8 ເມືອງ ໄດ້ຮັບຜົນກະທົບຫນັກຈາກສະພາບນໍ້າຖ້ວມ…

ປະຈຸບັນປະຊາຊົນ 8 ເມືອງຄື: ເຊໂປນ, ເມືອງນອງ, ວິລະບູລີ, ເມືອງພິນ ແລະ 4 ເມືອງຕອນລຸ່ມລຽບຕາມລໍານໍ້າເຊບັ້ງຫຽງຄື: ຊົນນະບູລີ, ຈຳພອນ, ສອງຄອນ ແລະທ່າປາງທອງ ແຂວງສະຫວັນນະເຂດ ພວມໄດ້ຮັບຜົນກະທົບຈາກນໍ້າຖ້ວມໜັກ ຍ້ອນຝົນຕັກໜັກຕິດຕໍ່ກັນຫລາຍວັນ ໃນນີ້ໜັກກວ່າໝູ່ແມ່ນເມືອງເຊໂປນ ແລະເມືອງນອງ

ເນື່ອງຈາກເສັ້ນທາງຖືກຕັດຂາດຈົນບໍ່ສາມາດເຂົ້າເຖິງໄດ້ ແລະລະດັບນໍ້າຍັງສືບຕໍ່ສູງຂື້ນ. ສ່ວນຜົນເສຍຫາຍຍັງບໍ່ສາມາດປະເມີນໄດ້ເທື່ອ. ທ່ານ ບຸນລົບ ໂຄດຫລັກຄໍາ, ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ ສະຫວັນນະເຂດ ໃຫ້ສຳພາດວ່າ: ສະພາບນໍ້າຖ້ວມພາຍໃນແຂວງປີນີ້ຮຸນແຮງຫລາຍປະຈຸບັນພາກສ່ວນຕ່າງໆພວມເລັ່ງປຶກສາຫາລືກັນເພື່ອຕອບໂຕ້ຮັບມືກັບສະພາບໄພພິບັດຄັ້ງນີ້ ແລະສຸມທຸກກຳລັງເພື່ອໃຫ້ການຊ່ວຍເຫລືອປະຊາຊົນຢ່າງຮີບດ່ວນ,

ປະຈຸບັນໄດ້ສະໜອງເຮືອ, ພາຫະນະ ແລະອຸປະກອນຈໍາເປັນໃຫ້ບັນດາເມືອງທີ່ໄດ້ຮັບຜົນກະທົບໜັກ ເພື່ອອຳ ນວຍຄວາມສະດວກໃນການເຂົ້າເຖິງພື້ນທີ່ສ່ຽງ ແລະຊ່ວຍ ເຫລືອປະຊາຊົນຢ່າງທັນການ.

ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ ສະຫວັນນະເຂດ ໃຫ້ຮູ້ຕື່ມວ່າ: ປະຈຸບັນອົງການປົກຄອງແຂວງ ກໍ່ຄືຄະນະກຳມະການແກ້ໄຂໄພພິບັດຂັ້ນແຂວງ ແລະເມືອງ ພວມເລັ່ງປະ ສານກັບໜ່ວຍງານກູ້ໄພ ແລະອາສາສະໝັກຕ່າງໆ

ລະດົມການຊ່ວຍເຫລືອເບື້ອງຕົ້ນໃຫ້ປະຊາຊົນ ເປັນ ຕົ້ນເຄື່ອງອຸປະໂພກ, ບໍລິໂພກ ຊື່ງຄາດ ວ່າຍັງບໍ່ພຽງພໍກັບຄວາມຕ້ອງການໃນຫລາຍຈຸດ ສະນັ້ນ, ຈີ່ງຮຽກຮ້ອງເຖິງສັງຄົມ ກໍ່ຄືພາກສ່ວນຕ່າງໆ ໃຫ້ການຊ່ວຍເຫລືອ ແລະສະໜັບສະໜູນ ເພື່ອພ້ອມກັນຜ່ານຜ່າໄພພິບັດໃນຄັ້ງນີ້ໃຫ້ໄດ້.

ແຫຼ່ງຂໍ້ມູນ: ວສລ

Comments