ສປປ ລາວ ທົບທວນການປະຕິບັດ ໄລຍະຂ້າມຜ່ານ ການໂຕ້ຕອບພະຍາດໂຄວິດ-19…

ເພື່ອທົບທວນຄືນການຈັດຕັ້ງປະຕິບັດໄລຍະຂ້າມຜ່ານ ໃນການໂຕ້ຕອບ ທັງເປັນການຮຽນຮູ້ ແລະ ແລກປ່ຽນປະສົບການ ເຊິ່ງກັນ ແລະ ກັນ ໃນການກຳນົດຈຸດດີ, ຂໍ້ຄົງຄ້າງນຳໄປຜັນຂະຫຍາຍເປັນແຜນຮອງຮັບຕໍ່ການໂຕ້ຕອບການລະບາດຂອງພະຍາດໂຄວິດ-19 ໃນຕໍ່ໜ້າຢູ່ໃນ ສປປ ລາວ ແລະ ເພື່ອກະກຽມຄວາມພ້ອມ ໃນການຮັບມືກັບການລະບາດທີ່ອາດຈະເກີດຂຶ້ນ ໂດຍສະເພາະ ເອົາໃຈໃສ່ຜູ້ທີ່ເດີນທາງຈາກປະເທດ ທີ່ມີການລະບາດເຂົ້າມາປະເທດເຮົາ. ໃນວັນທີ 21 ຕຸລາ 2020 ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມທົບທວນຄືນການ ຈັດຕັ້ງປະຕິບັດໄລຍະຂ້າມຜ່ານ ໃນການໂຕ້ຕອບພະຍາດໂຄວິດ-19 ຂັ້ນສູນກາງ ໃນ ສປປ ລາວ. ກອງປະຊຸມດຳເນີນພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ດຣ.ພູທອນ ເມືອງປາກ ຮອງລັດ ຖະມົນຕີ ກະຊວງສາທາລະນະສຸກ, ທ່ານ Eric Seastedt ຜູ້ຕາງໜ້າອົງການສາກົນ ບໍລິການປະຊາຊົນປະຈຳພາກພື້ນ ແລະ ດຣ.ມາກ ແອນດີວ ຈາຄອບ ຜູ້ຕາງໜ້າອົງການອະນາໄມໂລກປະຈຳ ສປປ ລາວ, ໂດຍມີຜູ້ຕາງໜ້າ ຈາກກະຊວງ, ສະຖານເອກອັກຄະລັດຖະທູດ, ອົງການຈັດຕັ້ງສາກົນ ແລະ ຂະແໜງ ການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມຈະໄດ້ດຳເນີນການຄົ້ນຄວ້າ, ປຶກສາຫາລື ແລະ ແລກປ່ຽນບົດຮຽນນຳກັນ ເປັນໄລຍະໄລຍະ 2 ວັນ ເພື່ອກະກຽມບົດລາຍງານຜົນການຈັດຕັ້ງປະຕິບັດ ການທົບທວນຄືນການໂຕ້ຕອບຕໍ່ການລະບາດຂອງພະຍາດໂຄວິດ-19 ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ; ບົດລາຍງານດັ່ງກ່າວ ຈະປະກອບດ້ວຍຂໍ້ສະເໜີແນະທີ່ຖືກຕ້ອງ ພ້ອມທັງກຳນົດພາລະບົດບາດຂອງແຕ່ລະໜ່ວຍງານທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດອອກມາຢ່າງຈະແຈ້ງ. ພ້ອມກັນນັ້ນ, ກໍຈະມີຂໍ້ແນະນຳທີ່ສາມາດນຳໄປຜັນຂະຫຍາຍເປັນແຜນງານແຫ່ງຊາດ ໃນການກະກຽມຄວາມພ້ອມປ້ອງກັນ ແລະ ໂຕ້ຕອບຕໍ່ການລະບາດຂອງພະຍາດດັ່ງກ່າວ ແລະ ບັນດາກິດຈະກຳທີ່ຖືກກຳນົດອອກມາ ຈະຖືເປັນກິດຈະກໍາບູລິມະສິດ ຂອງແຕ່ລະໜ່ວຍງານທີ່ກ່ຽວຂ້ອງ ແລະ ຈະຖືກນຳເຂົ້າໄປບັນຈຸຢູ່ໃນແຜນງານແຫ່ງຊາດ ໃນການປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່, ຊຶ່ງແຜນງານດັ່ງກ່າວ ຄາດວ່າຈະຖືກປັບປຸງໃໝ່ໃນເດືອນ ທັນວາ 2020 ນີ້.

