ຂ່າວ ພາຍໃນປະເທດ

PISCCA ມອບທຶນ ໂຄງການ ມູນຄ່າ 1 ຕື້ກວ່າກີບ ຈະຖືກຈັດຕັ້ງປະຕິບັດຢູ່ 3 ແຂວງ…

ພິທີລົງນາມສັນຍາໃນຂອບແຜນງານ “ ກອງທຶນສະໜັບສະໜູນອົງການຈັດຕັ້ງທາງສັງຄົມ ຫຼື ເອີ້ນຫຍໍ້ວ່າ ກອງທຶນ PISCCA ” ເຊິ່ງມີ 5 ໂຄງການທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນ PISCCA ມີມູນຄ່າລວມທັງໝົດ 165.500 ເອີໂຣ ( ປະມານ 1,7 ຕື້ກີບ ) ແລະ ຈະຖືກຈັດຕັ້ງປະຕິບັດຢູ່ນະຄອນຫຼວງວຽງຈັນ, ສະຫວັນນະເຂດ ແລະ ຫົວພັນ ນັບແຕ່ເດືອນພະຈິກ 2020 ຫາ ເດືອນຕຸລາ 2021. ພິທີດັ່ງກ່າວມີຂຶ້ນວັນທີ 22 ຕຸລາ 2020 ທີ່ເຮືອນພັກທູດຝຣັ່ງ ໂດຍມີ ທ່ານ ນາງ ຟລໍຣັອງສ ຊັອງບລັອງ – ຣີສແລກ ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ, ຜູ້ຕາງໜ້າ 5 ອົງການຈັດຕັ້ງທາງສັງຄົມຂອງລາວ, ພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນໄດ້ເຂົ້າຮ່ວມ. ທ່ານເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ ກ່າວວ່າ: ໄລຍະປີ 2020 – ...

Read More »

ປກສ ກຽມກຳລັງເຈົ້າໜ້າທີ່ ຮັບໃຊ້ບຸນພະທາດຫຼວງປີນີ້…

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ກຽມກຳລັງອ້າຍນ້ອງເຈົ້າໜ້າທີ່ຕຳຫຼວດ ແລະ ທະຫານ ເຖິງ 1,170 ຄົນ ເພື່ອປ້ອງກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບໃນງານບຸນນະມັດສະການພະທາດຫຼວງ ປີ 2020 ໃນໄລຍະແຕ່ວັນທີ 29-31 ຕຸລາ ນີ້ ກຳລັງດັ່ງກ່າວຈະແບ່ງອອກເປັນສອງກຸ່ມ ທີ່ປະຈຳຢູ່ພື້ນມທີ່ນອກ ແລະ ໃນເດີ່ນທາດຫຼວງ ໂດຍມີ 15 ຈຸດ ແລະ ຕາມບັນດາເສັ້ນທາງຕ່າງໆລວມມີ 7 ຈຸດ ເພື່ອສະກັດກັ້ນກຸ່ມຄົນບໍ່ດີ, ສວຍໂອກາດເຄື່ອນໄຫວລັກຊັບ, ຊິງຊັບ, ແຫກກະເປົາ ແລະ ເຫດການອື່ນໆທີ່ອາດຈະເກີດຂຶ້ນກັບຜູ້ມາທ່ຽວງານ. ກອງບັນຊາການ ປກສ ນະຄອນຫຼວງຍັງໄດ້ຈັດຕັ້ງໜ່ວຍໂຄສະນາ ເພື່ອໃຫ້ມວນຊົນເພີ່ມຄວາມມີສະຕິລະວັງຕົວກ່ຽວກັບປະກົດການຫຍໍ້ທໍ້ຕ່າງໆທີ່ອາດຈະເກີດຂຶ້ນ. ແຫຼ່ງຂໍ້ມູນ: ວຽງຈັນທາຍ

Read More »

