ພາກກາງຈະກາຍເປັນເຂດທີ່ທຸກຍາກທີ່ສຸດ ໃນຂະນະພາກໃຕ້ກຳລັງ…

ຄວາມບໍ່ເທົ່າທຽມກັນເພີ່ມຂຶ້ນ ເນື່ອງຈາກການບໍລິໂພກທີ່ເພີ່ມຂຶ້ນ ໃນຂັ້ນຕົ້ນຂອງການແຈກຢາຍ.

ຈາກຂໍ້ມູນລວມກ່ຽວກັບຄວາມທຸກຍາກໃນ ສປປ ລາວ ແລະ ການປະເມີນຄວາມທຸກຍາກ ປີ 2020 ສະແດງໃຫ້ເຫັນວ່າ ສປປ ລາວ ມີຄວາມຄືບໜ້າໃນພາລະກິດຫຼຸດຜ່ອນຄວາມທຸກຍາກ ໃນ 25 ປີຜ່ານມາ ແຕ່ສິ່ງທີ່ໄດ້ມາພ້ອມດຽວກັບພາລະກິດຕ້ານຄວາມທຸກຍາກ ແມ່ນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ຕໍ່ເສດຖະກິດຂອງລາວ.

131 ໝູ່ບ້ານ ຂ.ຊຽງຂວາງຍັງທຸກຍາກ - ລາວໂຮມລາວ ເພື່ອປະຊາທິປະໄຕ

ບັນດາແຂວງພາກໃຕ້ ແລະ ພາກເໜືອ ໄດ້ມີຄວາມຄືບໜ້າທີ່ໜ້າປະທັບໃຈກ່ຽວກັບການຫຼຸດຜ່ອນອັດຕາຄວາມທຸກຍາກ. ລະຫວ່າງປີ 2013 ແລະ 2019, ອັດຕາຄວາມທຸກຍາກຫຼຸດລົງໃນທຸກແຂວງພາກໃຕ້ ຍົກເວັ້ນ ແຂວງອັດຕະປື. ໂດຍລວມແລ້ວ, ຄວາມທຸກຍາກໃນແຂວງພາກໃຕ້ຫຼຸດລົງຈາກ 29.9% ໃນປີ 2013 ມາເປັນ 17.7% ໃນປີ 2019, ເຊິ່ງເຮັດໃຫ້ພາກໃຕ້ກາຍເປັນເຂດທີ່ມີອັດຕາຄວາມທຸກຍາກໜ້ອຍທີ່ສຸດ. ຄວາມທຸກຍາກໃນທຸກແຂວງພາກເໜືອກໍຫຼຸດລົງເຊັ່ນກັນ ຍົກເວັ້ນແຂວງ ໄຊຍະບູລີ, ແຂວງບໍ່ແກ້ວ ເປັນແຂວງທີ່ມີອັດຕາທີ່ຫຼຸດລົງຫຼາຍກວ່າໝູ່ໃນໄລຍະດັ່ງກ່າວ.

ການພັທນາເພື່ອຫຼຸດຜ່ອນຄວາມ ທຸກຍາກ

ອັດຕາຄວາມທຸກຍາກມີຄວາມເຊື່ອມຖອຍລົງໃນບໍລິເວນເຂດພາກກາງ, ເຊິ່ງຈາກເຂດທີ່ມີຄວາມຮັ່ງມີ ກາຍເປັນເຂດທີ່ທຸກຍາກທີ່ສຸດ. ອັດຕາຄວາມທຸກຍາກທຽບໃສ່ຫົວຄົນ ໄດ້ຫຼຸດລົງຈາກ 23.5% ເປັນ 21.5%, ເຮັດໃຫ້ເຂດດັ່ງກ່າວເຊິ່ງໃນເມື່ອກ່ອນເປັນເຂດທີ່ອຸດົມຮັ່ງມີກາຍເປັນມີຄວາມທຸກຍາກສູງທີ່ສຸດ.

ຄວາມທຸກຍາກຍັງຄົງມີອັດຕາທີ່ສູງໃນບັນດາກຸ່ມຊົນເຜົ່າສ່ວນນ້ອຍ ແລະ ສັງເກດເຫັນວ່າມີອັດຕາຫານຫຼຸດລົງທີ່ຊ້າໃນກຸ່ມຄົວເຮືອນທີ່ຂາດການສຶກສາ. ໃນປີ 2019, ອັດຕາຄວາມທຸກຍາກ 34.6% ແມ່ນສະແດງອອກໃນບັນດາຄົວເຮືອນທີ່ມີຫົວໜ້າຄອບຄົວ ທີ່ບໍ່ໄດ້ເຂົ້າຮັບການສຶກສາໃນລະບົບ. ເຊິ່ງແມ່ນສູງກວ່າຄົວເຮືອນທີ່ມີຫົວໜ້າຄອບຄົວທີ່ຈົບການສຶກສາຊັ້ນມັດທະຍົມສຶກສາສິບເທົ່າ.

