ອັດຕາຄວາມທຸກຍາກຂອງລາວສືບຕໍ່ຫຼຸດລົງ ໃນໄລຍະ 25 ປີຜ່ານມາ…

ສປປ ລາວ ໄດ້ມີຄວາມຄືບໜ້າທີ່ສະແດງອອກໄດ້ຊັດເຈນໃນການຫຼຸດຜ່ອນຄວາມທຸກຍາກດ້ວຍໄລຍະເວລາ 25 ປີຜ່ານມາ ໂດຍອັດຕາສ່ວນຂອງປະຊາກອນທີ່ມີຄວາມທຸກຍາກໄດ້ຫຼຸດລົງ ຈາກ 46% ໃນປີ 1993 ມາເປັນ 18% ໃນປີ 2019. ຜົນການວິໄຈນີ້ໄດ້ຈາກບົດລາຍງານສອງສະບັບຂອງ ສະຖາບັນສະຖິຕິແຫ່ງຊາດລາວ ແລະ ທະນາຄານໂລກ. ແຕ່ດ້ານດີບາງຢ່າງທີ່ໄດ້ມາໃນການຫຼຸດຜ່ອນຄວາມທຸກຍາກ ອາດມີຜົນກະທົບຕໍ່ເສດຖະກິດລາວ ເນື່ອງຈາກການແຜ່ລະບາດຂອງພະຍາດ ໂຄວິດ-19.

ຂໍ້ມູນດັ່ງກ່າວ ໄດ້ຖືກເປີດເຜີຍໃນກອງປະຊຸມເຜີຍແຜ່ບົດລາຍງານຜົນການວິໄຈສະພາບຄວາມທຸກຍາກໃນ ສປປ ລາວ ທີ່ຈັດຂຶ້ນໃນຕອນເຊົ້າທີ 20 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍເປັນປະທານຮ່ວມຂອງ ທ່ານ ນາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ແລະ ທ່ານ ນິໂຄລາ ພອນທາຣາ ຜູ້ອຳນວຍການທະນາຄານໂລກ ປະຈຳລາວ ໃນກອງປະຊຸມໄດ້ເປີດເຜີຍວ່າ: ຂໍ້ມູນລວມກ່ຽວກັບຄວາມທຸກຍາກໃນ ສປປ ລາວ ໂດຍພື້ນຖານແລ້ວ ແມ່ນອີງໃສ່ ການສຳຫຼວດລາຍຈ່າຍ ແລະ ການບໍລິໂພກໃນລາວ (LECS), ທີ່ດຳເນີນໃນຂອບເຂດທົ່ວປະເທດໃນລະຫວ່າງປີ 2018-2019, ບົດລາຍງານດັ່ງກ່າວ ໄດ້ເລີ່ມຕົ້ນເຮັດພ້ອມກັບບົດປະເມີນຄວາມທຸກຍາກປີ 2020 ຊຶ່ງໃນບົດຄວາມ Catching Up and Falling Behind ເປັນບົດທີ່ວິເຄາະຂໍ້ມູນການສຳຫຼວດປັດໄຈຕ່າງໆຢ່າງລະອຽດ ທີ່ຢູ່ເບື້ອງຫຼັງບັນຫາທີ່ເກີດຂຶ້ນດັ່ງກ່າວ. ຂໍ້ມູນທີ່ໄດ້ຈາກ LECS ສະແດງໃຫ້ເຫັນ ອັດຕາຄວາມທຸກຍາກແຫ່ງຊາດລາວ ທີ່ຫຼຸດລົງ 6,3% ໃຊ້ເວລາຫຼາຍກວ່າ 6 ປີ ນັບຈາກ 24,6% ໃນປີ 2013 ເປັນ 18,3% ໃນປີ 2019. ເຖິງຢ່າງໃດກໍຕາມ, ເກືອບຫ້າສ່ວນຂອງປະຊາຊົນລາວແມ່ນຍັງອາໄສຢູ່ໃນລະດັບລາຍຮັບຕໍ່າກວ່າລະດັບອັດຕາຄວາມທຸກຍາກແຫ່ງຊາດໂດຍສະເລ່ຍ 9,364 ກີບ (US$1) ຕໍ່ມື້.

ຫົວໜ້າສູນສະຖິຕິກ່າວວ່າ: “ການເພີ່ມຂຶ້ນຂອງລາຍຮັບຈາກກະສິກຳ ແລະ ການສົ່ງເງິນຈາກແຮງງານຢູ່ຕ່າງປະເທດ ໄດ້ມີສ່ວນຊ່ວຍໃຫ້ປະຊາຊົນຢູ່ເຂດຕ່າງໆ ຂອງປະເທດ ຫຼຸດພົ້ນອອກຈາກຄວາມທຸກຍາກ”, “ເຂດຊົນນະບົດ ໄດ້ຫຼຸດຜ່ອນຊ່ອງວ່າງກັບເຂດຕົວເມືອງ, ລະດັບຄວາມທຸກຍາກໄດ້ຫຼຸດລົງເຫັນໄດ້ຊັດເຈນໃນເຂດພາກໃຕ້ ແລະ ໃນເຂດພາກເໜືອໃນການຜະລິດກະສິກຳ ຊຶ່ງເປັນເຂດທີ່ມີໂອກາດໃນການຈ້າງງານຫຼາຍຂຶ້ນ”.