ພາກກາງຈະກາຍເປັນເຂດທີ່ທຸກຍາກທີ່ສຸດ ໃນຂະນະພາກໃຕ້ກຳລັງ…

ຄວາມບໍ່ເທົ່າທຽມກັນເພີ່ມຂຶ້ນ ເນື່ອງຈາກການບໍລິໂພກທີ່ເພີ່ມຂຶ້ນ ໃນຂັ້ນຕົ້ນຂອງການແຈກຢາຍ. ຈາກຂໍ້ມູນລວມກ່ຽວກັບຄວາມທຸກຍາກໃນ ສປປ ລາວ ແລະ ການປະເມີນຄວາມທຸກຍາກ ປີ 2020 ສະແດງໃຫ້ເຫັນວ່າ ສປປ ລາວ ມີຄວາມຄືບໜ້າໃນພາລະກິດຫຼຸດຜ່ອນຄວາມທຸກຍາກ ໃນ 25 ປີຜ່ານມາ ແຕ່ສິ່ງທີ່ໄດ້ມາພ້ອມດຽວກັບພາລະກິດຕ້ານຄວາມທຸກຍາກ ແມ່ນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ຕໍ່ເສດຖະກິດຂອງລາວ. ບັນດາແຂວງພາກໃຕ້ ແລະ ພາກເໜືອ ໄດ້ມີຄວາມຄືບໜ້າທີ່ໜ້າປະທັບໃຈກ່ຽວກັບການຫຼຸດຜ່ອນອັດຕາຄວາມທຸກຍາກ. ລະຫວ່າງປີ 2013 ແລະ 2019, ອັດຕາຄວາມທຸກຍາກຫຼຸດລົງໃນທຸກແຂວງພາກໃຕ້ ຍົກເວັ້ນ ແຂວງອັດຕະປື. ໂດຍລວມແລ້ວ, ຄວາມທຸກຍາກໃນແຂວງພາກໃຕ້ຫຼຸດລົງຈາກ 29.9% ໃນປີ 2013 ມາເປັນ 17.7% ໃນປີ 2019, ເຊິ່ງເຮັດໃຫ້ພາກໃຕ້ກາຍເປັນເຂດທີ່ມີອັດຕາຄວາມທຸກຍາກໜ້ອຍທີ່ສຸດ. ຄວາມທຸກຍາກໃນທຸກແຂວງພາກເໜືອກໍຫຼຸດລົງເຊັ່ນກັນ ຍົກເວັ້ນແຂວງ ໄຊຍະບູລີ, ແຂວງບໍ່ແກ້ວ ເປັນແຂວງທີ່ມີອັດຕາທີ່ຫຼຸດລົງຫຼາຍກວ່າໝູ່ໃນໄລຍະດັ່ງກ່າວ. ອັດຕາຄວາມທຸກຍາກມີຄວາມເຊື່ອມຖອຍລົງໃນບໍລິເວນເຂດພາກກາງ, ເຊິ່ງຈາກເຂດທີ່ມີຄວາມຮັ່ງມີ ກາຍເປັນເຂດທີ່ທຸກຍາກທີ່ສຸດ. ອັດຕາຄວາມທຸກຍາກທຽບໃສ່ຫົວຄົນ ໄດ້ຫຼຸດລົງຈາກ 23.5% ເປັນ 21.5%, ເຮັດໃຫ້ເຂດດັ່ງກ່າວເຊິ່ງໃນເມື່ອກ່ອນເປັນເຂດທີ່ອຸດົມຮັ່ງມີກາຍເປັນມີຄວາມທຸກຍາກສູງທີ່ສຸດ. ຄວາມທຸກຍາກຍັງຄົງມີອັດຕາທີ່ສູງໃນບັນດາກຸ່ມຊົນເຜົ່າສ່ວນນ້ອຍ ແລະ ສັງເກດເຫັນວ່າມີອັດຕາຫານຫຼຸດລົງທີ່ຊ້າໃນກຸ່ມຄົວເຮືອນທີ່ຂາດການສຶກສາ. ໃນປີ ...

