ທະນາຄານໂລກ ອະນຸມັດທຶນຊ່ວຍເຫຼືອທຸລະກິດ SMEs ລາວ ມູນຄ່າ 40 ລ້ານໂດລາ…

ໃນວັນທີ 22 ຕຸລາ 2020 ຜ່ານມາ ສະພາບໍລິຫານຂອງທະນາຄານໂລກ ໄດ້ອະນຸມັດທຶນຊ່ວຍເຫຼືອສຸກເສີນ ມູນຄ່າ 40 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນບັນດາທຸລະກິດຂະໜາດນ້ອຍ ແລະ ກາງ (SMEs ) ໃຫ້ສາມາດຟື້ນຕົວຈາກຜົນກະທົບຂອງພະຍາດລະບາດໂຄວິດ-19 ຢູ່ ສປປ ລາວ. ທະຄານໂລກ ລະບຸວ່າ: ທຶນຊ່ວຍເຫຼືອດັ່ງກ່າວແມ່ນຈະສະໜອງຜ່ານໂຄງການ ການເຂົ້າເຖິງແຫຼ່ງທຶນເພື່ອໃຫ້ການຊ່ວຍເຫຼືອສຸກເສີນ ແລະ ຟື້ນຟູຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເຊິ່ງຈະຮ່ວມເຮັດວຽກກັບກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ບັນດາທະນາຄານທຸລະກິດ ພາຍໃນປະເທດ ເພື່ອສະໜອງສິນເຊື່ອໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ພົບຄວາມຫຍຸ້ງຍາກໃນການຮັບມືກັບສະພາບເສດຖະກິດຖົດຖອຍ ອັນເປັນຜົນຍ້ອນພະຍາດລະບາດໂຄວິດ-19.

ໂດລາ ແຂງຄ່າທຽບ ເອີໂຣ-ເຢນ – ຂ່າວຕ່າງປະເທດ

ເປົ້າໝາຍຂອງໂຄງການ ແມ່ນເພື່ອເປີດໂອກາດໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາມາດເຂົ້າເຖິງທຶນໝູນວຽນ ທີ່ຈະຊ່ວຍຮັກສາໃຫ້ທຸລະກິດຂອງເຂົາເຈົ້າຢູ່ລອດໃນໄລຍະວິກິດພະຍາດລະບາດ ແລະ ໃນໄລຍະການຟື້ນຕົວເບື້ອງຕົ້ນ ຫຼື ເຂົ້າເຖິງເງິນກູ້ເພື່ອການລົງທຶນ ສໍາລັບການລົງທຶນໃສ່ອຸປະກອນໃໝ່ໆ ຫຼື ການຂະຫຍາຍໂຮງຈັກ ໂຮງງານ. ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ມີຄວາມສໍາຄັນຕໍ່ເສດຖະກິດຂອງ ສປປ ລາວ ຊຶ່ງປະກອບສ່ວນປະມານ 82% ເຂົ້າໃນການຈ້າງງານທັງໝົດ. ວິສາຫະກິດເຫຼົ່ານີ້ພົບວ່າຖືກກະທົບຢ່າງໜັກຈາກວິກິດການພະຍາດລະບາດໂຄວິດ-19, ຫຼາຍວິສາຫະກິດປະເຊີນກັບການຫຼຸດລົງຊັກໄຊ ດ້ານຄວາມຕ້ອງການ ແລະ ລາຍໄດ້ ຕະຫຼອດຮອດຕ່ອງໂສ້ການຜະລິດກໍຖືກກະທົບ. ໃນໄຕມາດທີ 2 ຂອງປີ 2020 ພົບວ່າ ການທ່ອງທ່ຽວຢຸດນິ້ງ ແລະ ການຈໍາກັດການເຄື່ອນໄຫວໄປມາຂອງພົນລະເມືອງໃນເດືອນເມສາ ແລະ ພຶດສະພາ ເຮັດໃຫ້ຄວາມຕ້ອງການດ້ານການບໍລິການຕ່າງໆຖືກຈໍາກັດ ແລະ ເຮັດໃຫ້ການຜະລິດຢູ່ຫຼາຍວິສາຫະກິດຕ້ອງຢຸດຕິຊົ່ວຄາວ.

