koica ຊ່ວຍເຫຼືອລ້າ 11 ລ້ານໂດລາ ໃນໂຄງການສ້າງລະບົບຄຸ້ມຄອງນ້ຳງື່ມ…

ອົງການຮ່ວມມືສາກົນ ສ.ເກົາຫຼີ ຫຼື koica ໄດ້ຕົກລົງໃຫ້ການຊ່ວຍເຫຼືອລ້າ 11 ລ້ານໂດລາສະຫະລັດ ສຳລັບໂຄງການສ້າງລະບົບຄຸ້ມຄອງນ້ຳທີ່ມີປະສິດທິຜົນ ແລະ ເສີມຂະຫຍາຍຄວາມພ້ອມໃນການຮັບມືກັບໄພພິບັດຂອງນ້ຳງື່ມ ຊຶ່ງໂຄງການດັ່ງກ່າວຈະດຳເນີນການແຕ່ປີ 2020-2025.

ໂຄງການດັ່ງກ່າວ ຈະສ້າງຄວາມເຂັ້ມແຂງໃຫ້ໜ່ວຍງານທີ່ກ່ຽວຂ້ອງໂດຍລວມເຊັ່ນ: ອົງການທີ່ກ່ຽວຂ້ອງກັບນ້ຳ ແລະ ປະຊາຊົນອາໄສຢູ່ລຽບຕາມນ້ຳງື່ມ ເພື່ອການຄຸ້ມຄອງຊັບພະຍາກອນນ້ຳ, ຮັບມືກັບໄພພິບັດ, ສ້າງ ແລະ ນຳໃຊ້ລະບົບຄຸ້ມຄອງນ້ຳແບບຢ່າງ. ນອກຈາກນີ້ ຍັງມີການທົດລອງ ແລະ ການຝຶກຊ້ອມ ເພື່ອປ້ອງກັນຄວາມປອດໄພໃນກໍລະນີ ນ້ຳຖ້ວມແທ້ ເພື່ອຄວາມປອດໄພ ແລະ ຫຼຸດຜ່ອນຄວາມເສຍຫາຍຂອງຊັບສິນຂອງປະຊາຊົນ.

Untitled Document

ອົງການ koica ໄດ້ຈັດຕັ້ງປະຕິບັດໂຄງການສ້າງແຜນແມ່ບົດ ກ່ຽວກັບການຄຸ້ມຄອງແຫຼ່ງນ້ຳແບບປະສົມປະສານ ຂອງນ້ຳງື່ມຢູ່ ສປປ ລາວ ຈາກປີ 2016-2019 ເພື່ອການຄຸ້ມຄອງທີ່ມີປະສິດທິຜົນຂອງແຫຼ່ງນ້ຳ ແລະ ເພີ່ມທະວີການຮັບມືໄພພິບັດ ພ້ອມທັງສ້າງລະບົບຄຸ້ມຄອງແມ່ນ້ຳ, ການເຕືອນໄພນ້ຳຖ້ວມ ແລະ ແຜນການໃຫ້ຂໍ້ມູນກ່ຽວກັບສະພາບສຸກເສີນການຍົກຍ້າຍໃນກໍລະນີ ນ້ຳຖ້ວມ ແລະ ໄພແຫ້ງແລ້ງ ຢູ່ນ້ຳງື່ມ.

ພິທີເຊັນບົດບັນທຶກການຮ່ວມມືດັ່ງກ່າວ ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້, ທີ່ນະຄອນຫຼວງວຽງຈັນ ລະຫວ່າງອົງການ koica ປະຈຳ ສປປ ລາວ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສຳລັບໂຄງການດັ່ງກ່າວ ເຂົ້າຮ່ວມມີ ທ່ານ ຊັງຊູນ ຊິນ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ, ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ນາງ ຈອງຮີ ອີມ ຜູ້ຕາງໜ້າອົງການ koica ປະຈຳລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ແຫຼ່ງຂໍ້ມູນ: ວຽງຈັນທາຍ

Comments