Read More »

ທະນາຄານໂລກ ອະນຸມັດທຶນຊ່ວຍເຫຼືອທຸລະກິດ SMEs ລາວ ມູນຄ່າ 40 ລ້ານໂດລາ…

ໃນວັນທີ 22 ຕຸລາ 2020 ຜ່ານມາ ສະພາບໍລິຫານຂອງທະນາຄານໂລກ ໄດ້ອະນຸມັດທຶນຊ່ວຍເຫຼືອສຸກເສີນ ມູນຄ່າ 40 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນບັນດາທຸລະກິດຂະໜາດນ້ອຍ ແລະ ກາງ (SMEs ) ໃຫ້ສາມາດຟື້ນຕົວຈາກຜົນກະທົບຂອງພະຍາດລະບາດໂຄວິດ-19 ຢູ່ ສປປ ລາວ. ທະຄານໂລກ ລະບຸວ່າ: ທຶນຊ່ວຍເຫຼືອດັ່ງກ່າວແມ່ນຈະສະໜອງຜ່ານໂຄງການ ການເຂົ້າເຖິງແຫຼ່ງທຶນເພື່ອໃຫ້ການຊ່ວຍເຫຼືອສຸກເສີນ ແລະ ຟື້ນຟູຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເຊິ່ງຈະຮ່ວມເຮັດວຽກກັບກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ບັນດາທະນາຄານທຸລະກິດ ພາຍໃນປະເທດ ເພື່ອສະໜອງສິນເຊື່ອໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ພົບຄວາມຫຍຸ້ງຍາກໃນການຮັບມືກັບສະພາບເສດຖະກິດຖົດຖອຍ ອັນເປັນຜົນຍ້ອນພະຍາດລະບາດໂຄວິດ-19. ເປົ້າໝາຍຂອງໂຄງການ ແມ່ນເພື່ອເປີດໂອກາດໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາມາດເຂົ້າເຖິງທຶນໝູນວຽນ ທີ່ຈະຊ່ວຍຮັກສາໃຫ້ທຸລະກິດຂອງເຂົາເຈົ້າຢູ່ລອດໃນໄລຍະວິກິດພະຍາດລະບາດ ແລະ ໃນໄລຍະການຟື້ນຕົວເບື້ອງຕົ້ນ ຫຼື ເຂົ້າເຖິງເງິນກູ້ເພື່ອການລົງທຶນ ສໍາລັບການລົງທຶນໃສ່ອຸປະກອນໃໝ່ໆ ຫຼື ການຂະຫຍາຍໂຮງຈັກ ໂຮງງານ. ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ມີຄວາມສໍາຄັນຕໍ່ເສດຖະກິດຂອງ ສປປ ລາວ ...

Read More »

