽງທັງໝົດ ພັກແຮງງານ ຂອງນາງສາວ Jacinda Ardern ໄດ້ຮັບໄຊຊະນະ 49.1% ໂດຍມີຄະແນນສຽງ 64 ບ່ອນນັ່ງ ແລະ ສຽງສ່ວນຫຼາຍໃນລັດຖະສະພາ. ສ່ວນພັກປະຊາຊາດທີ່ຢູ່ເຄິ່ງກາງຝ່າຍຄ້ານ ຍາດໄດ້ສຽງ 26.8%. ຜ່ານການສຳຫຼວດຄວາມຄິດເຫັນ ໃນວັນທີ 17 ທີ່ຜ່ານມາ ມີພຽງ 35 ບ່ອນນັ່ງ ຈາກ 120 ບ່ອນນັ່ງ. ການສຳຫຼວດຄວາມຄິດເຫັນເກົ່າ ໄດ້ຈັດຂຶ້ນໃນເດືອນກັນຍາ ແຕ່ຖືກເລື່ອນອອກໄປໜຶ່ງເດືອນ ຫຼັງຈາກການລະບາດຂອງພະຍາດໂຄວິດ-19.ກ່ອນການລົງຄະແນນໃນວັນທີ 17 ຕຸລາ 2020 ຜູ້ຄົນຫຼາຍກວ່າ 1 ລ້ານຄົນໄດ້ລົງຄະແນນໄປແລ້ວ. ໂດຍການລົງຄະແນນກ່ອນກຳນົດ ຊຶ່ງເປີດເມື່ອວັນທີ 3 ຕຸລາ ຊາວນິວຊີແລນຍັງຖືກຂໍໃຫ້ລົງຄະແນນສຽງໃນການລົງປະຊາມະຕິສອງຄັ້ງຄວບຄູ່ໄປກັບການເລືອກຕັ້ງທົ່ວໄປ. ສ່ວນຂອງ Ardern ຜົນລວມສຸດທ້າຍຂອງຄະນະກຳມະການການເລືອກຕັ້ງຍັງໃຫ້ຄະແນນ ACT New Zealand 8% (ຄາດການ 10 ບ່ອນນັ່ງ), ພັກກຣີນ 7.6% (10), ພັກເມົາຣີ 1% (1) ແລະ ອື່ນໆ 7.7% (0). ...

Read More »