ບ້ານນອກ ບ້ານນາChannel - Home | Facebook
ພາບປະກອບເທົ່ານັ້ນ

ໃນຂະນະດຽວກັນ, ຍັງມີຫຼາຍປັດໄຈທີ່ເຮັດໃຫ້ການຫຼຸດຜ່ອນຄວາມທຸກຍາກຊ້າລົງໃນເຂດຕ່າງໆ ຍ້ອນຄວາມຂາດແຄນດ້ານອາຊີບທີ່ບໍ່ແມ່ນຂະແໜງກະສິກຳ ຊຶ່ງເປັນສິ່ງທີ່ພາໃຫ້ເກີດຄວາມບໍ່ເທົ່າທຽມເພີ່ມຂຶ້ນ. ລະດັບເງິນເດືອນແມ່ນໄດ້ເພີ່ມຂຶ້ນປະມານ 60% ສຳລັບຜູ້ທີ່ມີວຽກເຮັດ, ແຕ່ຍັງມີຫຼາຍຄົນທີ່ຍັງບໍ່ສາມາດມີໂອກາດເຂົ້າເຖິງການຈ້າງງານ. ຊຶ່ງມັນກໍເປັນຄວາມຈິງຂອງແຂວງທີ່ຢູ່ເຂດພາກກາງ ຊຶ່ງບັນຫາການຫຼຸດຜ່ອນຄວາມທຸກຍາກມີຄວາມຢຸດສະງັກ. “ຕາມຂໍ້ມູນໄດ້ສະແດງໃຫ້ເຫັນວ່າ ຄອບຄົວສ່ວນຫຼາຍທີ່ມີລະດັບຄວາມທຸກຍາກຢູ່ລຸ່ມເສັ້ນຂີດຄວາມທຸກຍາກ ແມ່ນມີລັກສະນະທີ່ຄ້າຍຄືກັນ ໜຶ່ງ ຫຼື ສອງລັກສະນະຄື: ຫົວໜ້າຄອບຄົວແມ່ນມາຈາກກຸ່ມຊົນເຜົ່າສ່ວນໜ້ອຍ, ມີລະດັບການສຶກສາຕໍ່າ ຫຼື ບໍ່ມີໂອກາດໃນການເຂົ້າເຖິງການຈ້າງງານ”

ລັດຖະມົນຕີ ຍອມຮັບວ່າ ແຮງງານ ລາວ ທີ່ກັບຈາກ ໄທ ໃນລະຫວ່າງ COVID-19  ແມ່ນແຮງງານຜິດກົດໝາຍ
ພາບປະກອບເທົ່ານັ້ນ

ທ່ານ ຜູ້ອຳນວຍການທະນາຄານໂລກ ປະຈຳ ສປປ ລາວ ໄດ້ກ່າວວ່າ:“ນະໂຍບາຍຕ່າງໆ ຂອງລັດຖະບານ ໄດ້ຊ່ວຍຫຼຸດຜ່ອນຊ່ອງວ່າງດ້ານລາຍຮັບທີ່ກ່ຽວຂ້ອງກັບພູມີສາດ ແຕ່ຍັງບໍ່ມີອາຊີບທີ່ພຽງພໍ ທີ່ຈະຊ່ວຍກະຈາຍຜົນປະໂຫຍດຈາກການຈະເລີນເຕີບໂຕທາງເສດຖະກິດຢ່າງເທົ່າທຽມກັນ”. ໂດຍອີງຕາມຂໍ້ມູນຈາກສະຖາບັນສະຖິຕິແຫ່ງຊາດລາວ ແລະ ທະນາຄານໂລກ, ເສດຖະກິດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ເປັນສິ່ງທ້າທາຍທີ່ໃຫຍ່ຫຼວງໃຫ້ແກ່ຄວາມພະຍາຍາມໃນການລຶບລ້າງຄວາມທຸກຍາກຢູ່ ສປປ ລາວ.

Vientiane Mai Online - ຊາວກະສິກອນບ້ານໜອງພົງ ປັກດຳເຂົ້ານາປີ ສຳເລັດ  70%Vientiane Mai Online
ພາບປະກອບເທົ່ານັ້ນ

ການແຜ່ລະບາດຂອງພະຍາດ ໄດ້ນຳມາຊຶ່ງປະກົດການຕໍ່ການຈ້າງງານທີ່ບໍ່ເພິ່ງປະສົງ, ສ້າງຄວາມກົດດັນໃຫ້ແກ່ຕະຫຼາດແຮງງານທີ່ອ່ອນແອ. ຂະນະດຽວກັນ, ແຮງງານທີ່ກັບມາຈາກຕ່າງປະເທດ ໂດຍສະເພາະຈາກ ປະເທດໄທ ເຮັດໃຫ້ການສົ່ງເງິນມາຈາກຕ່າງປະເທດຫຼຸດລົງ. ບົດລາຍງານການປະເມີນຄວາມທຸກຍາກ ໄດ້ມີການປະເມີນໃຫ້ຮູ້ວ່າ ຄວາມທຸກຍາກຈະເພີ່ມຂຶ້ນ 1,4% ຫາ 3,1% ໃນປີ 2020, ເມື່ອທຽບກັບ 0,6% ທີ່ຄາດວ່າຫຼຸດລົງໃຫ້ໄດ້ ຖ້າບໍ່ມີໂຄວິດ-19. ດ້ວຍຄວາມທ້າທາຍດັ່ງກ່າວ, ໄດ້ມີການສ້າງມາດຕະການຕ່າງໆ ໂດຍເລັ່ງໃສ່ກຸ່ມເປົ້າໝາຍຕ່າງໆ ສຳລັບຜູ້ທຸກຍາກທີ່ຈຳເປັນຕ້ອງເຮັດ ເພື່ອຟື້ນຟູສະພາບການຫຼຸດຜ່ອນຄວາມທຸກຍາກໃນ ສປປ ລາວ.

ແຫຼ່ງຂໍ້ມູນ: ປະຊາຊົນ

Comments