IMF ຊີ້ເສດຖະກິດອາຊີ ລຳບາກ ຕິດລົບເພີ່ມຂຶ້ນ 2.2%

ກອງທຶນການເງິນລະຫວ່າງປະເທດ ຫຼື IMF ໄດ້ອັບເດດສະພາບເສດຖະກິດຂອງອາຊີຈະລຳບາກໜັກໃນປະຫວັດສາດ ໂຕເລກຄາດການ GDP ອາຊີ ອາດຈະຕິດລົບ -2.2% ເຊິ່ງໄດ້ປັບຫຼຸດລົງມາຕື່ມອີກຈາກຜົນປະເມີນການຄັ້ງເກົ່າ ໃນການລາຍງານເດືອນມິຖຸນາ ທີ່ຄາດວ່າຈະຫົດໂຕລົງພຽງແຕ່ -1.6% ເນື່ອງຈາກເສດຖະກິດອິນເດຍ, ຟີລິປິນ ແລະ ມາເລເຊຍ ທີ່ຫົດຕົວຢ່າງໜັກ ໃນຂະນະທີ່ ຈີນ ຄາດວ່າເສດຖະກິດໜ້າຈະມີການຂະຫຍາຍຕົວຢູ່ທີ 1.9% ໃນປີນີ້. ຢ່າງໃດກໍຕາມ IMF ຍັງເຊື່ອວ່າເສດຖະກິດອາຊີຈະຟື້ນຕົວກັບມາຂະຫຍາຍຕົວໄດ້ 6.9% ໃນປີໜ້າ ແຕ່ກໍຂຶ້ນກັບຫຼາຍປັດໄຈ ໂດຍສະເພາະການຄວບຄຸມໂຄວິດ-19 ຊຶ່ງເປັນທິດທາງທີ່ດີຂຶ້ນການປະເມີນການ ເມື່ອເດືອນມິຖຸນາ ທີ່ຄາດວ່າເສດຖະກິດອາຊີຈະເຕີບໂຕພຽງ 6.6% ໃນປີໜ້າ ໂດຍຈີນທີ່ກຳລັງຟື້ນໂຕຈາກວິກິດໂຄວິດ-19 ຈະມີບົດບາດສຳຄັນຢ່າງຍິ່ງຕໍ່ເສດຖະກິດໃນພາກພື້ນດັ່ງກ່າວ. IMF ເບິ່ງວ່າ ອາດຈະໃຊ້ເວລາດົນ ທີ່ຈະໃຫ້ເສດຖະກິດຈະຟື້ນຕົວເຕັມທີ່ ຈາກການລະບາດໃຫຍ່ຈາກໂຄວິດ-19 ຊຶ່ງຈະກະທົບກັບປະເທດທີ່ກຳລັງອາໄສການທ່ອງທ່ຽວເປັນຫຼັກ ຂະນະທີ່ການຈ້າງງານໃນອາຊີ ກໍໄດ້ຮັບຜົນກະທົບໜັກໜ່ວງກວ່າວິກິດການເງິນຄັ້ງທີ່ຜ່ານມາ ແລະ IMF ຍັງເບິ່ງວ່າ ຄວາມຕຶງຄຽດລະຫວ່າງສະຫະລັດອາເມລິກາ ແລະ ສປ ຈີນ ລວມເຖິງການຄວບຄຸມການລະບາດໂຄວິດ-19 ຍັງເປັນປັດໄຈສຳຄັນຕໍ່ການເຕີບໂຕທາງເສດຖະກິດໃນອາຊີຕໍ່ເນື່ອງໃນໄລຍະນີ້. ທ່ານ ໂຈນາທານ ດີ ອອດຊີ ຮັກສາການຜູ້ອຳນວຍການຝ່າຍອາຊີ ແລະ ...

Read More »

ການຫຼຸດຜ່ອນຄວາມທຸກຍາກ ສປປ ລາວ ມາຈາກປັດໄຈໃນການຂັບເຄື່ອນດ້ານ….

ບົດຄວາມ Catching Up and Falling Behind ຂອງ world bank ສະແດງໃຫ້ເຫັນວ່າ: ສປປ ລາວ ຖືວ່າມີຄວາມຄືບໜ້າໃນພາລະກິດຫຼຸດຜ່ອນຄວາມທຸກຍາກ ໃນ 25 ປີຜ່ານມາ, ແຕ່ສິ່ງທີ່ໄດ້ມາພ້ອມດຽວກັບພາລະກິດຕ້ານຄວາມທຸກຍາກ ແມ່ນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ຕໍ່ເສດຖະກິດຂອງລາວ. ອັດຕາຄວາມທຸກຍາກແມ່ນຫຼຸດລົງກວ່າເຄິ່ງໜຶ່ງໃນລະຫວ່າງປີ 1993 ແລະ 2019, ຫຼຸດລົງຈາກ 46% ເປັນ 18% ສະທ້ອນໃຫ້ເຫັນການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ (GDP) ປະຈໍາປີໂດຍສະເລ່ຍແມ່ນ 7.3 % ໃນໄລຍະດຽວກັນ. ການແຜ່ລະບາດຂອງ ໂຄວິດ-19 ຄາດວ່າຈະເຮັດໃຫ້ເກີດຜົນກະທົບຕໍ່ການຫຼຸດຜ່ອນຄວາມທຸກຍາກໃນລະຫວ່າງປີ 2013–19 ເຮັດໃຫ້ຂະແໜງການທີ່ບໍ່ແມ່ນກະສິກຳມີການເຕີບໂຕຊ້າລົງ, ບວກກັບການຫຼຸດລົງຂອງກະແສເງິນທີ່ສົ່ງມາຈາກຕ່າງປະເທດ ກໍຄາດວ່າຈະໄດ້ັຮັບຜົນກະທົບໃນທາງລົບຕໍ່ກັບບັນຫາຄວາມທຸກຍາກເຊັ່ນດຽວກັນ. ລາຍຮັບທີ່ເພີ່ມຂຶ້ນຈາກຂະແໜງກະສິກຳ ໄດ້ກາຍເປັນປັດໄຈຂັບເຄື່ອນໃຫ້ແກ່ການຫຼຸດຜ່ອນຄວາມທຸກຍາກ ຊຶ່ງນັບແຕ່ປີ 2013, ຄົວເຮືອນທີ່ມີອາຊີບກະສິກຳ ໄດ້ປ່ຽນຈາກການປູກເຂົ້າ ເພື່ອກຸ້ມຢູ່ກຸ້ມກິນ ໄປສູ່ການຜະລິດກາຍເປັນສິນຄ້າ ແລະ ຂະແໜງອຸດສາຫະກຳໄດ້ສ້າງວຽກເຮັດງານທຳໄດ້ໃນລະດັບໜຶ່ງ, ໃນຂະນະທີ່ຂະແໜງການບໍລິການ ແມ່ນຂະຫຍາຍຕົວຢ່າງຊ້າໆ. ການສົ່ງເງິນມາຈາກແຮງງານຢູ່ຕ່າງປະເທດ ໄດ້ມີສ່ວນຟື້ນຟູບັນຫາການສູນເສຍລາຍຮັບຈາກອາຊີບທີ່ບໍ່ແມ່ນກະສິກຳ ໃນລະຫວ່າງປີ 2013 ແລະ 2019, ເງິນທີ່ໄດ້ຈາກແຮງງານຢູ່ຕ່າງປະເທດໄດ້ກາຍເປັນແຫຼ່ງລາຍຮັບສຳຄັນ ປະມານ ...

