ຂ່າວ ພາຍໃນປະເທດ

ເຜີຍແຜ່ ປພຍ ບັນດາອົງການເຄືອຂ່າຍ ສປຊ ແລະ ຄູ່ຮ່ວມພັດທະນາຢູ່ລາວ…

ກະຊວງການຕ່າງປະເທດ ໃນນາມເປັນກອງເລຂາເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ( ປພຍ ) ຮ່ວມກັບ ຫ້ອງການຜູ້ປະສານງານ   ອົງການສະຫະປະຊາຊາດ ( ສປຊ ) ຢູ່ ສປປ ລາວ ໄດ້ຮ່ວມກັນຈັດກອງປະຊຸມເຜີຍແຜ່ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ( ປພຍ ) ຮ່ວມກັບບັນດາອົງການເຄືອຂ່າຍສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາ ຢູ່ ສປປ ລາວ ໃນວັນທີ 13 ຕຸລາ ຜ່ານມາ ທີ່ສູນການຮ່ວມມື ແລະ ຝຶກອົບຮົມສາກົນ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊເກັນເນສ ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ. ມີຜູ້ເຂົ້າຮ່ວມ ຕາງໜ້າຈາກບັນດາຈຸດປະສານງານ ປພຍ ແຫ່ງຊາດ ປະຈໍາກະຊວງ ແລະ ອົງການລັດທຽບເທົ່າກະຊວງ, ສະຖານທູດ, ບັນດາອົງການເຄືອຂ່າຍ ສປຊ ແລະ ຄູ່ຮ່ວມພັດທະນາ ປະຈໍາ ...

Read More »

ຄວາມສຳຄັນຂອງວຽກງານມາດຕະຖານວັດແທກ ຕໍ່ຜູ້ປະກອບການ SME

ກອງປະຊຸມສຳມະນາ ພາຍຫົວຂໍ້ ຄວາມສຳຄັນຂອງວຽກງານມາດຕະຖານ ແລະ ວັດແທກ ຕໍ່ຜູ້ປະກອບການ SME ຂອງ ສປປ ລາວ ໃນໂອກາດການສະເຫຼີມສະຫຼອງ ວັນມາດຕະຖານໂລກ ຄົບຮອບ 73 ປີ ໃນວັນທີ 14 ຕຸລາ 2020 ທີ່ຫ້ອງປະຊຸມ ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ), ໃຫ້ກຽດເປັນປະທານກ່າວເປີດກອງປະຊຸມຂອງ ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ (ກວຕ), ມີບັນດາທ່ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ, ບັນດາຜູ້ປະກອບການຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມ ກວຕ ໄດ້ກ່າວວ່າ: ການຈັດກອງປະຊຸມສຳມະນາໃນຄັ້ງນິ້ ແມ່ນເພື່ອສ້າງຈິດສຳນຶກໃຫ້ແກ່ ຜູ້ປະກອບການລົງທຶນ, ນັກທຸລະກິດ, ຜູ້ຜະລິດ ແລະ ຜູ້ຊົມໃຊ້ໄດ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງວຽກງານມາດຕະຖານ ຕໍ່ການພັດທະນາເສດຖະກິດ-ສັງຄົມໃນລະດັບຊາດ, ພາກພື້ນ ແລະ ສາກົນ ທີ່ຈະອໍານວຍຄວາມສະດວກຊຸກຍູ້ສົ່ງເສີມດ້ານການຄ້າ, ...

Read More »

