ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ກຽມກຳລັງອ້າຍນ້ອງເຈົ້າໜ້າທີ່ຕຳຫຼວດ ແລະ ທະຫານ ເຖິງ 1,170 ຄົນ ເພື່ອປ້ອງກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບໃນງານບຸນນະມັດສະການພະທາດຫຼວງ ປີ 2020 ໃນໄລຍະແຕ່ວັນທີ 29-31 ຕຸລາ ນີ້

ກຳລັງດັ່ງກ່າວຈະແບ່ງອອກເປັນສອງກຸ່ມ ທີ່ປະຈຳຢູ່ພື້ນມທີ່ນອກ ແລະ ໃນເດີ່ນທາດຫຼວງ ໂດຍມີ 15 ຈຸດ ແລະ ຕາມບັນດາເສັ້ນທາງຕ່າງໆລວມມີ 7 ຈຸດ

ເພື່ອສະກັດກັ້ນກຸ່ມຄົນບໍ່ດີ, ສວຍໂອກາດເຄື່ອນໄຫວລັກຊັບ, ຊິງຊັບ, ແຫກກະເປົາ ແລະ ເຫດການອື່ນໆທີ່ອາດຈະເກີດຂຶ້ນກັບຜູ້ມາທ່ຽວງານ. ກອງບັນຊາການ ປກສ ນະຄອນຫຼວງຍັງໄດ້ຈັດຕັ້ງໜ່ວຍໂຄສະນາ ເພື່ອໃຫ້ມວນຊົນເພີ່ມຄວາມມີສະຕິລະວັງຕົວກ່ຽວກັບປະກົດການຫຍໍ້ທໍ້ຕ່າງໆທີ່ອາດຈະເກີດຂຶ້ນ.
ແຫຼ່ງຂໍ້ມູນ: ວຽງຈັນທາຍ