ເປີດໂຕ Application ໃໝ່ ກັບການຮັກສາສຸຂະພາບທີ່ງ່າຍຂຶ້ນ Pulse by Prudential…

19 ຕຸລາ 2020. ບໍ​ລິ​ສັດ ພຣູເດັນໂຊລ໌ ປະກັນໄພຊີວິດລາວ ຈຳ​ກັດ ໄດ້ມີການເປິດໂຕ ເພົ້າສ໌ ແອັບ​ພິເຄເຊິນ ຢ່າງເປັນທາງການ ເຊິ່ງຈະເປັນ ແອັບ​ພິເຄເຊິນໃນລາວທີ່ຊ່ວຍຜູ້ໃຊ້ ໃນການຈັດການດ້ານສຸຂະພາບ​ໂດຍບໍ່​ມີ​ການ​ເສຍ​ຄ່າ​ໃຊ້ຈ່າຍ​ໃດໆ. ເພົ້າສ໌ ເປັນແອັບພິເຄເຊີນທີ່ນຳໃຊ້ລະບົບ ປັນຍາປະດິດ ຫຼື AI ເປັນເຄື່ອງມືໃນການ ໃຫ້ຂໍ້ມູນຢ່າງຖືກ​ຕ້ອງ​ຊັດ​ເຈນໃຫ້ກັບຜູ້ໃຊ້ຕະຫຼອດເວ​ລາ. ຜູ້ໃຊ້ສາມາດເຂົ້າເຖິ່ງຂໍ້ມູນດ້ານສຸຂະພາບ ແລະ ສາມາດຊອກຫາຂໍ້ມູນ ໂຮງໝໍ ແລະ ຄິລນິກ ທີ່ໃກ້ຄຽງໃນຍາມສຸກເສີນ.

ງານເປິດໂຕແມ່ນໄດ້ຈັດຂຶ້ນຢູ່ທີ່ໂຮງແຮມ ຄຣາວ ພລາຊາ ພາຍໃຕ້ການນຳພາໂດຍ ທ່ານ ວິເຈ ມັດດາວັນ, ຜູ້ອຳນວຍການໃຫຍ່ຂອງ ພຣູເດັນໂຊລ໌ ລາວ ແລະ ໄດ້ຮັບກຽດ ຈາກ ທ່ານ H.E. Jonh Pearson ເອກອັກຄະລັດຖະທູດ ຣາດສະອານາຈັກອັງກິດປະຈຳປະເທດລາວ, ທ່ານ ດຣ. ເນົາ ບຸດຕາ ຕາງໜ້າ ກະຊວງສາທາລະນະສຸກ, ​ຕາງ​ໜ້າກະຊວງການເງິນ, ຕາງຫນ້າກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ຕາງຫນ້າ ກະຊວງ ແຜນການ ແລະ ການລົງທຶນ.

ໃນການເປິດງານ, ທ່ານ ວິເຈ ມັດດາວັນໄດ້​ກ່າວວ່າ “​ຕັ້ງ​ແຕ່​ປີ 2016 ທີ່ບໍ​ລິ​ສັດ​ຂອງ​ພວກ​ເຮົາ​ໄດ້​ເລີ່ມດຳເນີນທຸລະກິດໃນລາວ, ພຣູເດັນໂຊລ໌ ລາວ ບໍ່ພຽງແຕ່ທີ່ຈະຮັກສາຄຳໜັ້ນສັນຍາ ທີ່ຈະຊ່ວຍດູແລຮັກສາດ້ານ ການເງິນ ແຕ່ກໍ່ຈະຊ່ວຍຄົນລາວ ຮັກສາສຸຂະພາບ ແລະ ການດຳລົງຊີວີດທີ່ດີເຊັ່ນກັນ. ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ “ການປ້ອງກັນແມ່ນດີກວ່າການຮັກສາ”, ແລະ ນັ້ນ​ເປັນ​ສາ​ເຫດ​ທີ່ ພຣູເດັນໂຊລ໌ ລາວ ໄດ້​ພັດ​ທະ​ນາ ເພົ້າສ໌ ແອັບ​ພິເຄເຊິນ ເພື່ອ​ເຮັດ​ໃຫ້​ການ​ດູ​ແລ​ສຸ​ຂະ​ພາບ​ເປັນ​ສິ່ງ​ທີ່​ສາ​ມາດເຂົ້າ​ເຖິງ​ໄດ້​​ງ່າຍສຳ​ລັບ​ທຸກໆ​ຄົນ​ໃນ​ອາ​ຊີ ລວມ​ທັງ​ຄົນ​ລາວ​ທຸກ​ຄົນ”.