ເປີດຝຶກອົບຮົມຫຼັກສູດບໍລິຫານການເງິນຈຸລະພາກ…

ສະມາຄົມການເງິນຈຸລະພາກ ( ສມກຈ ) ໂດຍການຮ່ວມມືກັບທະນາຄານ ແຫ່ງ ສປປ ລາວ (ທຫລ) ໄດ້ເປີດຊຸດຝຶກອົບຮົມຫຼັກສູດ ບໍລິຫານການເງິນຈຸລະພາກ ລຸ້ນທີ 19 ຂຶ້ນ ໃນວັນທີ 12 ຕຸລາ 2020 ຜ່ານມາ ທີ່ຫ້ອງປະຊຸມຊັ້ນ 7 ຕະຫຼາດຫຼັກຊັບລາວ ເພື່ອເພີ່ມຄວາມສາມາດໃຫ້ກັບຜູ້ຈັດການຂອງບັນດາສະຖາບັນການເງິນ, ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດໃນທົ່ວປະເທດໃຫ້ມີຄວາມເຂັ້ມແຂງ. ທ່ານ ອາລຸນ ບຸນຍົງ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນທະນາຄານ ແຫ່ງ ສປປ ລາວ ໄດ້ກ່າວຄຳເຫັນບາງຕອນວ່າ: ຊຸດອົບຮົມການບໍລິຫານການເງິນຈຸລະພາກທີ່ຈັດຂຶ້ນໃນຄັ້ງນີ້ ຈະເປັນການເພີ່ມແນວທາງໃນການບໍລິຫານຂອງແຕ່ລະສະຖາບັນໃຫ້ມີຄວາມເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວໃນອະນາຄົດ. ຂະນະທີ່ ທ່ານ ນາງ ເຂັມມະນີ ສຸທຳມະວົງ ຮອງປະທານສະພາບໍລິຫານ ສມກຈ ມີຄໍາເຫັນເພີ່ມຕື່ມວ່າ: ໃນຍຸກປັດຈຸບັນການຫັນເປັນດິຈິຕອນໄດ້ຮັບ ຄວາມສົນໃຈຈາກທຸກພາກສ່ວນ ເຊິ່ງໃນຂະແໜງການເງິນຈຸລະພາກເອງ ກໍໄດ້ນຳໃຊ້ລະບົບເຕັກໂນໂລຊີດັ່ງກ່າວເຂົ້າມາບໍລິການ ເພື່ອໃຫ້ເຂົ້າເຖິງກຸ່ມລູກຄ້າຫຼາຍຂຶ້ນ, ທັງເປັນການຫຼຸດຜ່ອນຕົ້ນທຶນ ແລະ ເປັນການເພີ່ມຊ່ອງທາງທີ່ຫຼາກຫຼາຍ. ໃນໂອກາດຕໍ່ໄປການປະເມີນປ່ອຍສິນເຊື່ອໃຫ້ກັບລູກຄ້າຈະເປັນເລື່ອງງ່າຍ ເນື່ອງຈາກລະບົບທັນສະໄໝຈະເປັນຕົວເກັບກໍາຂໍ້ມູນ ເຮັດໃຫ້ເຮົາສາມາດວິເຄາະການປ່ອຍສິນເຊື່ອໄດ້ງ່າຍ, ມີຄວາມຮັດກຸມ ແລະ ວ່ອງໄວ. ...

Read More »

ສປ ຈີນ ໃຫ້ໂຄງການຊ່ວຍເຫຼືອລ້າ 3 ສະບັບ ໃຫ້ແກ່ ສປປ ລາວ…

ໃນວັນທີ 14 ຕຸລາ 2020 ຢູ່ຫໍປະຊຸມແຫ່ງຊາດ, ພາຍຫຼັງການພົບປະ 2 ຝ່າຍ ລະຫວ່າງ ລັດຖະມົນຕີກະຊວງການຕ່າງປະເທດ, ຕາງໜ້າລັດຖະບານລາວ, ທ່ານ ສະເຫຼີມໄຊ ກົມມະສິດ ກັບ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ທ່ານ ຫວັງ ອີ້, ໄດ້ມີການແລກປ່ຽນ ໂຄງການຊ່ວຍເຫຼືອລ້າ 3 ສະບັບ ໃຫ້ແກ່ ສປປ ລາວ ປະກອບມີ: 1) ໂຄງການຊ່ວຍເຫຼືອລ້າ ກ່ຽວກັບອຸປະກອນຕ້ານໄຂ້ເລືອດອອກ 2) ໂຄງການພື້ນຖານໂຄ່ງລ່າງ ພັດທະນາຊົນນະບົດ ໄລຍະ 2 3) ໂຄງການແລກປ່ຽນລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສປ ຈີນ ກ່ຽວກັບການຮັບເອົາ ສິດທິພິເສດ ທາງດ້ານພາສີ (0%) ໃຫ້ແກ່ 97% ຂອງລາຍການສິນຄ້າທັງໝົດ GSP 97%. ແຫຼ່ງຂໍ້ມູນ: LAO ...

