ໃນວັນທີ 20 ຕຸລາ ນີ້ ຊຶ່ງແມ່ນວັນວັດທະນະທຳແຫ່ງຊາດ ກູບາ, ຄະນະສະມາຄົມມິດຕະພາບ ລາວ-ກູບາ ໄດ້ຈັດພິທີ ເປີດປ້າຍໂຮງຮຽນມັດທະຍົມສົມບູນບ້ານດົງບັງເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນໂຮງຮຽນມັດທະຍົມສົມບູນ ດົງບັງ ມິດຕະພາບ ລາວ-ກູບາ ທັງຮັບເປັນສາຂາ ແລະ ສະມາຊິກລວມໝູ່ຂອງສະມາຄົມມິດຕະພາບ ລາວ-ກູບາ.

ເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ປະທານສະມາຄົມມິດຕະພາບ ລາວ-ກູບາ ແລະ ທ່ານ ປາໂບລ ອັງໂຕນີໂອ ໂລຕລີເກັສ ວິດານ ເອກອັກຄະລັດຖະທູດແຫ່ງ ສ.ກູບາ ປະຈໍາລາວ.

ນອກຈາກນັ້ນຍັງມີທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຮອງລັດຖະມົນຕີ, ອຳນາດການປົກຄອງບ້ານ-ເມືອງໄຊທານີ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມຢ່າງພ້ອມພຽງ. ຂ່າວແຈ້ງອີກວ່າ: ໃນວັນທີ 9 ຕຸລາ ຜ່ານມາ ທີ່ໂຮງຮຽນດັ່ງກ່າວກໍໄດ້ຈັດພິທີປະດິດສະຖານຮູບຫຼ່ໍຂອງທ່ານ ໂຮເຊ ມາກຕີ ວິລະຊົນແຫ່ງຊາດ ກູບາ ຂຶ້ນໄວ້ແທ່ນໃນບໍລິເວນເດີ່ນໂຮງຮຽນ.
ແຫຼ່ງຂໍ້ມູນ: ປະຊາຊົນ