ຮ້ານນາງນາງຂາຍເຄື່ອງຍ່ອຍ - ร้านขายของชำ ใน ນາຊາຍທອງ

ບັນຫາເຫຼົ່ານີ້ ຄາດວ່າຈະເຮັດໃຫ້ຫຼາຍວິສາຫະກິດມີການປົດພະນັກງານຂອງຕົນໃນອັດຕາສ່ວນທີ່ສູງ ໃນຂະນະທີ່ເຄິ່ງໜຶ່ງຂອງເຈົ້າຂອງວິສາຫະກິດ ຮູ້ສຶກວ່າມີຄວາມເປັນໄປໄດ້ສູງທີ່ເຂົາເຈົ້າຕ້ອງໄດ້ປິດກິດຈະການຢ່າງຖາວອນ. ທ່ານນາງ ມາຣຽມ ເຊີແມນ ຜູ້ອໍານວຍການ ທະນາຄານໂລກ ປະຈໍາ ມຽນມາ, ກໍາປູເຈຍ ແລະ ສປປ ລາວ ໄດ້ກ່າວວ່າ: “ໂຄງການໃໝ່ນີ້ ຈະຊ່ວຍບັນດາວິສາຫະກິດໃຫ້ຍັງສາມາດດໍາເນີນທຸລະກິດຂອງຕົນ, ປົກປ້ອງຊີວິດການເປັນຢູ່ຂອງພະນັກງານ ແລະ ຫຼຸດຜ່ອນຜົນກະທົບດ້ານເສດຖະກິດ-ສັງຄົມ ທີ່ເກີດຈາກພະຍາດລະບາດໂຄວິດ-19.

ແບບໃດຈຶ່ງເອີ້ນວ່າ ທຸລະກິດຂະໜາດນ້ອຍ ຫຼື ທຸລະກິດຂະໜາດກາງ | ອິດສະຫຼະ

“ໂຄງການດັ່ງກ່າວນີ້ ຈະສານຕໍ່ວຽກຈາກໂຄງການ ການເຂົ້າເຖິງແຫຼ່ງທຶນສໍາລັບວິສາຫະກິດ ຂະໜາດນ້ອຍ ແລະ ກາງ ເຊິ່ງມີຜົນສໍາເລັດໃນການສະໜອງທຶນໃຫ້ SMEs ໃນ ສປປ ລາວ ນັບແຕ່ປີ 2014.ສຳລັບເງື່ອນໄຂໃນການຮັບເງິນກູ້ພາຍໃຕ້ໂຄງການ, ວິສາຫະກິດທີ່ເຂົ້າຮ່ວມຕ້ອງຈົດທະບຽນເປັນວິສາຫະກິດຖືກຕ້ອງ ກໍ່ຄືຈຸນລະວິສາ ຫະກິດ (ມີພະນັກງານ 1-5 ຄົນ), ວິສາຫະກິດຂະໜາດນ້ອຍ (ມີພະນັກງານ 6-50 ຄົນ) ຫຼື ເປັນວິສາຫະກິດຂະໜາດກາງ (ມີພະ ນັກງານ 51-99 ຄົນ). ການຕັດສິນໃຈອະນຸມັດເງິນກູ້ ແລະ ການກໍານົດອັດຕາດອກເບ້ຍເງິນກູ້ ແມ່ນຂຶ້ນກັບທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການ ເຊິ່ງຈະດໍາເນີນການບົນພື້ນຖານການປະເມີນອະນຸມັດສິນເຊື່ອຕາມລະບຽບຫຼັກການພາຍໃນຂອງທະນາຄານນັ້ນ.

ແຫຼ່ງຂໍ້ມູນ: lao youth radio

Comments