ຍີ່ປຸ່ນ ເຫັນດີຈະຊ່ວຍເຫຼືອວັກແຊງປ້ອງກັນໂຄວິດ-19 ໃຫ້ແກ່ ສປປ ລາວ ໃນອະນາຄົດ…

ເພື່ອເປັນການສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ສົ່ງເສີມການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດເຂົ້າສູ່ລວງເລິກ. ໃນວັນທີ 21 ຕຸລາ 2020, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ໂມເຕງິ ໂທຊິມິດຊຶ (MOTEGI Toshimitsu), ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ລົມໂທລະສັບທາງໄກຮ່ວມກັນ

ສປປ.ລາວ ມີສາຍພົວພັນການທູດກັບ 140 ປະເທດ ແລະ ກັບພັກການເມືອງເກືອບ 130  ພັກທົ່ວໂລກ | ອິດສະຫຼະ

ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ປຶກສາຫາລືກ່ຽວກັບການຜັນຂະຫຍາຍຜົນການຢ້ຽມຢາມ ສປປ ລາວ ຂອງ ທ່ານ ລັດຖະມົນຕີ ໂມເຕງິ ໂທຊິມິດຊຶ ໃນເດືອນສິງຫາ 2020 ຜ່ານມາ ໂດຍສະເພາະ ແມ່ນການກະກຽມໃຫ້ແກ່ ການນໍາສອງປະເທດ ຮັບຮອງເອົາແຜນປະຕິບັດງານ ວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນອະນາຄົດອັນໃກ້ນີ້, ເຊິ່ງຈະເປັນຂີດໝາຍອັນສໍາຄັນໃຫ້ແກ່ການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ (05 ມີນາ 1955) ແລະ ການເປັນຄູ່ຮ່ວມຍຸດທະສາດ ຄົບຮອບ 05 ປີ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນປີ 2020 ນີ້.

ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ໂມເຕງິ ໂທຊິມິດຊຶ ທີ່ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ອີກໜຶ່ງສະໄໝ ໃນກາງເດືອນກັນຍາ 2020 ຜ່ານມາ ແລະ ຢືນຢັນທີ່ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍຍີ່ປຸ່ນ ເພື່ອເສີມຂະຫຍາຍການຮ່ວມມືຂອງສອງປະເທດໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ. ພ້ອມນີ້, ກໍໄດ້ສະແດງຄວາມຂອບໃຈ ລັດຖະບານ ກໍຄືປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນຂະແໜງການຕ່າງໆ ຕະຫຼອດໄລຍະເວລາທີ່ຜ່ານມາ. ພິເສດແມ່ນການຊ່ວຍເຫຼືອທາງດ້ານອຸປະກອນການແພດ ແລະ ຢາ ໃຫ້ແກ່ຝ່າຍລາວ ເພື່ອປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ.

Japan foreign minister expresses concern over global economy from attacks  on Saudi - Egypt Independent

ໃນຂະນະດຽວກັນ, ຍີ່ປຸ່ນ ເຫັນດີຈະພິຈາລະນາຊ່ວຍເຫຼືອວັກແຊງປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ ໃນອະນາຄົດ ເມື່ອຍີ່ປຸ່ນ ພັດທະນາສໍາເລັດແລ້ວ. ນອກຈາກນີ້, ຍັງໄດ້ສະແດງຄວາມຂອບໃຈຝ່າຍລາວ ຕໍ່ການຕ້ອນຮັບອັນອົບອຸ່ນ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນເດືອນສິງຫາ 2020 ຜ່ານມາ ແລະ ໄດ້ຢືນຢັນທີ່ຈະສືບຕໍ່ຊຸກຍູ້ສົ່ງເສີມການພົວພັນ ແລະ ຮ່ວມມື ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນຂອງສອງປະເທດ.

ແຫຼ່ງຂໍ້ມູນ: ວສລ

Comments