ສະຫະພັນບານເຕະແຫ່ງປະເທດລາວໄດ້ຖະແຫຼງຂ່າວຜູ້ສະໜັບສະໜູນການແຂ່ງຂັນບານເຕະທົ່ວປະເທດ ເພື່ອຄຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີຂຶ້ນ ທີ່ຫ້ອງການສະຫະພັນບານເຕະແຫ່ງຊາດລາວໃນວັນທີ 21 ຕຸລາ 2020

ໃນພິທີດັ່ງກ່າວ ທ່ານ Henrik Juel Andresen ຜູ້ອຳນວຍການໃຫຍ່ບໍລິສັດເບຍລາວ ຈຳກັດ ໄດ້ໃຫ້ກຽດມອບເງິນສະໜັບສະໜູນເຖິງ 600 ລ້ານກີບ ໂດຍການກ່າວຮັບຂອງທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ

ການແຂ່ງຂັນລາຍການດັ່ງກ່າວຈະມີຂຶ້ນລະຫວ່າງວັນທີ 7-21 ພະຈິກ 2020 ເງິນລາງວັນທີມຊາຍ ແລະ ທີມຍິງແມ່ນໄດ້ເທົ່າກັນ ໂດຍຊະນະເລີດໄດ້ຂັນລາງວັນ 100 ລ້ານກີບ ແລະ ຮອງຊະນະເລີດໄດ້ 40 ລ້ານກີບ. ນອກນັ້ນ ກໍຍັງມີລາງວັນນັກເຕະດີເດັ່ນ, ດາວຍິງສູງສຸດ, ຄູຝຶກດີເດັ່ນ ແລະ ອື່ນໆ.

ທີມຊາຍທີ່ເຂົ້າຮ່ວມການແຂ່ງຂັນມີ 18 ທີມ ຈາກນະຄອນຫຼວງ 1 ແລະ 17 ແຂວງ ປະກອບມີ: ແຂວງຄໍາມ່ວນ, ແຂວງສາລະວັນ, ແຂວງໄຊສົມບູນ, ນະຄອນຫຼວງວຽງຈັນ ( ນວ ) ເຈົ້າພາບ, ແຂວງຊຽງຂວາງ, ແຂວງຈໍາປາສັກ, ແຂວງອຸດົມໄຊ, ແຂວງວຽງຈັນ, ແຂວງຜົ້ງສາລີ, ແຂວງເຊກອງ, ແຂວງຫຼວງນໍ້າທາ, ແຂວງໄຊຍະບູລີ , ແຂວງຫຼວງພະບາງ, ແຂວງອັດຕະປື, ແຂວງສະຫວັນນະເຂດ, ແຂວງບໍ່ແກ້ວ, ແຂວງບໍລິຄໍາໄຊ ແລະ ແຂວງຫົວພັນ

ທີມຍິງປະກອບມີ 8 ທີມຄື: ແຂວງຊຽງຂວາງ, ແຂວງຈໍາປາສັກ ແຂວງວຽງຈັນ, ແຂວງໄຊຍະບູລີ, ແຂວງສະຫວັນນະເຂດ, ແຂວງອຸດົມໄຊ, ແຂວງຫຼວງນໍ້າທາ ແລະ ນະຄອນຫຼວງວຽງຈັນ