ກອງປະຊຸມໃຫຍ່ ສະມາຄົມນັກທຸລະກິດຫນຸ່ມ ແຂວງຫຼວງພະບາງ……..

ວັນທີ16 ຕຸລາ 2020 ຢູ່ໂຮງແຮມຫຼວງພະບາງວີວ, ນະຄອນຫລວງພະບາງ ໄດ້ມີກອງປະຊຸມໃຫຍ່ສະມາຄົມນັກທຸລະກິດໜຸ່ມແຂວງຫຼວງພະບາງ ຄັ້ງທີ IV ໂດຍການເປັນປະທານຂອງທ່ານຄັດຕະພອນ ພົມມະປັນຍາ ປະທານສະມາຄົມນັກທຸລະກິດໜຸ່ມແຂວງຫຼວງພະບາງ ເປັນກຽດເຂົ້າຮ່ວມຂອງ ທ່ານ ມອນໄຊ ລາວມົວຊົງ ຫົວໜ້າຄະນະຈັດຕັ້ງແຂວງຫລວງພະບາງ.

ກອງປະຊຸມໄດ້ຮັບຟັງ ແລະ ຮັບຮອງເອົາຮ່າງບົດລາຍ ງານການເມືອງທັງສອງພາກ ທີ່ສະເໜີໂດຍ ທ່ານ ຄັດຕະພອນ ພົມມະປັນຍາ ທີ່ໄດ້ຕີລາຄາຄືນຫມາກຜົນຂອງຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ສະມາຄົມທຸລະກິດໜຸ່ມແຂວງຫລວງພະບາງ ຄັ້ງທີ III ຜ່ານມາ.

ພ້ອມນີ້, ກອງປະຊຸມເປັນເອກະພາບກັນຮັບຮອງເອົາຄາດໝາຍສູ້ຊົນ ແລະທິດທາງລວມ ຂອງສະມາຄົມນັກທຸລະກິດໜຸ່ມແຂວງ ແຕ່ປີ 2020-2024 ແນໃສ່ສ້າງໃຫ້ການຈັດຕັ້ງສະມາຄົມນັກທຸລະກິດໜຸ່ມແຂວງມີຄວາມເຕີບໃຫ່ຍແຂງແຮງ, ເປັນທີ່ຍອມຮັບຂອງສັງຄົມ ແລະວົງການທຸລະກິດທັງພາຍໃນ ແລະຕ່າງປະເທດ; ສ້າງທຸກເງື່ອນໄຂໃຫ້ສະມາຊິກ ຂອງສະມາຄົມນັກທຸລະກິດໜຸ່ມພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ, ຊຸກຍູ້ ແລະອໍານວຍຄວາມສະດວກໃຫ້ແກ່ສະມາຊິກດໍາເນີນທຸລະກິດຢ່າງຄ່ອງຕົວ. ພາຍໃຕ້ເງື່ອນໄຂເສດຖະກິດຕະຫຼາດ ທີ່ຖືກຕ້ອງຕາມລະບຽບກົດໝາຍ.

ຈາກນັ້ນ, ຜູ້ແທນສົມບູນໄດ້ໃຊ້ສິດປະຊາທິປະໄຕປ່ອນ ບັດເລືອກຕັ້ງເອົາຄະນະບໍລິຫານງານສະມາ ຄົມນັກທຸລະກິດໜຸ່ມແຂວງ ຊຸດທີ IV ມີຜູ້ສະໝັກເລືອກຕັ້ງທັງໝົດ 17 ທ່ານ ເລືອກເອົາ 15 ທ່ານ. ກອງປະຊຸມປະຖົມມະລຶກ ເລືອກໄດ້ຄະນະປະຈໍາສະມາຄົມນັກທຸລະກິດໜຸ່ມແຂວງ ຈຳນວນ 7 ທ່ານທີ່ຮັບໜ້າທີ່ໃໝ່ດັ່ງນີ້: ທ່ານ ອາຄົມ ພົມມະຫານ ເປັນປະທານສະມາຄົມນັກທຸລະກິດຫນຸ່ມແຂວງຫລວງພະບາງຜູ້ໃຫມ່, ທ່ານ ອິນແຫຼງ ວົງສຸວັນ, ທ່ານ ວິລະເດດ ໂຄຕິເສນ, ທ່ານ ພະນົມໄຊ ພະການ ແລະທ່ານ ຄຳສິງ ຈັນ ທະວົງ ເປັນຮອງປະທານ ພ້ອມທັງຄັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງໄປຮ່ວມກອງປະ ຊຸມໃຫຍ່ຂອງສະມາຄົມນັກທຸລະກິດໜຸ່ມທົ່ວປະເທດຕື່ມອີກ.

ແຫຼ່ງຂໍ້ມູນ: ວສລ

Comments