ໂອກາດນີ້, ທ່ານ ດຣ ພູທອນ ເມືອງປາກ ໂດຍຕາງໜ້າໃຫ້ລັດຖະບານ ສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງທຸກພາກສ່ວນ, ອົງການ, ສຳນັກງານ ລວມທັງບັນດາຄູ່ຮ່ວມພັດທະນາ ທີ່ຮ່ວມແຮງຮ່ວມໃຈກັນສຸມທຸກກຳລັງແຮງ ແລະ ສະຕິປັນຍາ ລວມທັງການປະກອບສ່ວນທຶນ ແລະ ອຸປະກອນຕ່າງໆ ເຂົ້າໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໃນສປປ ລາວ ຕະຫລອດໄລຍະຜ່ານມາ ແລະ ຖືໄດ້ວ່າກອງປະຊຸມໃນຄັ້ງນີ້ເປັນນັກຮົບແຖວໜ້າ ທີ່ຈະປະຕິບັດໜ້າທີ່ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ ພ້ອມທັງ ປົກປ້ອງປະເທດເຮົາໃຫ້ປອດໄພຈາກການລະບາດ ພະຍາດໂຄວິດ-19. ທັງຮຽກຮ້ອງໃຫ້ທຸກພາກສ່ວນຕ້ອງໄດ້ເພີ່ມທະວີເອົາໃຈໃສ່ໃນການເຮັດວຽກຮ່ວມກັນໃນຫລາຍພາກສ່ວນ ເພື່ອຈະແລກປ່ຽນຖອດຖອນບົດຮຽນຮ່ວມກັນ.

ສຳລັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດດັ່ງກ່າວ ແມ່ນບໍສາມາດປະຕິບັດໄດ້ພຽງລຳພັງ ສະນັ້ນ ທຸກພາກສ່ວນທີ່ກ່ຽວຂ້ອງ ຈະຍັງຄົງສືບຕໍ່ຮ່ວມແຮງຮ່ວມໃຈກັນ ໃນການເອົາໃຈໃສ່ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດນີ້. ນອກຈາກນັ້ນ, ຍັງສະແດງຄວາມເຊື່ອໝັ້ນວ່າ ບົນພື້ນຖານການເອົາໃຈໃສ່ຂອງບັນດາທ່ານ ທີ່ຮ່ວມກອງປະຊຸມໃນຄັ້ງນີ້ ຈະມີການສົນທະນາ, ແລກປ່ຽນບົດຮຽນ ແລະ ປະກອບຄໍາຄິດຄໍາເຫັນ ເພື່ອຈະເປັນຂໍ້ບົ່ງຊີ້ ໃຫ້ເຮົາຮູ້ໄດ້ວ່າມີມາດຕະການໃດແດ່ ທີ່ພວກເຮົາຈັດຕັ້ງປະຕິບັດໄດ້ດີ ແລະ ຍັງມີບັນຫາໃດທີ່ຄວນຈະມີການປັບປຸງແກ້ໄຂໃນຕໍ່ໜ້າ ເພື່ອໃຫ້ໄດ້ມີການຈັດຕັ້ງປະຕິບັດວຽກງານຢ່າງມີຄວາມຮັບຜິດ ຊອບສູງ ໃນການກະກຽມຮັບມືໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ທີ່ອາດຈະເກີດຂຶ້ນໃນຮອບໃໝ່.

Comments