Read More »

ລາວຈະເປີດນຳໃຊ້ ອຳນວຍຄວາມສະດວກ ຊ່ອງທາງສີຂຽວ Fast Track ໃຫ້ພົນລະເມືອງຈີນ ອາທິດໜ້າ…

ລາວຈະເລີ່ມເປີດນຳໃຊ້ອຳນວຍຄວາມສະດວກ ຊ່ອງທາງສີຂຽວ Fast Track ໃຫ້ພົນລະເມືອງຈີນ ອາທິດໜ້ານີ້… ສປປ ລາວ ຈະເລີ່ມໃຫ້ບໍລິການ ຊ່ອງທາງສີຂຽວ ຫຼື ທີ່ເອີ້ນວ່າ Fast Track ໃຫ້ກັບພົນລະເມືອງຈີນ ໂດຍມີໄລຍະເວລາ ການຈຳກັດບໍລິເວນທີ່ໜ້ອຍມື້ລົງ ໂດຍຈະນຳໃຊ້ຫຼາຍມາດຕະການ ເພື່ອຮັກສາໄດ້ຄວາມປອດໄພຈາກການແຜ່ລະບາດຂອງເຊື້ອໂຄວິດ-19 ຜູ້ທີ່ເຂົ້າມາຈາກ ສປ ຈີນ ຈະໃຊ້ເວລາໜ້ອຍລົງໃນການກັກໂຕ ແລະ ສາມາດໄປກັກໂຕໄດ້ ຢູ່ສະຖານທີ່ຂອງຕົນເອງ ແທນການໄປກັກໂຕ 14 ມື້ ຕາມສະຖານທີ່ກັກໂຕ ແລະ ໂຮງແຮມທີ່ກຳນົດໄວ້ ຂອງລັດຖະບານລາວ. ປັດຈຸບັນກຳລັງຢູ່ໃນໄລຍະປຶກສາຫາລືວ່າຈະໃຫ້ກັກໂຕຈັກມື້, ພ້ອມຈະມີການພິຈາລະນານຳໃຊ້ລະບົບເອເລັກໂຕຣນິກ ຕິດຕາມອາການຕະຫຼອດ 24 ຊົ່ວໂມງ ວ່າຜູ້ເຂົ້າມາ ສປປ ລາວ ຈະພັກຢູ່ບ່ອນໃດ ແຕ່ທຸກໆຄົນທີ່ເຂົ້າມາ ຕ້ອງໄດ້ກວດວັດແທກອຸນຫະພູມຮ່າງກາຍຂອງຕົນທຸກໆເຊົ້າ ແລະ ແລງ. ນອກຈາກນີ້ ກ່ອນມາເຖິງ ສປປ ລາວ ຜູ້ເຂົ້າມາຈາກ ສປ ຈີນທຸກຄົນ ຕ້ອງມີໃບຢັ້ງຢືນການກວດສອບໂຄວິດ-19 ເປັນລົບ ພາຍໃນໄລຍະເວລາ 72 ຊົ່ວໂມງ ກ່ອນເດີນທາງ. ໃນອະນາຄົດ ...

