ລາວຈະເລີ່ມເປີດນຳໃຊ້ອຳນວຍຄວາມສະດວກ ຊ່ອງທາງສີຂຽວ Fast Track ໃຫ້ພົນລະເມືອງຈີນ ອາທິດໜ້ານີ້…

ສປປ ລາວ ຈະເລີ່ມໃຫ້ບໍລິການ ຊ່ອງທາງສີຂຽວ ຫຼື ທີ່ເອີ້ນວ່າ Fast Track ໃຫ້ກັບພົນລະເມືອງຈີນ ໂດຍມີໄລຍະເວລາ ການຈຳກັດບໍລິເວນທີ່ໜ້ອຍມື້ລົງ ໂດຍຈະນຳໃຊ້ຫຼາຍມາດຕະການ ເພື່ອຮັກສາໄດ້ຄວາມປອດໄພຈາກການແຜ່ລະບາດຂອງເຊື້ອໂຄວິດ-19 ຜູ້ທີ່ເຂົ້າມາຈາກ ສປ ຈີນ ຈະໃຊ້ເວລາໜ້ອຍລົງໃນການກັກໂຕ ແລະ ສາມາດໄປກັກໂຕໄດ້ ຢູ່ສະຖານທີ່ຂອງຕົນເອງ ແທນການໄປກັກໂຕ 14 ມື້ ຕາມສະຖານທີ່ກັກໂຕ ແລະ ໂຮງແຮມທີ່ກຳນົດໄວ້ ຂອງລັດຖະບານລາວ.

ປັດຈຸບັນກຳລັງຢູ່ໃນໄລຍະປຶກສາຫາລືວ່າຈະໃຫ້ກັກໂຕຈັກມື້, ພ້ອມຈະມີການພິຈາລະນານຳໃຊ້ລະບົບເອເລັກໂຕຣນິກ ຕິດຕາມອາການຕະຫຼອດ 24 ຊົ່ວໂມງ ວ່າຜູ້ເຂົ້າມາ ສປປ ລາວ ຈະພັກຢູ່ບ່ອນໃດ ແຕ່ທຸກໆຄົນທີ່ເຂົ້າມາ ຕ້ອງໄດ້ກວດວັດແທກອຸນຫະພູມຮ່າງກາຍຂອງຕົນທຸກໆເຊົ້າ ແລະ ແລງ.

ນອກຈາກນີ້ ກ່ອນມາເຖິງ ສປປ ລາວ ຜູ້ເຂົ້າມາຈາກ ສປ ຈີນທຸກຄົນ ຕ້ອງມີໃບຢັ້ງຢືນການກວດສອບໂຄວິດ-19 ເປັນລົບ ພາຍໃນໄລຍະເວລາ 72 ຊົ່ວໂມງ ກ່ອນເດີນທາງ. ໃນອະນາຄົດ ລະບຽບການບຽບນີ້ ຈະມີການນຳໃຊ້ກັບພົນລະເມືອງທີ່ບໍ່ມີການແຜ່ລະບາດຂອງ ໂຄວິດ -19; ມີບາງປະເທດ ແມ່ນໄດ້ເລີ່ມນຳໃຊ້ລະບົບຊ່ອງທາງສີຂຽວ ແລະ ຫຼຸດເວລາກັກໂຕລົງຈາກ 14 ມື້ ເປັນ 10 ມື້ ແລະ ມີບາງປະເທດພຽງ 7 ມື້ເທົ່ານັ້ນ.
ລາຍລະອຽດເພີ່ມຕື່ມ ແມ່ນຈະມີອອກມາໃນຕົ້ນເດືອນພະຈິກນີ້…
ແຫຼ່ງຂໍ້ມູນ: ວຽງຈັນທາຍ