This image has an empty alt attribute; its file name is 424A2319-1024x683.jpg

ທ່ານ ດຣ. ເນົາ ບຸດຕາ ຜູ້ຕາງໜ້າ ກະຊວງ ສາທາລະນະສຸກ ຍັງໄດ້ກ່າວວ່າ “ພຣູເດັນໂຊລ໌ ລາວ ໄດ້ນຳໃຊ້ ເຄື່ອງມືແບບດິຈິຕ້ອນໃນການ ເປັນທີ່ປຶກສາທາງດ້ານສຸຂະພາບ ເພຶ່ອຕອບສະຫນອງຄວາມຕ້ອງການ ຂອງຄົນລາວ. ເພົ້າສ໌ ແອັບ​ພິເຄເຊິນ ເຮັດໃຫ້ຄົນລາວເຂົ້າເຖິງຂໍ້ມູນດ້ານສຸຂະພາບທີ່​ໜ້າ​ເຊື່ອ​ຖື ແລະ ຄົບ​ຖ້ວນໄດ້ງ່າຍຂຶ້ນ. ເພົ້າສ໌ ເປັນແອັບໜື່ງດຽວໃນລາວ ທີ່ໃຫ້ຜູ້ໃຊ້ໄດ້ມີການຈັດການສຸຂະພາບໂດຍໂຕເອງໄດ​້​ໃນ​ເບື້ອງ​ຕົ້ນ ແລະ ບໍ່​ເສຍ​ຄ່າ​ໃຊ້​ຈ່າຍ. ຂ້າພະເຈົ້າ ເຊື່ອວ່າ ເພົ້າສ໌ແອັບພິເຄເຊິນ ຈະເປັນບາດກ້າວໜື່ງທີ່ຈະສົ່ງເສີມຄົນລາວໃຫ້ມີການດຳລົງຊີວີດທີ່ດີ ແລະ ສຸຂະພາບທີ່ດີ ຜ່ານ ເພົ້າສ໌ແອັບປິເຄເຊິນ.

ສຳລັບຄຸນລັກສະນະທີ່ມາພ້ອມກັບການເປີດໂຕໃນຄັ້ງນີ້ມີ:

ກວດສອບອາການ (ຂັບເຄື່ອນດ້ວຍ Babylon), ເປັນບໍລິສັດດ້ານການດູແລຮັກສາສຸຂະພາບລະດັບໂລກຢູ່ໃນເອເຊຍ – ຜູ້ໃຊ້ສາມາດຂຽນຂໍ້ມູນອາການ​ແລ້ວ​ສົ່ງ​ໃຫ້ຫຸ່ນຍົນສົນທະນາ (chatbot) ທີ່ຂັບເຄື່ອນດ້ວຍລະບົບ AI ເພື່ອຮັບຂໍ້ມູນຢ່າງວ່ອງໄວ, ​ແທດ​ເໝາະ, ເປັ​ນ​ຂໍ້ມູນດ້ານການແພດທີ່ຫນ້າເຊື່ອຖື,​ ພ້ອມທັງໃຫ້ຄໍາແນະນໍາໃນ​ຂັ້ນ​ຕອນຕໍ່ໄປທີ່ຄວນປະຕິບັດໄດ້ໃນໂທລະສັບມືຖືຂອງ​ທ່ານເອງ. ເພາະລະ​ບົບ​ນີ້​ເຮັດ​ໜ້າ​ທີ່​ເປັນ​ຜູ້​ຊ່ວຍ​ຜູ້​ທຳ​ອິດ ສໍາລັບຜູ້ໃຊ້ໃນເວລາທີ່ຕ້ອງການການດູແລອາ​ການ, ​ລະບົບສາມາດເຮັດໃຫ້​ຜູ້​ໃຊ້ເຂົ້າໃຈອາການໄດ້ຫລາຍຂຶ້ນ ແລະ ສາ​ມາດ​ແນະນໍາວ່າຈະຊອກຫາຄໍາແນະນໍາເພີ່ມເຕີມຈາກຜູ້ຊ່ຽວຊານດ້ານສຸຂະພາບຈາກໃສຈິ່ງເຫມາະສົມທີ່ສຸດ.​ໃນຕອນທ້າຍຂອງການສົນທະນານໍາຫຸ່ນຍົນສົນທະນາ, ຜູ້ໃຊ້ຈະຖືກແນະນໍາ ຜົນ ທີ່ເຫມາະສົມ (ຕົວຢ່າງ: “ການດູແລສຸຂະພາບ”, “​ຮ້ານຂາຍຢາ”, “ໂຮງຫມໍ”, ແລະ ອື່ນໆ) ແລະ ໃຫ້ຂໍ້ມູນເພີ່ມເຕີມກ່ຽວກັບສາເຫດທີ່ອາດພາໃຫ້ເກີດອາການດັ່ງ​ກ່າວ.