Read More »

ເປີດແລ້ວບາງດ່ານປະເພນີ ແລະ ດ່ານທ້ອງຖິ່ນທີ່ຈຳເປັນຕໍ່ການຂົນສົ່ງສິນຄ້າ…

ສປປ ລາວແຈ້ງເປີດບາງດ່ານປະເພນີ ແລະ ດ່ານທ້ອງຖິ່ນ ທີ່ຈຳເປັນໃນການຂົນສົ່ງສິນຄ້າ. ໃນປັດຈຸບັນນີ້, ຖືວ່າພະຍາດລະບາດໂຄວິດ-19 ຍັງໜັກໜ່ວງ ແລະ ໜ້າເປັນຫ່ວງທີ່ສຸດໃນທົ່ວຂົງເຂດອາຊີ ແລະ ໃນທົ່ວໂລກ ເຖິງຢ່າງໃດກໍຕາມ, ພັກ ແລະ ລັດຖະບານ ກໍໄດ້ມີຄວາມພະຍາຍາມອັນສູງສຸດ ທີ່ຈະນຳໃຊ້ມາດຕະການທີ່ເຄັ່ງຄັດ ເພື່ອປົກປ້ອງຊີວິດການເປັນຢູ່ຂອງປະຊາຊົນລາວ ແລະ ຍັງພະຍາຍາມດຸ່ນດ່ຽງເສດຖະກິດມະຫາພາກໃຫ້ມີການເໜັງຕີງຢ່າງຕໍ່ເນື່ອງ ແລະ ປົກກະຕິທີ່ສຸດ. ສະນັ້ນ, ລັດຖະບານ ຈຶ່ງໄດ້ມີແຈ້ງການຜ່ອນຜັນການຂົນສົ່ງຜ່ານຊາຍແດນ ຂອງບາງແຂວງ ເພື່ອໃຫ້ທຸກພາກສ່ວນໄດ້ຮັບຜົນປະໂຫຍດຕາມຄວາມເໝາະສົມໃນສະພາບການແບບນີ້. ສະນັ້ນ, ລັດຖະບານຈຶ່ງໄດ້ມີການແຈ້ງການເປີດດ່ານຊົ່ວຄາວໃນບາງແຂວງ ທີ່ມີຄວາມຈຳເປັນ ແລະ ສຳຄັນຕໍ່ການພັດທະນາ ຄື: ດ່ານປະເພນີໜອງມ້າ ເມືອງບົວລະພາ ແຂວງຄຳມ່ວນ ເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກ ແຮ່ບາລິດສຳເລັດຮູບ ຂອງບໍລິສັດ ແຮ່ບາລິດກວາງຈຸງລາວ ຈຳກັດຜູ້ດຽວ, ດ່ານບ້ານວັງ ເມືອງໝື່ນ ແຂວງວຽງຈັນ ເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກແຮ່ບາລິດຂອງບໍລິສັດ ເພັດທອງຄຳ ບໍ່ແຮ່ຈຳກັດ, ດ່ານປະເພນີທ່າສະອາດ ເມືອງປາກກະດິງ ແຂວງບໍລິຄຳໄຊ ຊົ່ວຄາວໃຫ້ບໍລິສັດໄຟຟ້ານ້ຳເທີນ 1 ຈຳກັດ ເພື່ອນຳເຂົ້າວັດສະດຸອຸປະກອນທີ່ຈຳເປັນ ແລະ ຮີບດ່ວນທີ່ສຸດໃນການສ້າງໂຄງການເຂື່ອນໄຟຟ້ານ້ຳເທີນ 1 ແລະ ດ່ານທ້ອງຖິ່ນປາງໄຮ ...