Read More »

ຜູ້ນຳຕ້ອນຮັບລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ…

ໃນວັນທີ 14 ຕຸລາ 2020, ທຳນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຫວັງອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 13-14 ຕຸລາ 2020 ນີ້. ໃນໂອກາດນີ້. ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງທ່ານ ຫວັງອີ້ ພ້ອມດ້ວຍຄະນະໃນຄັ້ງນີ້, ເຊິ່ງເປັນການປະ ກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດແຜນການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ, ທັງເປັນການປະກອບສ່ວນສຳຄັນ ໃນການເສີມຂະຫຍາຍມູນເຊື້ອແຫ່ງການພົວພັນມິດຕະພາບ ແລະ ການ ຮ່ວມມືຍຸດທະສາດຮອບດ້ານ ແລະ ການເປັນຄູ່ຮ່ວມຊາຕາກຳສັງຄົມນິຍົມ ລະຫວ່າງ ສອງພັກ, ...

Read More »

IMF ຄາດການ GDP ໂລກເຫຼືອ -4,4% ຫຼັງເສດຖະກິດມີການຟື້ນຕົວ…

ອ້າງຈາກສຳນັກຂ່າວບຣູມເບິກລາຍງານວ່າ: ກອງທຶນການເງິນສາກົນ (IMF) ໄດ້ປັບເພີ່ມຄາດການເສດຖະກິດໂລກໃນປີ 2020 ຫຼຸດລົງ -4,4% ເພີ່ມຂຶ້ນຈາກການຄາດຄະເນໃນເດືອນມິຖຸນາທີ່ ຫຼຸດລົງ -4,9%. IMF ເປີດເຜີຍວ່າ: ປັດໃຈສຳຄັນທີ່ເຮັດໃຫ້ IMF ປັບເພີ່ມຄາດການໃນຄັ້ງນີ້ ເປັນຜົນມາຈາກ ເສດຖະກິດໂລກໄດ້ກັບມາຂະຫຍາຍຕົວຢ່າງແຂງແກ່ນໃນໄຕມາດ 2 ໂດຍສະເພາະໃນປະເທດຈີນ ແລະ ບັນດາປະເທດທີ່ພັດທະນາແລ້ວໃນທະວີບເອີຣົບ ແລະ ປະເທດອາເມຣິກາ ເຊິ່ງເປັນສັນຍານສຳຄັນວ່າ ເສດຖະກິດໂລກກຳລັງຈະກັບມາຟື້ນຕົວໃນໄຕມາດທີ 3 ພາຍໃນປີນີ້. ນອກຈາກນີ້ IMF ຍັງໄດ້ປັບເພີ່ມຄາດການເສດຖະກິດໃນທຸກທະວີບທົ່ວໂລກ ໂດຍປັບເພີ່ມເສດຖະກິດຂອງອາເມຣິກາຈາກທີ່ເຄີຍຫຼຸດລົງ -8,0% ລົງເຫຼືອພຽງ -4,3% ກ່ອນຈະຂະຫຍາຍຕົວເພີ່ມເປັນ 3,1% ປີໜ້າ, ໃນຂະນະທີ່ຂອບການໃຊ້ເງິນເອີໂຣ (EU) ຈາກທີ່ເຄີຍຫຼຸດລົງ -10,2% ໄດ້ຫຼຸດມາເປັນຢູ່ -8,3% ກ່ອນຈະຂະຫຍາຍຕົວ 5,2% ໃນປີ 2021 ແລະ ປັບເພີ່ມຄາດການເສດຖະກິດຈີນ ຈາກທີ່ເຄີຍຂະຫຍາຍຕົວ 1,0% ໄດ້ປັບເພີ່ມເປັນ 1,9% ກ່ອນຈະຂະຫຍາຍຕົວເພີ່ມເປັນ 8,2% ໃນປີຕໍ່ໄປ. ເຖິງຢ່າງໃດກໍຕາມ IMF ກ່າວເຕືອນວ່າ: ເຖິງວ່າເສດຖະກິດໂລກຈະກັບມາຂະຫຍາຍຕົວໃນໄຕມາດ ...

