ຄະນະກໍາມາທິການຍຸຕິທໍາ ຫາລືບາງບັນຫາ ທີ່ຈະນໍາເຂົ້າຜ່ານໃນກອງປະຊຸມສະພາແຫ່ງຊາດ…

ກອງປະຊຸມຄົບຄະນະ ຂອງກຳມາທິການຍຸຕິທຳ ປະຈຳປີ 2020 ແລະ ແຜນວຽກງານຈຸດສຸມຕໍ່ໜ້າ ໄດ້ຈັດຂຶ້ນ ວັນທີ 22-23 ຕຸລາ 2020 ທີ່ຫ້ອງປະຊຸມຄະນະກໍາມະການຄຸ້ມຄອງຫລັກຊັບໂດຍການເປັນປະທານຂອງ ທ່ານ ນາງ ບົວຄຳ ທິບພະວົງ ປະທານກຳມາທິການຍຸຕິທຳ, ທ່ານ ຄຳແພງ ວິລະພັນ ຮອງປະທານກຳມາທິການຍຸຕິທຳ, ມີບັນດາທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຮອງປະທານສານປະຊາຊົນສູງສຸດ, ຮອງປະທານອົງການກວດກາລັດຖະບານ ເຂົ້າຮ່ວມ.

ທ່ານ ນາງ ບົວຄຳ ທິບພະວົງ ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ຈະໄດ້ພ້ອມກັນຕີລາຄາ, ຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ບາງບັນຫາເປັນຕົ້ນແມ່ນ 1) ການສະຫລຸບຕິລາຄາການເຄື່ອນໄຫວວຽກງານ 5 ປີ (2016-2020), ວຽກງານຈຸດສຸມ ປີ 2020 ແລະ ທິດທາງການເຄື່ອນໄຫວວຽກງານ 5 ປີ (2021-2025), ວຽກງານຈຸດສຸມປີ 2021 ຂອງກໍາມາທິການຍຸຕິທໍາ. 2) ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2016-2020), ວຽກງານຈຸດສຸມ ປີ 2020 ແລະ ທິດທາງການເຄື່ອນໄຫວວຽກງານ 5 ປີ (2021-2025) ແລະ ວຽກງານຈຸດສຸມ ປີ 2021 ຂອງອົງການໄອຍະການປະຊາຊົນສູງສຸດ. 3) ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2016-2020), ວຽກງານຈຸດສຸມ ປີ 2020 ແລະ ທິດທາງການເຄື່ອນໄຫວວຽກງານ 5 ປີ (2021-2025) ແລະ ວຽກງານຈຸດສຸມ ປີ 2021 ຂອງສານປະຊາຊົນສູງສຸດ. 4) ຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ຮ່າງບົດປະກອບຄໍາເຫັນ ຂອງຄະນະປະຈໍາສະພາແຫ່ງຊາດ ຕໍ່ບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII. 5) ຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ຮ່າງມະຕິຂອງກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2016-2020),

ວຽກງານຈຸດສຸມ ປີ 2020 ແລະ ທິດທາງການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ທີ່ຈະນໍາເຂົ້າຜ່ານໃນກອງປະຊຸມສະໄໝສາມັນ ເທື່ອທີ່ 10 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ຈະໄຂຂຶ້ນໃນວັນທີ 27 ຕຸລາ 2020 ນີ້.

ທ່ານ ນາງ ບົວຄຳ ທິບພະວົງ ກ່າວຕື່ມວ່າ: ເພື່ອຮັບປະກັນໃຫ້ເນື້ອໃນຂອງກອງປະຊຸມມີຄຸນນະພາບ, ປະສົບຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້, ໃນນາມປະທານກອງປະຊຸມ ຂໍຮຽກຮ້ອງມາຍັງບັນດາທ່ານຜູ້ແທນ ແລະ ແຂກທີ່ເຂົ້າຮ່ວມໃນກອງປະຊຸມ ຈົ່ງເຊີດຊູຄວາມຮັບຜິດຊອບການເມືອງ ແລະ ຄວາມເປັນເຈົ້າການຄົ້ນຄວ້າ, ປະກອບຄໍາເຫັນຢ່າງມີຈຸດສຸມ ຖືກກັບຄວາມເປັນຈິງ ສາມາດຮັບຮອງເອົາ ແລະ ນໍາໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ.

ແຫຼ່ງຂໍ້ມູນ: ຂປລ

Comments