* ການກວດອາການ ແລະ ການປະເມີນສຸຂະພາບ ບໍ່ໄດ້ມີຈຸດປະສົງໃນການກວດຫາ ຫຼື ບົ່ງມະຕິພະຍາດ. ນອກ​ຈາກນີ້, ການກວດອາການ ແລະ ການປະເມີນສຸຂະພາບ ບໍ່ເໝາະສົມກັບຜູ້ຍິງຖືພາ ແລະ ເດັກນ້ອຍທີ່ມີ ອາຍຸ 18 ປີລົງມາ, ຜູ້ໃຊ້ທີ່ມີອາ​ການທາງດ້ານສຸຂະພາບໄລຍະຍາວ ຫຼື ຜູ້ພິການທີ່ມີຄວາມຕ້ອງການ ແລະ ມີຄວາມສ່ຽງ ທີ່ຫຼາກຫຼາຍ. ການກວດອາການບໍ່ເໝາະສົມໃນການໃຊ້ແບບສຸກເສີນທາງການແພດ ແລະ ຜູ້ໃຊ້ຄວນຕິດຕໍ່ການບໍລິການສຸກເສີນທ້ອງຖິ່ນແທນ.

  • ຊອກຫາໂຮງໝໍແມ່ນແຜນ​ທີ່​ສຳ​ລັບ​ຜູ້​ໃຊ້​ໃນ​ການ​ຊອກ​ຫາໂຮງໝໍ ແລະ ຄລີນິກທີ່ໃກ້ໂຕທ່ານທີ່ສຸດ, ຜູ້ໃຊ້ສາມາດເບິ່ງຂໍ້ມູນ ຕ່າງໆ ບໍວ່າຈະເປັນ ໂມງໃນການໃຫ້ບໍລິການ ລວມໄປເຖິງຂໍ້ມູນໃນການຕິດຕໍ່ ແລະ ສາມາດໂທຫາໂດຍກົງ ຫຼື ນຳໃຊ້ແຜນທີ່ໃນການນຳທາງໄປສູູ່ໂຮງໝໍ ແລະ ຄລີນິກທີ່ທ່ານເລືອກ.
  • ຕົວບັນທຶກດັດສະນີວັດມວນກາຍ ແລະ ກະຈົກແຍງຮ່ອງຮອຍ – ຄຸນລັກສະນະທາງ ປັນຍາປະດິດ (A.I) ທີ່ຊ່ວຍຜູ້ນຳໃຊ້ ເຂົ້າໃຈໄຂມັນໃນຮ່າງກາຍ ແລະ ການເພີ່ມຂຶ້ນຂອງອາຍຸ ຂອງໂຕທ່ານເອງຕາມລຳດັບ, ພ້ອມກັບການວັດແທກກ່ຽວກັບສຸຂະພາບ ແລະ ການໃຊ້ຊີວິດຕ່າງໆ ຜ່ານການຖ່າຍຮູບດ້ວຍໂຕທ່ານເອງ
This image has an empty alt attribute; its file name is 424A2291-1024x683.jpg
  • ເນື້ອຫາກ່ຽວກັບສຸຂະພາບໃຫ້ຂໍ້ມູນແກ່ຜູ້ນຳໃຊ້ໃນການມີສ່ວນຮ່ວມ ກັບ ເນື້ອຫາກ່ຽວກັບສຸຂະພາບຢູ່ ຈາກບົດຄວາມ, ວິດີໂອ ແລະ ຂໍ້ມຸນເຊີງກຣາບຟິກ.
  • ຊຸມຊົນຂອງຂ້ອຍແມ່ນພື້ນທີ່ສຳລັບຜູ້ໃຊ້ໃນການສື່ສານກັບບຸກຄົນອື່ນໆໃນການແລກປ່ຽນຄວາມຮູ້ ແລະ ເຄັດລັບທີ່ກ່ຽວຂ້ອງກັບສຸຂະພາບ ແລະ ອາຫານ

ເພົ້າສ໌ແອັບພິເຄເຊິນ ນຳ​ໃຊ້​ແລ້ວ​ໃນ 11 ປະ​ເທດ ທົ່ວອາຊີ ທີ່ຢູ່ໃນເຄືອ Prudential Corporate Asia ເຊັ່ນ: ​ກຳ​ປູ​ເຈຍ, ຮົງ​ກົງ, ອິນ​ໂດ​ເນ​ເຊຍ, ລາວ, ມາ​ເລ​ເຊຍ, ມ​ຽນ​ມາ, ຟິ​ລິບ​ປີນ, ສິງ​ກະ​ໂປ, ໄຕ້​ຫວັນ, ໄທ ແລະ ຫວຽດ​ນາມ. ຕັ້ງ​ແຕ່​ເປີດ​ໂຕ​ຫາ​ປະ​ຈຸ​ບັນ ເພົ້າສ໌ແອັບພິເຄເຊິນ ຖືກ​ດາວ​ໂຫຼດຫຼາຍກວ່າ 9 ລ້ານ​ເທື່ອ​ໃນຂົງ​ເຂດ​ອາ​ຊີ. ເພົ້າສ໌ແອັບພິເຄເຊິນ ສາ​ມາດ​ດາວ​ໂຫຼດ​ໄດ້​ໃນ Apple/Google Play stores ຂອງ​ປະ​ເທດ​ລາ​ວ

Comments