IMF ຊີ້ເສດຖະກິດອາຊີ ລຳບາກ ຕິດລົບເພີ່ມຂຶ້ນ 2.2%

ກອງທຶນການເງິນລະຫວ່າງປະເທດ ຫຼື IMF ໄດ້ອັບເດດສະພາບເສດຖະກິດຂອງອາຊີຈະລຳບາກໜັກໃນປະຫວັດສາດ ໂຕເລກຄາດການ GDP ອາຊີ ອາດຈະຕິດລົບ -2.2% ເຊິ່ງໄດ້ປັບຫຼຸດລົງມາຕື່ມອີກຈາກຜົນປະເມີນການຄັ້ງເກົ່າ ໃນການລາຍງານເດືອນມິຖຸນາ ທີ່ຄາດວ່າຈະຫົດໂຕລົງພຽງແຕ່ -1.6% ເນື່ອງຈາກເສດຖະກິດອິນເດຍ, ຟີລິປິນ ແລະ ມາເລເຊຍ ທີ່ຫົດຕົວຢ່າງໜັກ ໃນຂະນະທີ່ ຈີນ ຄາດວ່າເສດຖະກິດໜ້າຈະມີການຂະຫຍາຍຕົວຢູ່ທີ 1.9% ໃນປີນີ້.

IMF cuts global growth forecast to 3.7% for 2018, 2019 as risks rise - The  Mail & Guardian

ຢ່າງໃດກໍຕາມ IMF ຍັງເຊື່ອວ່າເສດຖະກິດອາຊີຈະຟື້ນຕົວກັບມາຂະຫຍາຍຕົວໄດ້ 6.9% ໃນປີໜ້າ ແຕ່ກໍຂຶ້ນກັບຫຼາຍປັດໄຈ ໂດຍສະເພາະການຄວບຄຸມໂຄວິດ-19 ຊຶ່ງເປັນທິດທາງທີ່ດີຂຶ້ນການປະເມີນການ ເມື່ອເດືອນມິຖຸນາ ທີ່ຄາດວ່າເສດຖະກິດອາຊີຈະເຕີບໂຕພຽງ 6.6% ໃນປີໜ້າ ໂດຍຈີນທີ່ກຳລັງຟື້ນໂຕຈາກວິກິດໂຄວິດ-19 ຈະມີບົດບາດສຳຄັນຢ່າງຍິ່ງຕໍ່ເສດຖະກິດໃນພາກພື້ນດັ່ງກ່າວ.

IMF projects deeper contraction of 2.1% for Korean economy in 2020 - Pulse  by Maeil Business News Korea


IMF ເບິ່ງວ່າ ອາດຈະໃຊ້ເວລາດົນ ທີ່ຈະໃຫ້ເສດຖະກິດຈະຟື້ນຕົວເຕັມທີ່ ຈາກການລະບາດໃຫຍ່ຈາກໂຄວິດ-19 ຊຶ່ງຈະກະທົບກັບປະເທດທີ່ກຳລັງອາໄສການທ່ອງທ່ຽວເປັນຫຼັກ ຂະນະທີ່ການຈ້າງງານໃນອາຊີ ກໍໄດ້ຮັບຜົນກະທົບໜັກໜ່ວງກວ່າວິກິດການເງິນຄັ້ງທີ່ຜ່ານມາ ແລະ IMF ຍັງເບິ່ງວ່າ ຄວາມຕຶງຄຽດລະຫວ່າງສະຫະລັດອາເມລິກາ ແລະ ສປ ຈີນ ລວມເຖິງການຄວບຄຸມການລະບາດໂຄວິດ-19 ຍັງເປັນປັດໄຈສຳຄັນຕໍ່ການເຕີບໂຕທາງເສດຖະກິດໃນອາຊີຕໍ່ເນື່ອງໃນໄລຍະນີ້.

Indian economic growth 'much weaker' than expected: IMF | Deccan Herald


ທ່ານ ໂຈນາທານ ດີ ອອດຊີ ຮັກສາການຜູ້ອຳນວຍການຝ່າຍອາຊີ ແລະ ປາຊີຟິກ IMF ກ່າວວ່າ: ເສດຖະກິດອາຊີ-ປາຊີຟິກ ຈະເລີ່ມມີການຟື້ນຕົວໃນໄຕມາດ 3 ປີ 2020 ແຕ່ການຟື້ນຕົວຂອງທຸກປະເທດມີຄວາມໄວແຕກຕ່າງກັນ ຊຶ່ງຂຶ້ນຢູ່ກັບອັດຕາການຕິດເຊື້ອ ແລະ ມາດຕະການຄວບຄຸມໂລກໂຄວິດ-19. ຂະໜາດ ແລະ ປະສິດທິພາບຂອງການຕອບສະໜອງດ້ານນະໂຍບາຍ ການອາໄສກິດຈະກຳທາງເສດຖະກິດທີ່ມີຄວາມສ່ຽງຕໍ່ການແຜ່ລະບາດ ແລະ ການເພິ່ງພາຄວາມຕ້ອງການພາຍນອກປະເທດ.
ເສດຖະກິດຂອງປະເທດທີ່ພັດທະນາແລ້ວເຖິງຈະຍັງຢູ່ໃນພາວະຫົດຕົວ ແຕ່ກໍຄາດວ່າຈະດີຂຶ້ນເກີນຄາດໃນປີນີ້ ໂດຍສະທ້ອນໃຫ້ເຫັນຈາກກິດຈະກຳທາງເສດຖະກິດທີ່ຟື້ນຕົວໄວຂຶ້ນ ຫຼັງຈາກທີ່ໄດ້ມີການຍົກເລີກມາດຕະການລ໊ອກດາວກ່ອນໜ້ານີ້.

Comments