ກອງປະຊຸມສຸກເສີນຂອງ ຄະນະກໍາມະການຄຸ້ມຄອງໄພ ພິບັດຂັ້ນສູນກາງ ເພື່ອຕອບ ໂຕ້ໄພພິບັດນ້ໍາຖ້ວມຢູ່່ບັນດາ ແຂວງພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ໄດ້ຈັດຂຶ້ນໃນ ວັນ ທີ 20 ຕຸລານີ້ ທີ່ກະຊວງແຜນ ການ ແລະ ການລົງທຶນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການ ລົງທຶນ ປະທານຄະນະກຳມະ ການຄຸ້ມຄອງໄພພິບັດຂັ້ນສູນກາງ, ມີບັນດາຮອງລັດຖະມົນຕີ, ຮອງປະທານ ແລະ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

ໃນກອງປະຊຸມທ່ານ ສອນໄຊ ສີພັນດອນໄດ້ກ່າວວ່າ: ບັນຫາໄພພິບັດແມ່ນເກີດຈາກການປ່ຽນແປງຂອງດິນຟ້າອາກາດ ເປັນຕົ້ນ ໄພນ້ໍາຖ້ວມ, ແຜ່ນດິນໄຫວ, ລົມພາຍຸພັດ, ພະຍາດລະບາດ ແລະ ອື່ນໆ ໄດ້ກາຍເປັນສິ່ງທ້າທາຍຢ່າງໃຫຍ່ຫຼວງຕໍ່ພາກພື້ນ ແລະ ສາກົນ ເພາະບັນຫາໄພພິບັດດັ່ງກ່າວ ໄດ້ເກີດຂຶ້ນເປັນປະຈໍາ ແລະ ເພີ່ມຄວາມຮຸນແຮງຂຶ້ນເລື້ອຍໆ, ສ້າງຜົນກະທົບ ແລະ ຄວາມເສຍຫາຍຢ່າງຫຼວງຫຼາຍຊີວິດ,ເສດຖະກິດ, ຊັບສິນຂອງລັດ, ປະຊາຊົນໃນສັງຄົມທັງໃນໄລຍະສັ້ນ ແລະ ໄລຍະຍາວ, ຕົວຢ່າງ: ເຫດການໄພພິບັດນ້ໍາຖ້ວມໃນ ປີ 2018 ແລະ 2019 ທີ່ຜ່ານ ມາປັດຈຸບັນ ລັດຖະບານ ສປປ ລາວ ຍັງສືບ ຕໍ່ສຸມໃສ່ໃຫ້ ການຊ່ວຍເຫຼືອຟື້ນຟູຄືນຫຼັງໄພ ພິບັດ ໂດຍສະເພາະແມ່ນສະ ພາບການແກ້ໄຂຟື້ນຟູຢູ່ເມືອງ ສະໜາມໄຊ ແຂວງອັດຕະປື ແລະ ໄລຍະທ້າຍປີ 2019 ຫາ ປັດຈຸບັນ ສປປ ລາວ ນອກຈາກໄດ້ຮັບຜົນກະທົບຢ່າງໜັກ ຈາກບັນຫາການລະບາດຂອງພະຍາດໂຄວິດ-19, ກໍຍັງໄດ້ ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ, ການລະບາດຂອງພະຍາດ, ບັນຫາສັດຕູພືດທໍາລາຍພື້ນທີ່ການຜະລິດຂອງປະຊາຊົນ ແລະ ອື່ນໆ.

ຊຶ່ງທັງໝົດເຫດການເລົ່ານີ້ໄດ້ ສົ່ງຜົນກະທົບໂດຍກົງຕໍ່ສຸຂະພາບ, ຊີວິດ ແລະ ຊັບສິນຂອງ ປະຊາຊົນ, ສ້າງຄວາມເສຍ ຫາຍຕໍ່ພື້ນຖານໂຄງລ່າງເສດຖະກິດຂອງປະເທດ ເປັນຕົ້ນ- ເຫດການໄພນ້ໍາຖ້ວມທີ່ກໍາລັງເກີດຂຶ້ນຢູ່ແຂວງສະຫວັນນະເຂດ ຢູ່ 8 ເມືອງ ທີ່ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ ຢູ່ 90 ບ້ານ, 2.874 ຄອບຄົວ, 15.764 ຄົນ (ຍິງ 4.333 ຄົນ), ມີການຍົກຍ້າຍປະຊາຊົນ ຈໍານວນ 21 ບ້ານ, 2.070 ຄອບຄົວ, 8.991 ຄົນ, ຍິງ 4.333 ຄົນ, ເຮືອນເສຍຫາຍບາງສ່ວນຈໍານວນ 35 ຫຼັງ.

ໃນກອງປະຊຸມໄດ້ຮັບຟັງ ການລາຍງານສະພາບໄພພິບັດ ທີ່ເກີດຂຶ້ນ ໂດຍລວມຢູ່ບັນດາແຂວງໃນທົ່ວປະເທດ ໂດຍສະເພາະແມ່ນບັນຫາໄພນ້ໍາຖ້ວມ ທີ່ກໍາລັງເກີດຂຶ້ນ, ຮັບຟັງການລາຍງານສະພາບການແຈ້ງຂ່າວເຕືອນໄພ ແລະ ການປ່ອຍນ້ໍາຢູ່ບັນດາເຂື່ອນ, ຮັບຟັງການລາຍງານຄວາມຄືບໜ້າການແກ້ໄຂຟື້ນຟູຫຼັງໄພພິບັດຢູ່ເມືອງສະໜາມໄຊ ແຂວງອັດຕະປື. ຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດຄໍາເຫັນຕໍ່ກັບບັນດາບັນ ຫາທີ່ໄດ້ຍົກຂຶ້ນ.
ແຫຼ່ງຂໍ້ມູນ: ປະຊາຊົນ