8 ເມືອງ ໄດ້ຮັບຜົນກະທົບຫນັກຈາກສະພາບນໍ້າຖ້ວມ…

ປະຈຸບັນປະຊາຊົນ 8 ເມືອງຄື: ເຊໂປນ, ເມືອງນອງ, ວິລະບູລີ, ເມືອງພິນ ແລະ 4 ເມືອງຕອນລຸ່ມລຽບຕາມລໍານໍ້າເຊບັ້ງຫຽງຄື: ຊົນນະບູລີ, ຈຳພອນ, ສອງຄອນ ແລະທ່າປາງທອງ ແຂວງສະຫວັນນະເຂດ ພວມໄດ້ຮັບຜົນກະທົບຈາກນໍ້າຖ້ວມໜັກ ຍ້ອນຝົນຕັກໜັກຕິດຕໍ່ກັນຫລາຍວັນ ໃນນີ້ໜັກກວ່າໝູ່ແມ່ນເມືອງເຊໂປນ ແລະເມືອງນອງ ເນື່ອງຈາກເສັ້ນທາງຖືກຕັດຂາດຈົນບໍ່ສາມາດເຂົ້າເຖິງໄດ້ ແລະລະດັບນໍ້າຍັງສືບຕໍ່ສູງຂື້ນ. ສ່ວນຜົນເສຍຫາຍຍັງບໍ່ສາມາດປະເມີນໄດ້ເທື່ອ. ທ່ານ ບຸນລົບ ໂຄດຫລັກຄໍາ, ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ ສະຫວັນນະເຂດ ໃຫ້ສຳພາດວ່າ: ສະພາບນໍ້າຖ້ວມພາຍໃນແຂວງປີນີ້ຮຸນແຮງຫລາຍປະຈຸບັນພາກສ່ວນຕ່າງໆພວມເລັ່ງປຶກສາຫາລືກັນເພື່ອຕອບໂຕ້ຮັບມືກັບສະພາບໄພພິບັດຄັ້ງນີ້ ແລະສຸມທຸກກຳລັງເພື່ອໃຫ້ການຊ່ວຍເຫລືອປະຊາຊົນຢ່າງຮີບດ່ວນ, ປະຈຸບັນໄດ້ສະໜອງເຮືອ, ພາຫະນະ ແລະອຸປະກອນຈໍາເປັນໃຫ້ບັນດາເມືອງທີ່ໄດ້ຮັບຜົນກະທົບໜັກ ເພື່ອອຳ ນວຍຄວາມສະດວກໃນການເຂົ້າເຖິງພື້ນທີ່ສ່ຽງ ແລະຊ່ວຍ ເຫລືອປະຊາຊົນຢ່າງທັນການ. ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ ສະຫວັນນະເຂດ ໃຫ້ຮູ້ຕື່ມວ່າ: ປະຈຸບັນອົງການປົກຄອງແຂວງ ກໍ່ຄືຄະນະກຳມະການແກ້ໄຂໄພພິບັດຂັ້ນແຂວງ ແລະເມືອງ ພວມເລັ່ງປະ ສານກັບໜ່ວຍງານກູ້ໄພ ແລະອາສາສະໝັກຕ່າງໆ ລະດົມການຊ່ວຍເຫລືອເບື້ອງຕົ້ນໃຫ້ປະຊາຊົນ ເປັນ ຕົ້ນເຄື່ອງອຸປະໂພກ, ບໍລິໂພກ ຊື່ງຄາດ ວ່າຍັງບໍ່ພຽງພໍກັບຄວາມຕ້ອງການໃນຫລາຍຈຸດ ສະນັ້ນ, ຈີ່ງຮຽກຮ້ອງເຖິງສັງຄົມ ກໍ່ຄືພາກສ່ວນຕ່າງໆ ໃຫ້ການຊ່ວຍເຫລືອ ແລະສະໜັບສະໜູນ ເພື່ອພ້ອມກັນຜ່ານຜ່າໄພພິບັດໃນຄັ້ງນີ້ໃຫ້ໄດ້. ...

Read More »

ລາວ ກຽມປັບປຸງຮ່າງຄູ່ມືແຫ່ງຊາດ ການພັດທະນາທັກສະຊີວິດຂອງເດັກ ແລະ ໄວໜຸ່ມ…

ໃນລະຫວ່າງວັນທີ 14-16 ຕຸລາ 2020 ທີ່ນະຄອນຫລວງວຽງຈັນ, ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ໄດ້ຈັດກອງປະຊຸມປືກສາຫາລື ເພື່ອປັບປຸງຮ່າງຄູ່ມືແຫ່ງຊາດ ກ່ຽວກັບການພັດທະນາທັກສະຊີວິດຂອງເດັກ ແລະ ໄວໜຸ່ມ, ພ້ອມທັງປຶກສາຫາລື ເພື່ອກະກຽມການສຶກສາຄົ້ນຄວ້າ ກ່ຽວກັບການແຕ່ງງານກ່ອນໄວ ແລະ ການຖືພາຂອງເດັກຍິງໃນ ສປປ ລາວ. ໂດຍການເປັນປະທານຂອງ ທ່ານ ນາງ ບັນດິດ ປະທຸມວັນ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ທັງເປັນຮອງປະທານ ຄຊກມດ, ມີຜູ້ເຂົ້າຮ່ວມຈາກບັນດາກະຊວງທີ່ກ່ຽວຂ້ອງ ແລະ ອົງການສາກົນ. ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອເປັນການຈັດຕັ້ງປະຕິບັດຕາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ຄຊກມດ ກັບອົງການກອງທຶນ ເພື່ອເດັກ ປະຈໍາ ສປປ ລາວ, ພາຍໃຕ້ໂຄງການການມີສ່ວນຮ່ວມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເດັກ ແລະ ໄວໜຸ່ມໄລຍະທີ II ທີ່ຕິດພັນກັບການຈັດຕັ້ງປະຕິບັດ ສົນທິສັນຍາ ວ່າດ້ວຍສິດທິເດັກ ໂດຍສະເພາະຕິດຕາມຄວາມໝາຍໝັ້ນຂອງລັດຖະບານ ພາບປະກອບເທົ່ານັ້ນ ທີ່ມີຕໍ່ການປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ ແລະ ການຈັດຕັ້ງປະຕິບັດຄວາມໝາຍໝັ້ນ ຂອງບັນດາຮອງເຈົ້າແຂວງທົ່ວປະເທດ, ຜູ້ຊີ້ນຳວຽກແມ່ ແລະ ...