ແມ່ຍິງ-ເດັກນ້ອຍ 02/28/17

ຕະຫຼາດແຮງງານຂອງລາວ ແມ່ນປະກອບດ້ວຍຊາວແຮງງານທີ່ເຮັດວຽກກະສິກຳ ທີ່ຕ້ອງປະເຊີນກັບ ຄວາມປ່ຽນແປງຂອງລະດູການ ໃນຂະນະທີ່ຕະຫຼາດແຮງງານກໍມີຄວາມຕ້ອງການ, ການເຮັດວຽກໃນຂະແໜງການທີ່ບໍ່ເປັນທາງການມີອັດຕາສູງຂຶ້ນ ແລະ ອັດຕາຕົວເລກອາຊີບໃນພາກລັດ ກໍເພີ່ມຂຶ້ນ. ໃນປີຜ່ານມາ, ສະພາບຕະຫຼາດແຮງງານຍັງບໍ່ທັນສະໜັບສະໜູນໄປໃນລວງດຽວກັບການຈະເລີນເຕີບໂຕແບບມີສ່ວນຮ່ວມ. ທຸກຂະແໜງການ, ຍົກເວັ້ນພາກສາທາລະນະ ແລະ ການບໍລິການ, ແມ່ນມີການລັກສະນະການຈ້າງງານທີ່ຫຼຸດລົງໃນ ໄລຍະ 6 ປີ ຫຼັງຈາກປີ 2013

ໄຂ້ມາລາເລັຽຢູ່ ຂ.ຈຳປາສັກ

ການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ນຳມາເຊິ່ງບັນຫາການຈ້າງງານແບບບໍ່ຄາດຄິດ, ເຮັດໃຫ້ເກີດຄວາມກົດດັນໃນຕະຫຼາດແຮງງານທີ່ມີຄວາມອ່ອນແອຢູ່ແລ້ວ. ການຫຼຸດລົງໃນຂະແໜງການທ່ອງທ່ຽວໄດ້ພາໃຫ້ເກີດການສູນເສຍໃນອາຊີບຄ້າຂາຍຍ່ອຍ, ການຂົນສົ່ງ ແລະ ການບໍລິການ, ເຊິ່ງທັງໝົດນັ້ນ ເທົ່າກັບ 11% ຂອງການຈ້າງງານທັງໝົດ. ການຫຼຸດລົງໃນຂະແໜງການທ່ອງທ່ຽວ ແລະ ການເດີນທາງ ຄາດວ່າຈະກັບມາດີຂຶ້ນພາຍໃນປີ 2021, ນຳໄປສູ່ການສູນເສຍລາຍຮັບ ຫຼື ສູນເສຍອາຊີບຖາວອນ ຖ້າຫາກວິກິດການດັ່ງກ່າວຍັງສືບຕໍ່.

ແມ່ຍິງ-ເດັກນ້ອຍ 03-01-2016

ການປະເມີນ ກຸ່ມຜູ້ທຸກຍາກແມ່ນປະກອບມີ ສາມ ກຸ່ມແຕກຕ່າງກັນ ທີ່ຕ້ອງການມາດຕະການຕອບໂຕ້ທີ່ແຕກຕ່າງກັນດັ່ງນີ້:

ກຸ່ມທຳອິດ (41% ຂອງຜູ້ທຸກ) ປະກອບມີ ຜູ້ທີ່ຢູ່ຫ່າງໄກສອກຫຼີກ, ການສຶກສາຕໍ່າ, ຄົວເຮືອນຊາວກະສິກອນ ເຊິ່ງສ່ວນໃຫຍ່ແມ່ນກຸ່ມຊົນເຜົ່າສ່ວນນ້ອຍ.
ກຸ່ມທີສອງ (45% ) ປະກອບມີກຸ່ມຄົນທີ່ສາມາດເຂົ້າເຖິງສິ່ງອຳນວຍຄວາມສະດວກໄດ້ດີກວ່າ ແຕ່ແມ່ນຄົວເຮືອນທີ່ເປັນຊາວກະສິກຳ ທີ່ມີການສຶກສາບໍ່ສູງ.
ກຸ່ມທີສາມ (14% )ປະກອບມີຄົວເຮືອນ ທີ່ຍຶດຖືອາຊີບຫຼັກແມ່ນວຽກທີ່ບໍ່ແມ່ນກະສິກຳແຕ່ເປັນວຽກທີ່ມີຜົນຜະລິດຕໍ່າ, ມີລະດັບການສຶກສາຕໍ່າ ແລະ ສູງກວ່າສອງກຸ່ມຜ່ານມາ. ກຸ່ມນີ້ ເປັນກຸ່ມທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການແຜ່ລະບາດຂອງພະຍາດ.

ແຫຼ່ງຂໍ້ມູນ: the world bank

Comments