Read More »

ປະຊາຊົນຄວນເອົາໃຈໃສ່ ປະຕິບັດ 5 ປ ເພື່ອປ້ອງກັນການສູນເສຍຄົນທີ່ທ່ານຮັກ…

ສະພາບຂອງພະຍາດໄຂ້ຍຸງລາຍ ຢູ່ໃນປະເທດລາວເຮົາ ໃນວັນທີ 13 ຕຸລາ 2020 ສປປ ລາວ ແມ່ນ ມີຜູ້ຕິດເຊື້ອທັງໝົດ 33 ກໍລະນີ ແລະ ບໍ່ມີຜູ້ເສຍຊີວິດ. ໃນຕອນເຊົ້າວັນທີ 14 ຕຸລາ 2020 ທີ ກະຊວງສາທາລະນະສຸກ ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ກ່າວລາຍງານກ່ຽວກັບສະພາບຂອງພະຍາດໄຂ້ຍຸງລາຍວ່າ: ນັບແຕ່ວັນທີ 1 ມັງກອນ 2020 – 13 ຕຸລາ 2020 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 7.198 ຄົນ (ມີລາຍງານກໍລະນີໃນ 18 ແຂວງ, ແຂວງທີ່ມີການລາຍງານຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ ເຊິ່ງມີເຖິງ 1.659 ຄົນ, ຖັດລົງມາແມ່ນ ບໍລິຄຳໄຊ 832 ຄົນ, ບໍ່ແກ້ວ 700 ຄົນ ແລະ ສະຫວັນນະເຂດ 686 ຄົນ). ຈຳນວນຜູ້ເສຍຊີວິດ ຍ້ອນພະຍາດໄຂ້ຍຸງລາຍມີ ...

Read More »

ພິທີເຊັນສັນຍາ ໂຄງການປະຕິຮູບລະບົບພື້ນຖານໂຄງລ່າງເຕັກໂນໂລຊີຂໍ້ມູນຂ່າວສານຂອງ ທະນາຄານ ແຫ່ງ ສປປ ລາວ

ໃນຕອນບ່າຍຂອງວັນທີ 14 ຕຸລາ 2020 ທະນາຄານແຫ່ງ ສປປລາວ ( ທຫລ) ແລະ ບໍລິສັດ ສິສເມຕິກ ໄອທີ ໂຊລູຊັນ ຈຳກັດ ໄດ້ຮ່ວມກັນ ເຊັນສັນຍາໂຄງການປະຕິຮູບລະບົບພື້ນຖານໂຄງລ່າງເຕັກໂນໂລຊີຂໍ້ມູນຂ່າວສານ ຂຶ້ນທີ່ ໂຮງແຮມ ເສດຖາປາລາດ ໂດຍເປັນປະທານຂອງ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ໂດຍມີຜູ້ຕາງໜ້າຈາກສຳນັກງານທະນາຄານ, ບໍລິສັດ ສິສເມຕິກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີດັ່ງກ່າວ ທ່ານ ໄຂ່ແກ້ວ ຫຼວງສີວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານທະນາຄານແຫ່ງ ສປປ ລາວ ໄດ້ໃຫ້ຮູ້ວ່າ: ທະນາຄານແຫ່ງ ສປປ ລາວ ເປັນສູນກາງການເຊື່ອມຕໍ່ລະບົບເຕັກໂນໂລຊີຂໍ້ມູນຂ່າວສານທາງດ້ານການເງິນໃນທົ່ວປະເທດ ເພື່ອສະໜັບສະໜູນການເຄື່ອນໄຫວວຽກງານການບໍລິຫານທຸລະກຳທາງການເງິນມີຄວາມຄ່ອງຕົວ ແລະ ຮັບປະກັນຄວາມຕໍ່ເນືື່ອງທາງດ້ານທຸລະກິດ. ສະນັ້ນ, ບັນດາອຸປະກອນລະບົບພື້ນຖານໂຄງລ່າງເຕັກໂນໂລຊີຂໍ້ມູນຂ່າວສານທີ່ນຳໃຊ້ໃນປັດຈຸບັນ ແມ່ນມີອາຍຸການນຳໃຊ້ຂ້ອນຂ້າງດົນ; ດັ່ງນັ້ນ, ທຫລ ຈຶ່ງມີຄວາມຈຳເປັນຕ້ອງປະຕິຮູບລະບົບພື້ນຖານໂຄງລ່າງເຕັກໂນໂລຊີຂໍ້ມູນຂ່າວສານໃໝ່ທັງໝົດ ເພື່ອເຮັດໃຫ້ລະບົບດັ່ງກ່າວມີຄວາມສະຖຽນລະພາບ ແລະ ຮັບຮອງຕໍ່ກັບການຂະຫຍາຍຕົວທຸລະກຳທາງດ້ານການເງິນ ທັງໃນປັດຈຸບັນ ແລະ ອະນາຄົດ. ນອກຈາກນັ້ນ, ...