Read More »

ຈີນ ເດີນໜ້າທົດລອງ ໃນໃຊ້ເງິນດິຈິຕ໋ອນ ແກ່ຜູ້ຊື້ຫຼາຍໝື່ນຄົນ…

ໃນອາທິດຜ່ານມານີ້ ຊາວຈີນຫຼາຍໝື່ນຄົນ ໄດ້ນຳໃຊ້ເງິນຢວນດີຈິຕ໋ອນ ໃນປ້ຳນ້ຳມັນ Walmart ແລະ ຮ້ານສະດວກຊື້ທົ່ວສູນກາງເຕັກໂນໂລຊີ ທາງຕອນໃຕ້ຂອງ ເຊິນເຈິນ ການທົດລອງຄັ້ງນີ້ ໄດ້ດຳເນີນໄປຢ່າງບໍ່ເຄີຍມີມາກ່ອນທາງດ້ານຂອບເຂດ ແລະຂະໜາດ. ໂດຍບໍ່ພົບຄວາມຫຍຸ້ງໃດໆ ເຮັດໃຫ້ເສດຖະກິດອັນດັບ 2 ຂອງໂລກ ກ້າວໄປສູ່ແຖວໜ້າ ເພື່ອການພັດທະນາສະກຸນເງິນ. ການທົດສອບໃນໂລກແຫ່ງຄວາມເປັນຈິງ ຖືເປັນການທົດລອງທີ່ໃຫຍ່ທີ່ສຸດ ໃນແງ່ຂອງຜູ້ໃຊ້ ແລະ ເງິນທີ່ກ່ຽວຂ້ອງ ເນື່ອງຈາກທະນາຄານກາງຂອງຈີນ ເລີ່ມທົດລອງໃຊ້ເງິນສົດດິຈິຕ໋ອນຂອງຕົນ ໃນບາງຕົວເມືອງ ໃນເດືອນເມສາ, ລັດຖະບານໃນເຊິນເຈິນໄດ້ມອບເງິນໃໝ່ຈຳນວນ 10 ລ້ານຢວນ (1,5 ລ້ານໂດລາ) ຊຶ່ງເອີ້ນວ່າ: Digital Currency Electronic Payment (DCEP) ໃຫ້ກັບປະຊາຊົນທີ່ຄັດເລືອກແບບສຸ່ມ 50,000 ຄົນ ຜ່ານການຈັບສະຫຼາກລາງວັນໃນແອັບກະເປົາເງິນ ຜູ້ຊະນະແຕ່ລະຄົນຈະໄດ້ຮັບ 200 ຢວນ ເພື່ອໃຊ້ຈ່າຍກັບຮ້ານຄ້າຂາຍຍ່ອຍຫຼາຍກວ່າ 3,000 ແຫ່ງ ຊຶ່ງຕັ້ງຢູ່ຕົວເມືອງໜຶ່ງໃນເມືອງໃຫຍ່. ສິ່ງທີ່ດີທີ່ສຸດ ໃນອາທິດການລົງຢ້ຽມຢາມເຊິນເຈິນ ຂອງປະທານາທິບໍດີ Xi Jinping ຖືເປັນກ້າວທີ່ຍິ່ງໃຫຍ່ທີ່ສຸດໃນການທະເຍີທະຍານຂອງ ປັກກິ່ງ ໃນການຕິດຕາມ ແລະ ຄວບຄຸມເສດຖະກິດດິຈິຕ໋ອນຢ່າງວ່ອງໄວ ແລະ ...

Read More »