ຢູນິເຊັບ ມອບອຸປະກອນການສື່ສານ ໃຫ້ແກ່ ສປປ ລາວ ເພື່ອຊ່ວຍແກ້ໄຂ ການລະບາດຂອງໂຄວິດ-19…

ໃນວັນທີ 20 ຕຸລາ 2020 ນີ້ ທີ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວອົງການຢູນິເຊັບປະຈຳ ສປປ ລາວ ໄດ້ມອບອຸປະກອນໄອທີ ໃຫ້ແກ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ອົງການຢູນິເຊັບ ໄດ້ມອບອຸປະກອນການສື່ສານ ໃຫ້ແກ່ ລັດຖະບານແຫ່ງ ສປປ ລາວ ເພື່ອສືບຕໍ່ເພີ່ມທະວີການຮ່ວມມື ສົ່ງເສີມສິດທິຄວາມເປັນຢູ່ທີ່ດີຂອງເດັກ ແລະ ແມ່ຍິງ ໃນໄລຍະການຄວບຄຸມ ການລະບາດຂອງພະຍາດໂຄວິດ-19.

ອຸປະກອນ ທີ່ມອບໃຫ້ໃນຄັ້ງນີ້ ປະກອບມີ ອຸປະກອນ ສຳລັບນໍາໃຊ້ ໃນການຈັດກອງປະຊຸມທາງໄກ ດ້ວຍໂທລະສັບ ແລະ ວີດີໂອ (Teleconference equipment) ຈໍານວນ 5 ຊຸດໃຫ້ແກ່ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ເຊິ່ງໄດ້ມອບໃຫ້ກົມສື່ມວນຊົນ, ໂທລະພາບແຫ່ງຊາດລາວ, ໜັງສືພິມພາສາຕ່າງປະເທດ, ໜັງສືພິມປະເທດລາວ ແລະ ໜັງສືພິມປະຊາຊົນ. ພິທີມອບ-ຮັບ ເຄື່ອງອຸປະກອນດັ່ງກ່າວ ໄດ້ຈັດຂື້ນທີ່ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ; ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສະຫວັນຄອນ ຣາຊະມູນຕຣີ, ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ທ່ານ ເດວິດ ດັງເຄີນ ວ່າການຮອງຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ.

ທ່ານ ສະຫວັນຄອນ ຣາຊະມູນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ເນື່ອງຈາກ ມີການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ, ການສະໜອງຂໍ້ມູນ ແລະ ການປູກຈິດສຳນຶກກ່ຽວກັບມາດຕະການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ແລະ ການປະຕິບັດສຸຂະອະນາໄມ ແມ່ນມີຄວາມສຳຄັນຫຼາຍໃນການແກ້ໄຂຜົນກະທົບຂອງການແຜ່ລະບາດຕໍ່ເດັກ ແລະ ແມ່ຍິງ. ສະນັ້ນ, ອຸປະກອນໄອທີເພື່ອການສື່ສານດັ່ງກ່າວ ຈະປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງ ໃນການປະສານງານ ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ອົງການຢູນິເຊັບ ແລະ ບັນດາຄູ່ຮ່ວມພັດທະນາ ໃນປະເທດລາວ ແລະ ທົ່ວໂລກ ແລະ ຍັງຈະຊ່ວຍໃຫ້ຮູບແບບການປະສານງານກັບບັນດາຄູ່ຮ່ວມງານສະພາບປົກກະຕິແບບໃໝ່ ເພື່ອປ້ອງກັນພະຍາດລະບາດ”.

ທ່ານ ເດວິດ ດັງເຄີນ, ວ່າການ ຮອງຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ ໄດ້ກ່າວວ່າ, “ອົງການຢູນິເຊັບ ໃຫ້ຄຳໝັ້ນສັນຍາຢ່າງໜັກແໜ້ນ ໃນການສະໜັບສະໜູນລັດຖະບານ ສປປລາວ ໃນການຮັບມືກັບການລະບາດ ຂອງພະຍາດໂຄວິດ-19 ແລະ ພ້ອມທັງສະໜັບສະໜູນລັດຖະບານ ດ້ານອຸປະກອນດ້ານການແພດ, ອຸປະກອນສ່ົງເສີມດ້ານສຸຂະອານາໄມ ແລະ ເຄື່ອງໃຊ້-ອຸປະກອນທີ່ຈໍາເປັນ ແລະ ຫວັງວ່າອຸປະກອນ ການຈັດກອງປະຊຸມທາງໄກນີ້ ຈະປະກອບສ່ວນເຂົ້າໃນການເພີ່ມທະວີ ການຮ່ວມມືຢ່າງຕໍ່ເນື່ອງຂອງອົງການຢູນິເຊັບ ແລະ ກະຊວງຖະແຫຼ່ງຂ່າວ ວັດທະນະທໍາ ເພື່ອຮັບປະກັນສິດທິ ແລະ ຊີວິດການເປັນຢູ່ທີ່ດີຂອງເດັກ ແລະ ແມ່ຍິງ ໃຫ້ໄດ້ຮັບການປົກປ້ອງ ໃນໄລຍະການລະບາດຂອງພະຍາດໂຄວິດ-19.

ແຫຼ່ງຂໍ້ມູນ: ໜັງສືພິມປະຊາຊົນ

Comments