Read More »

ເປີດ ສະໂມສອນນັກການທູດລາວ…

ສະໂມສອນນັກການທູດ ທີ່ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດຈະເປັນບ່ອນເຕົ້າໂຮມ ແລະ ເປັນເວທີປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນ , ຕີລາຄາຕໍ່ສະພາບການທີ່ພົ້ນເດັ່ນຢູ່ໃນພາກພື້ນ ແລະ ສາກົນລະຫວ່າງບັນດາອະດີດເອກອັກຄະລັດຖະທູດ ແລະ ບັນດານັກການທູດລາວ ແລະ ເປັນເວທີແລກປ່ຽນຄວາມຮູ້ ແລະ ປະສົບການ ລະຫວ່າງນັກການທູດອາວຸໂສບຳນານ ແລະ ນັກການທູດຮຸ່ນໜຸ່ມກໍຄືພະນັກງານກະຊວງການຕ່າງປະເທດ ນອກຈາກນີ້ ເພື່ອເປັນຖານຂໍ້ມູນທີ່ເປັນປະໂຫຍດໃຫ້ແກ່ພະນັກງານກະຊວງການຕ່າງປະເທດນຳໄປໝູນໃຊ້ເຂົ້າໃນການຄົ້ນຄວ້າວິໄຈ ແລະ ເປັນຂໍ້ມູນລາຍງານຄະນະນຳກະຊວງການຕ່າງປະເທດ. ພິທີເປີດສະໂມສອນດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ແລະ ອະດີດກົມການເມືອງສູນກາງພັກ ອະດີດຮອງນາຍົກລົດຖະມົນຕີກະຊວງການຕ່າງປະເທດ ທ່ານ ສົມສະຫວາດ ເລັງສະຫວັດ, ມິບັນດາຄະນະນຳກະຊວງການຕ່າງປະເທດ, ອະດີດຄະນະການນຳກະຊວງ, ຄະນະກົມ, ບັນດາທ່ານທູດອາວຸໂສບຳນານ ແລະ ພະນັກງານກະຊວງການຕ່າງປະເທດເຂົ້າຮ່ວມ 70 ກວ່າທ່ານ. ແລ່ງຂໍ້ມູນ: ວຽງຈັນທາຍ

Read More »

ລາວ-ຈີນ ສືບຕໍ່ຜັນຂະຫຍາຍສາຍພົວພັນຮ່ວມມືສອງຝ່າຍ…

ໃນວັນທີ 14 ຕຸລາ 2020, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ສະຫາຍ ສະເຫຼີມໄຊ ກົມມະສິດ,ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສປປ ລາວ, ໄດ້ມີການພົບປະສອງຝ່າຍກັບ ສະຫາຍ ຫວັງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ. ໃນໂອກາດນີ້,ສະຫາຍລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຄັ້ງທີ 2 ຂອງ ສະຫາຍ ລັດຖະມົນຕີ ຫວັງ ອີ້ ໃນປີ 2020 ນີ້. ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ ລະຫວ່າງ ສອງພັກ ແລະ ສອງລັດຖະບານ ກໍຄືປະຊາຊົນສອງຊາດ ຊຶ່ງນັບມື້ນັບໄດ້ຮັບການເສີມຂະຫຍາຍດ້ວຍຄຸນນະພາບໃໝ່ຢ່າງບໍ່ຢຸດຢັ້ງ ໂດຍໄດ້ສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ. ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ແລະສະໜັບສະໜູນຕໍ່ຂໍ້ລິເລີ່ມທີ່ ...

Read More »