Read More »

ເບຍລາວສະໜັບໜຸນ 600 ລ້ານກີບ ໃນການແຂ່ງຂັນບານເຕະທົ່ວປະເທດ…

ສະຫະພັນບານເຕະແຫ່ງປະເທດລາວໄດ້ຖະແຫຼງຂ່າວຜູ້ສະໜັບສະໜູນການແຂ່ງຂັນບານເຕະທົ່ວປະເທດ ເພື່ອຄຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີຂຶ້ນ ທີ່ຫ້ອງການສະຫະພັນບານເຕະແຫ່ງຊາດລາວໃນວັນທີ 21 ຕຸລາ 2020 ໃນພິທີດັ່ງກ່າວ ທ່ານ Henrik Juel Andresen ຜູ້ອຳນວຍການໃຫຍ່ບໍລິສັດເບຍລາວ ຈຳກັດ ໄດ້ໃຫ້ກຽດມອບເງິນສະໜັບສະໜູນເຖິງ 600 ລ້ານກີບ ໂດຍການກ່າວຮັບຂອງທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ການແຂ່ງຂັນລາຍການດັ່ງກ່າວຈະມີຂຶ້ນລະຫວ່າງວັນທີ 7-21 ພະຈິກ 2020 ເງິນລາງວັນທີມຊາຍ ແລະ ທີມຍິງແມ່ນໄດ້ເທົ່າກັນ ໂດຍຊະນະເລີດໄດ້ຂັນລາງວັນ 100 ລ້ານກີບ ແລະ ຮອງຊະນະເລີດໄດ້ 40 ລ້ານກີບ. ນອກນັ້ນ ກໍຍັງມີລາງວັນນັກເຕະດີເດັ່ນ, ດາວຍິງສູງສຸດ, ຄູຝຶກດີເດັ່ນ ແລະ ອື່ນໆ. ທີມຊາຍທີ່ເຂົ້າຮ່ວມການແຂ່ງຂັນມີ 18 ທີມ ຈາກນະຄອນຫຼວງ 1 ແລະ 17 ແຂວງ ປະກອບມີ: ແຂວງຄໍາມ່ວນ, ແຂວງສາລະວັນ, ແຂວງໄຊສົມບູນ, ນະຄອນຫຼວງວຽງຈັນ ( ນວ ...

Read More »

ຫຼາຍພາກສ່ວນ ຮ່ວມສະໜັບສະໜູນການຖ່າຍທອດສົດບານເຕະທົ່ວປະເທດ ຊີງຂັນວັນຊາດ…

ໃນວັນທີ 22 ຕຸລາ 2020 ໄດ້ມີຖະແຫຼງຂ່າວທີ່ ສະຫະພັນບານເຕະແຫ່ງຊາດລາວ: ລາວໂທລະຄົມ ຮ່ວມກັບ ໂທລະພາບ ລາວສະຕ້າ ( LAO STAR ) ແລະ ໂທລະພາບ ນະຄອນຫຼວງ ( Vte9 ) ເປັນຜູ້ສະໜັບສະໜູນການຖ່າຍທອດສົດການແຂ່ງຂັນກີລາບານເຕະທົ່ວປະເທດ. ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ສີສຸກ ທອງປັດສາ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວສະຕ້າ ອິນເຕີເນຊັ່ນແນລ ຈໍາກັດ ຜູ້ດຽວ, ທ່ານ ພອນປະເສີດ ອິນທະສອນ ປະທານບໍລິຫານ ສະຖານີໂທລະພາບນະຄອນຫຼວງວຽງຈັນ ແລະ ທ່ານ ລັດຖະປັນຍາ ຂຽວວົງພະຈັນ ຮອງອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມເປັນສັກຂີພິຍານ. ກ່ອນໜ້ານີ້ ບໍລິສັດ ເບຍລາວ ສະໜັບສະໜູນຫຼັກຂອງການແຂ່ງຂັນຈໍານວນ 600 ລ້ານກີບ ແລະ ຫຼ້າສຸດ ລາວໂທລະຄົມ ຈະສະໜັບສະໜູນດ້ານອິນເຕີເນັດໃນການຖ່າຍທອດສົດທັງໝົດມູນຄ່າ ...

Read More »